ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະລັດ ສັນຍາຈະໃຫ້ທຶນຊ່ວຍເຫຼືອ ກອງກຳລັງ ອັຟການິສຖານ 3.3 ຕື້ໂດລາ


ທ່ານ ຊາລເມ ຄາລິລຊາດ, ທູດພິເສດ ເພື່ອສ້າງຄວາມປອງດອງຊາດ ໃນອັຟການິສຖານ, ໃຫ້ການຕໍ່ຄະນະກຳມະການພົວພັນຕ່າງປະເທດ ສະພາສູງ, ຢູ່ຫໍລັດຖະສະພາ ແຄັບປະຕອລ, 27 ເມສາ, 2021.
ທ່ານ ຊາລເມ ຄາລິລຊາດ, ທູດພິເສດ ເພື່ອສ້າງຄວາມປອງດອງຊາດ ໃນອັຟການິສຖານ, ໃຫ້ການຕໍ່ຄະນະກຳມະການພົວພັນຕ່າງປະເທດ ສະພາສູງ, ຢູ່ຫໍລັດຖະສະພາ ແຄັບປະຕອລ, 27 ເມສາ, 2021.

ທູດພິເສດສັນຕິພາບຂອງ ສະຫະລັດ ປະຈຳ ອັຟການິສາຖານ, ທ່ານ ຊາລເມ ຄາລິລຊາດ, ພ້ອມກັບບັນດາຜູ້ແທນລະດັບສູງ, ໃນວັນອາທິດວານນີ້ໄດ້ພົບປະກັບບັນດາຜູ້ນຳໃນນະຄອນຫຼວງ ກາບູລ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ຫຼັງຈາກ ສະຫະລັດ ແລະ ກຳລັງທະຫານພັນທະມິດໄດ້ອອກຈາກປະເທດພາຍໃນຂີດເສັ້ນຕາຍວັນທີ 11 ກັນຍາ.

ການປຶກາຫາລືຕ່າງໆໄດ້ມີຂຶ້ນໃນຂະນະທີ່ພວກກະບົດ ຕາລີບານ ໄດ້ຂະຫຍາຍການໂຈມຕີຢູ່ສະ ໜາມລົບຮຸນແຮງຂຶ້ນຕໍ່ກອງກຳລັງຂອງລັດຖະບານ, ຍຶດເອົາ 9 ເມືອງຂອງ ອັຟການິສຖານ, ລວມທັງ 6 ເມືອງໃນອາທິດທີ່ຜ່ານມາ, ນັບຕັ້ງແຕ່ກອງທັບຕ່າງປະເທດໄດ້ຖອນອອກເລີ່ມຕົ້ນນຶ່ງເດືອນທີ່ຜ່ານມາ. ນັກລົບຫຼາຍຮ້ອຍຄົນຈາກສອງຝ່າຍ ແລະ ພົນລະເຮືອນ ອັຟການິສຖານ ກໍໄດ້ເສຍຊີວິດເຊັ່ນກັນ.

ໂຄສົກສຳລັບປະທານາທິບໍດີ ອັຟການິສຖານ ທ່ານ ອາສຣັຟ ການີ ໄດ້ກ່າວໃນວັນອາທິດວານນີ້ວ່າ ການເຈລະຈາກັບທີມຂອງທ່ານ ຄາລິລຊາດ ໄດ້ເພັ່ງເລັງໃສ່ສາມພາກສ່ວນ, ລວມມີການປ້ອງ ກັນປະເທດ, ເສດຖະກິດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ.

ທ່ານ ໂມຮຳມັດ ອາມີຣີ ໄດ້ກ່າວວ່າ ທູດພິເສດ ສະຫະລັດ ໄດ້ບອກທ່ານ ການີ ວ່າ ວໍຊິງຕັນ ຈະສະ ໜອງເງິນ 3 ພັນ 3 ຮ້ອຍລ້ານໂດລາໃຫ້ລັດຖະບານ ກາບູລ ໃນສອງປີຂ້າງໜ້າເພື່ອສະໜັບສະໜູນກອງກຳລັງຮັກສາຄວາມປອດໄພໃຫ້ ອັຟການິສຖານ ໃນການຕໍ່ສູ້ກັບພວກ ຕາລີບານ.

ທ່ານ ອາມີຣີ ໄດ້ກ່າວຢໍ້າວ່າສິ່ງອຳນວຍຄວາມສະດວກ ແລະ ອຸປະກອນ, ລວມທັງເຮືອບິນ, ເພື່ອເສີມຂະຫຍາຍຄວາມແຂງແກ່ນໃຫ້ກອງທັບອາກາດ ອັຟການິສຖານ ນັ້ນ, ຈະແມ່ນນຶ່ງໃນຫົວຂໍ້ທີ່ສຳຄັນຂອງການເຈລະຈາສອງຝ່າຍໃນບໍ່ເທົ່າໃດວັນຈະມາເຖິງນີ້.

ມັນບໍ່ໄດ້ມີການຕອບສະໜອງຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງ ກາບູລ ກ່ຽວກັບ ການປຶກສາຫາລືຂອງທ່ານ ຄາລິລຊາດ ກັບບັນດາເຈົ້າໜ້າທີ່ ອັຟການິສຖານ.

ລັດຖະບານ ອັຟການິສຖານ ໄດ້ອາໄສການສະໜັບສະໜູນທາງອາກາດຂອງ ສະຫະລັດ ຢ່າງໃກ້ ຊິດໃນການຕໍ່ສູ້ກັບພວກ ຕາລີບານ. ບັນດາເຈົ້າໜ້າທີ່ ອັຟການິສຖານ ໄດ້ປະຕິເສດຄວາມເປັນຫ່ວງທີ່ວ່າກອງກຳລັງຂອງເຂົາເຈົ້າອາດບໍ່ສາມາດທີ່ຈະຕໍ່ສູ້ກັບພວກກະບົດນັ້ນ ເມື່ອຂາດການສະ ໜັບສະໜູນຈາກກອງທັບຕ່າງປະເທດ.

ທ່ານ ຄາລິລຊາດ ແລະ ຄະນະຜູ້ແທນຂອງທ່ານ ຍັງໄດ້ຈັດກອງປະຊຸມກັບ ທ່ານ ອັບດຸລລາ ອັບດຸລລາ, ຜູ້ທີ່ຮັບຜິດຊອບຂະບວນການສັນຕິພາບຂອງ ກາບູລ ກັບພວກກະບົດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG