ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ເຮືອບິນທະຫານ ອິນໂດເນເຊຍຕົກ ຍ້ອນເຄື່ອງຈັກຕາຍ


Iraqi Shi'ite Muslim worshipers carry the symbolic coffin of the 8th century Imam Musa al-Kadhim during the funeral processions on the anniversary of his death at his shrine in Baghdad’s northern district of Kadhimiya.

ເຈົ້າໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ​ເຄື່ອງ​ຈັກ​ລົ້ມແຫຼວ​ເຊື່ອ​ວ່າ​ເປັນ​ສາ​ເຫດ​ທີ່ເຮັດ​ໃຫ້​ເຮືອບິ​ນຂົນ​ສົ່ງ​ທະຫານຕົກລົງ​ໃສ່​ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ​ຢູ່​ເກາະ ສຸ​ມາດຕາ ​ໃນ​ທິດ​ນີ້, ​ເຮັດ​ໃຫ້​ມີ​ຄົນ​ເສຍຊີວິດ​ຢ່າງ​ໜ້ອຍ 141 ຄົນ​.

​ເຈົ້າ​ໜ້າ​ທີ່​ທະຫານ​ອາກາດ​ໄດ້​ກ່າວໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ຄົ້ນ​ພົບ​ເບື້ອງ​ຕົ້ນລະບຸ​ວ່າ ໃບ​ພັດເຮືອບິນ​ບໍ່​ເຮັດ​ວຽກ ​ເຊິ່ງ​ເຮັດ​ໃຫ້​ເຮືອບິນ Hercules C-130 ບໍ່ສາມາດ​ເລັ່ງຄວາມ​ໄວ​ຂຶ້ນ​ພໍ​ຫຼັງ​ຈາກໄດ້​ບິນ​ຂຶ້ນ​ຈາກ​ຖານ​ທັບ​ອາກາດ​ໃນ​ເມືອງ ​ເມ​ດານ.

ຜູ້​ເຫັນ​ເຫດການໄດ້​ລາຍ​ງານ​ວ່າ ພ​ວກ​ເຂົາເຫັນ​ເຮື​ອບິນ​ອາຍຸ 50 ປີລຳນີ້ ມີ​ຄວັນ​ອອກ ​ແລະ ແປວ​ໄຟໃນ​ຂະນະ​ທີ່​ມັນ​ກຳລັງ​ລ້ຽວຢ່າງ​ກະທັນ​ຫັນ​ໄປ​ທາງຂວາ, ​ເຊິ່ງ​ເຫັນ​ໄດ້​ຊັດ​ເຈນ​ວ່າ ​ເປັນຄວາມ​ພະຍາຍາມ​ທີ່​ຈະ​ບິນ​ກັບ​ຄືນ​ສູ່​ສະໜາມ​ບິນ​ກ່ອນ​ທີ່​ມັນ​ຈະຕົກ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​.

​ເຮືອບິ​ນ​ໄດ້​ຕົກ​ລົງໃສ່​ບ້ານ​ຂອງ​ປະຊາຊົນ 2 ຫຼັງ ​ແລະ ​ໂຮງ​ແຮມ​ຫຼັງ​ໜຶ່ງ, ​ເຮັດ​ໃຫ້​ລະ​ເບີດ​ເປັນ​ແປວ​ໄຟ ​ແລະ ເປັນ​ສາເຫດ​ເຮັດ​ໃຫ້​ມັນ​ລາມ​ອອກໄປ​ຢ່າງ​ກວ້າງຂວາງ. ​ໃນ​ວັນ​ພະຫັດ​ມື້​ນີ້ເຈົ້າ​ໜ້າ​ທີ່​ຕຽມທີ່ຈະສັ່ງ​ໃຫ້​ຢຸດເຊົາການ​ກູ້​ໄພ, ຫຼັງ​ຈາກ​ທີ່​ບໍ່​ໄດ້ພົບສົບ​ຄົນ​ເສຍ​ຊີວິດ​ໃນ​ມື້​ທີ່​ຜ່ານ​ມາ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມີ​ 122 ຄົນ​ຢູ່​ເທິງເຮືອບິນ​ດັ່ງກ່າວ, ເ​ປັນ​ຈຳນວນ​ຕົວ​ເລກ​ທີ່​ເພີ່ມຂຶ້ນຢ່າງຫຼວງ ຫຼາຍ​ກວ່າ​ຕອນ​ທີ່ໄດ້​ມີລາຍ​ງານ​ໃນ​ເບື້ອງ​ຕົ້ນ​ໂດຍກອງທັບອິນ​ໂດ​ເນ​ເຊຍ. ຜູ້​ໂດຍສານ​ສ່ວນ​ຫຼາຍ​ແມ່​ນ​ເຈົ້າ​ໜ້າ​ທີ່​ທະຫານ ​ແລະ ຄອບຄົວ​ຂອງ​ພວກ​ເຂົາ.

ບາງ​ຄອບຄົວ​ຂອງ​ຜູ້​ປະສົບ​ເຫດ​ຮ້າຍ​ ​ໄດ້​ກ່າວ​ວ່າ​ ບັນດາ​ຜູ້​ໂດຍສານ​ໄດ້​ຈ່າຍ​ເງິນ​ໃຫ້​ທະຫານ ເພື່ອ​ໂດຍ​ສານໄປນຳຖ້ຽວ​ບິນ​ດັ່ງກ່າວ. ​ເຈົ້າ​ໜ້າ​ທີ່​ທະຫານ​ໄດ້​ປະຕິເສ​ດຕໍ່ຂໍ້​ກ່າວ​ຫາ​ນີ້, ​ແຕ່ກໍເວົ້າ​ວ່າ ​ພວກ​ເຂົາ​ຈະ​ສືບ​ສວນ​ສອບ​ສວນ​ຖ້າວ່າ​ມີ​ການລະ​ເມີດ​ກົດລະບຽບ.

Indonesia plane
please wait
Embed

No media source currently available

0:00 0:00:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG