ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຮຽນ​ຍິງຜູ້ນຶ່ງ ແລະຜູ້ໃຫຍ່ຄົນນຶ່ງ ຖືກ​ແທງ​ຕາຍ ໃນເຫດການໂຈມຕີ ດ້ວຍມີດ ຢູ່ຍີປຸ່ນ


ແຜນທີ່ ຂອງປະເທດຍີ່ປຸ່ນ
ແຜນທີ່ ຂອງປະເທດຍີ່ປຸ່ນ

ນັກຮຽນຍິງຄົນນຶ່ງ ແລະຜູ້ໃຫຍ່ຄົນນຶ່ງ ໄດ້ເສຍຊີວິດ ໃນລະຫວ່າງ ເຫດການໂຈມຕີ
ໄລ່ແທງຄົນ ຢູ່ໃກ້ໆນະຄອນຫຼວງໂຕກຽວ ໃນຕອນເຊົ້າຂອງວັນອັງຄານ ມື້ນີ້ ຊຶ່ງຍັງ ໄດ້ເຮັດໃຫ້ອີກ 16 ຄົນ ໄດ້ຮັບບາດເຈັບ.

ພວກນັກຮຽນຍິງກຸ່ມນຶ່ງ ໄດ້ຄອຍຖ້າລົດເມຢູ່ທີ່ປ້າຍຈອດລົດ ໃນເມືອງກາວາຊາກີ
ພ້ອມໆກັບກຸ່ມພວກຜູ້ໂດຍສານອີກຈຳນວນນຶ່ງ ເວ​ລາຊາຍຄົນນຶ່ງ ທີ່ຖືມີດໃນມືສອງ
ເບື້ອງ ໄດ້ເລີ້ມ​ແທງຝຸງຄົນດັ່ງກ່າວ ໃນຂະນະທີ່ ຮ້ອງອອກມາວ່າ “ຂ້ອຍ ຈະຂ້າເຈົ້າ.”

ຜູ້ປະກາດຂ່າວແຫ່ງຊາດຂອງຍີ່ປຸ່ນ ປະຈຳອົງການຂ່າວ NHK ກ່າວວ່າ ຜູ້ຕ້ອງສົງໄສ
ທຳການໂຈມຕີ ເປັນຜູ້ຊາຍ ໃນໄວ 50 ປີ ໄດ້ເສຍຊີວິດ ຫຼັງຈາກຜູ້ກ່ຽວ ໄດ້ແທງຄໍ
ຕົນເອງ. ພວກຜູ້ໄດ້ຮັບເຄາະຮ້າຍ ໄດ້ຖືກລະບຸໂຕວ່າ ເປັນນັກຮຽນຍິງຄົນນຶ່ງ ອາຍຸ
12 ປີ ແລະຜູ້ຊາຍ ອາຍຸ 39 ປີ. ສາມຄົນໃນຈຳນວນ ທີ່ໄດ້ຮັບບາດເຈັບນັ້ນ ແມ່ນມີ
​ອາການສາຫັດ.

ເຈົ້າໜ້າທີ່ຕຳຫຼວດ ຍັງບໍ່ທັນໄດ້ພົບເຫັນ ເຈດຕະນາ ຂອງການໂຈມຕີດັ່ງກ່າວເທື່ືອ.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມເສຍໃຈ ເຖິງປະຊາ
ຊົນຊາວຍີ່ປຸ່ນ ໃນຂະນະທີ່ ທ່ານໄດ້ເດີນທາງໄປຢ້ຽມຢາມ ກຳປັ່ນລົບຢູ່ນັ້ນ ກ່ອນທີ່
ທ່ານຈະເດີນທາງອອກຈາກຍີ່ປຸ່ນ ໃນການມ້ວນທ້າຍການເດີນທາງຢ້ຽມຢາມ ຍີ່ປຸ່ນ
ໄລ​ຍະ 4 ວັນ ຢ່າງເປັນທາງການ.

ຍີ່ປຸ່ນ ເປັນປະເທດນຶ່ງ ທີ່ມີອາຊະຍາກຳຮ້າຍແຮງ ຕ່ຳທີ່ສຸດຂອງໂລກ ແຕ່ມັນກໍບໍ່ແປກ
ເລີຍ ທີ່ປະເທດນີ້ ກໍມີການຂ້າກັນຕາຍທີ່ໂດ່ງດັງ. ເຊັ່ນເຫດການນຶ່ງ ທີ່ໄດ້ເກີດຂຶ້ນ ໃນປີ
2016 ເວລາຊາຍຄົນນຶ່ງ ໄດ້ບຸກເຂົ້າໄປໃນສະຖານທີ່ ສຳລັບພວກຄົນພິການ ແລະໄດ້
ແທງພວກຄົນປ່ວຍ 19 ຄົນຈົນຕາຍ.

ອ່ານຂ່າວນີ້ຕ່ື່ມ ເປັນພາສາອັງກິດ

XS
SM
MD
LG