ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ໃຫ້​ການ​ອະ​ນຸ​ມັດ ຕໍ່ 'ການ​ມີ​ໜ້າ​ທາງ​ທະ​ຫານ ທີ່​ນ້ອຍໆ ແຕ່​ເຂັ້ມ​ແຂງ' ໃນ​ໂຊ​ມາ​ເລຍ


ແຟ້ມ - ກຳ​ລັງ​ສະ​ຫະ​ລັດ ໃນ​ມື້​ຝຶກ​ແອບ​ຮ່ວມ​ກັບ​ກອງ​ພັນ​ດາ​ນັບ ຂອງໂຊ​ມາ​ເລຍ ເມື່ອວ​ວັນ​ທີ 9 ພຶ​ດ​ສະ​ພາ 2021.
ແຟ້ມ - ກຳ​ລັງ​ສະ​ຫະ​ລັດ ໃນ​ມື້​ຝຶກ​ແອບ​ຮ່ວມ​ກັບ​ກອງ​ພັນ​ດາ​ນັບ ຂອງໂຊ​ມາ​ເລຍ ເມື່ອວ​ວັນ​ທີ 9 ພຶ​ດ​ສະ​ພາ 2021.

ກຳ​ລັງ​ສະ​ຫະ​ລັດ​ທີ່​ຖືກມອບ​ໝາຍ​ໃຫ້ເຮັດ​ໜ້າ​ທີ່​ຕໍ່​ຕ້ານ​ກຸ່ມກໍ່​ການ​ຮ້າຍອາ​ລ-ຊາ​ບັບ ​ບໍ່​ຕ້ອງເດີ​ນ​ທາງ​ເຂົ້າ​ໄປ​ໃນ​ປະ​ເທດ​ໂຊ​ມາ​ເລຍຈາ​ກ​ປະ​ເທດ​ເພື່ອ​ນ​ບ້ານ​ອີກ​ແລ້ວ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ ທີ່​ເຈົ້າ​ໜ້າ​ທີ່​ໄດ້​ຖິ້ມ​ໂທດ​ໃສ່​ ເປັນການ​ອະ​ນຸ​ຍາດ​ໃຫ້​ເຄືອ​ຂ່າຍ​ຂອງ​ກຸ່ມ​ອາ​ລ-ກາ​ອີ​ດາມີ​ຄວາມ​ເຂັ້ມ​ແຂງ​ແລະ​ເປັນ​ອັນ​ຕະ​ລາຍ​ເພີ້ມ​ຂຶ້ນ.

ໃນ​ວັນ​ຈັນ​ວານນີ້ ທ່ານ​ໄບ​ເດັນ​ໄດ້​ອະ​ມັດ​ໃຫ້ສົ່ງ​ທະ​ຫານ​ເກືອບ 500 ຄົນ​ເຂົ້າ​ໄປ​ໃນ​ປະ​ເທດ​ອາ​ຟ​ຣິ​ກາ​ຕ​າ​ເວັນ​ອອກ​ດັ່ງ​ກ່າວ “​ສ້າງ​ຕັ້ງ​ຄືນ​ໃໝ່​ການມີ​ໜ້າຂອງ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ຈຸ​ນ້ອຍໆ ​ທີ່​ເຂັ້ມ​ແຂງຢູ່​ໃນ​ປະ​ເທດ​ໂຊ​ມາ​ເລຍ” ເພື່ອ​ຈະ​ໄດ້​ແນ​ເປົ້າ​ໝາຍ​ໄດ້​ດີ​ຂຶ້ນກວ່າ​ເກົ່າ​ໃສ່​ກຸ່ມ​ອາ​ລ-ຊາ​ບັບ​ແລະ​ພວກ​ຜູ້​ນຳ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທີ່​ໄດ້​ກ່າ​ວ​ຕໍ່​ພວກ​ນັກ​ຂ່າວ.

ການ​ອະ​ນຸ​ມັດ​ໃໝ່​ນີ້ ແມ່ນ​ໄດ້​ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ໃນ​ເດືອນ​ທັນ​ວາ​ປີ 2020 ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ໃຫ້​ຖອນ​ກຳ​ລັງ​ພິ​ເສດ 700 ຄົນ​ທີ່​ປະ​ຈຳ​ການ​ຢູ່​ໃນ​ໂຊ​ມາ​ເລຍ ເພື່ອ​ເຮັດ​ວຽກ​ຮ່ວມ​ກັບ​ກອງ​ທັບ​ໂຊ​ມາ​ເລຍ ແທນ​ທີ່​ຈະ​ເດີນ​ທາງ​ໂດຍ​ເຮືອ​ບິນ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ​ຊຸດ​ປັດ​ຈຸ​ບັນ​ຕິ​ຕຽນ​ວ່າ ກໍ່​ໃຫ້​ເກີດ​ຄວາ​ມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍນັ້ນ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ກ່າວ​ໂດຍ​ຂໍ​ສະ​ຫງວນ​ຊື່ ຍ້ອນ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ລົມ​ເລື້ອງການ​ອະ​ນຸ​ມັດ​ໃໝ່​ນີ້​ ໂດຍ​ເວົ້າ​ວ່າ “​ນັບ​ແຕ່ນັ້ນ​ມາ ກຸ່ມ​ອາ​ລ​-ຊາ​ບັບ….ບໍ່​ເປັນ​ຈັ່ງ​ໂຊກ ​ແມ່​ແຕ່​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ.”

ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ວ່າ ກຸ່ມ​ອາ​ລ-ຊາ​ບັບ “ໄດ້​ເພີ້ມ​ຈັງ​ຫວະ​ໃນ​ການ​ໂຈມ​ຕີ​ຂອງພວກ​ເຂົາ ຮວມ​ທັງ​ຕໍ່​ເຈົ້າ​ໜ້າ​ທີ່​ພະ​ນັກ​ງານ​ຂອງ​ສະ​ຫະ​ລັດ​ນຳ​ດ້ວຍ.” ເຈົ້າ​ໜ້າ​ທີ່​ກ່າ​ວ​ຕື່ມ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ກຸ່ມ​ອາ​ລ-ຊາ​ບັບ​ຈະ​ໄດ້​ຮັບ​ຄວາມ​ສຳ​ເລັດ​ເພີ້ມ​ຂຶ້ນ​ໃນ​ສະ​ໜາມ​ລົບ​ແລະ​ທາງ​ດ້ານ​ການ​ເງິນ ເພື່ອ​ຂະ​ຫຍາຍ​ພື້ນ​ທີ່​ສຳ​ລັບ​ກຸ່ມ​ດັ່ງ​ກ່າ​ທີ່​ຈະ​ວາງ​ແຜນ ແລະ​ໃນ​ທີ່​ສຸດ​ກໍ​ທຳ​ການ​ໂຈມ​ຕີ​ຢູ່ນອກ​ປະ​ເທດ.”

ນາຍ​ທະ​ຫານ​ສະ​ຫະ​ລັດ​ແລະ​ຈົ້າ​ໜ້າ​ທີ່​ຕໍ່​ຕ້ນ​ກຸ່ມ​ກໍ່​ການ​ຮ້າຍ​ໄດ້​ເວົ້າ​ເຖິງ​ກຸ່ມ​ອາ​ລ-ຊາ​ບັບ​ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ວ່າ ເປັນ​ກຸ່ມ​ເຄືອ​ຂ່າຍ​ຂອງ​ອາ​ລ-ກາ​ອີດ​ມາ​ທີ່​ໃຫຍ່​ທີ່​ສຸດ ມີ​ເງິນ​ຫຼາຍ​ທີ່​ສຸດ ແລະ​ຮ້າຍ​ແຮງ​ທີ່​ສຸດ.

ແຕ່​ການ​ສືບ​ລັບ​ຫວ່າງ​ມໍ່​ໆ​ມານີ້​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ດັ່ງ​ກ່າວ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ​ມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ ນັບ​ຕັ້ງ​ແຕ່​ກຳ​ລັງ​ຂອງ​ສະ​ຫະ​ລັດ​ໄດ້​ຖອນ​ອອກ​ໄປ​ຈາກ​ໂຊ​ມາ​ເລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG