ຜູ້ແຈ້ງຄວາມກ່ຽວກັບການກະທຳທີ່ບໍ່ຖືກຕ້ອງຈາກຂ້າງໃນຂອງທຳນຽບຂາວ ໄດ້ບອກກັບຄະນະສືບສວນຂອງລັດຖະສະພາສະຫະລັດວ່າ ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຂອງທ່ານ ທຣຳ ໄດ້ອະນຸມັດ ການອອກໃບອະນຸຍາດໃຫ້ຜ່ານການ ກວດຊີຫວະປະຫວັດດ້ານຄວາມປອດໄພ ຫຼື Security Clearance ໃຫ້ຢ່າງນ້ອຍ 25 ຄົນ ທີ່ພວກທົບທວນຂອງລັດຖະບານໄດ້ປະຕິເສດຍ້ອນມີຄວາມເປັນຫ່ວງ ໃນຫຼາຍໆດ້ານ.
ຜູ້ແຈ້ງຄວາມ ທ່ານນາງ ທຣີເຊຍ ນິວໂບລດ໌ (Tricia Newbold) ໄດ້ກ່າວວ່າ
ພວກເຈົ້າໜ້າທີ່ໄດ້ໃຫ້ການອະນຸມັດຕໍ່ການກວດຊີຫວະປະຫວັດດ້ານຄວາມປອດໄພ
ຫຼັງຈາກພວກເຈົ້າໜ້າທີ່ມືອາຊີບ ແນະນຳໃຫ້ປະຕິເສດ, ຊຶ່ງຮວມທັງ ເຈົ້າໜ້າທີ່ລະດັບ
ສູງທີ່ບໍ່ລະບຸຊື່ຂອງທຳນຽບຂາວ 2 ທ່ານ, ພວກພະນັກງານສັນຍາຈ້າງຂອງລັດຖະບານ
ແລະພວກພະນັກງານຄົນອື່ນໆ ທີ່ເຮັດວຽກໃຫ້ຫ້ອງການ ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ.
ທ່ານນາງ ນິວໂບລດ໌ ຜູ້ຊຶ່ງມີປະສົບການ ຍາວນານເຖິງ 18 ປີ ໃນການປະຕິບັດງານ
ຝ່າຍກວດຊີຫວະປະຫວັດດ້ານຄວາມປອດໄພ ພາຍໃຕ້ປະທານາທິບໍດີຂອງ
ສອງພັກການເມືອງທັງພັກຣີພັບບລີກັນແລະເດໂມແຄຣັດ, ໃນເດືອນແລ້ວນີ້
ໄດ້ກ່າວຕໍ່ຄະນະກຳມະການຝ່າຍກຳກັບດູແລແລະປະຕິຮູບຂອງສະພາຕ່ຳວ່າ
ທາງທຳນຽບຂາວ ໃນຂະນະທີ່ທ່ານທຣຳ ມີສິດໃນຖານະເປັນປະທານາທິບໍດີທີ່ຈະ
ໃຫ້ການອະນຸມັດໃນການອອກບັດໃຫ້ໄດ້ ຫຼັງຈາກພະນັກງານມືອາຊີບໄດ້ປະຕິເສດ
ໄປແລ້ວ ການອະນຸຍາດໃຫ້ຜ່ານ ການກວດຊີຫວະປະຫວັດດ້ານຄວາມປອດໄພ
ຢ່າງເປັນທາງການ “ແມ່ນບໍ່ໄດ້ຖືກຕັດສິນຍ້ອນເຫັນແກ່ຜົນປະໂຫຍດ ດ້ານຄວາມ
ປອດໄພແຫ່ງຊາດສະເໝີໄປ.”
ປະທານຄະນະກຳມະການ ສະມາຊິກສະພາ ອີລີຈາ ຄຳມິງ (Elijah Cum-mings)
ໄດ້ກ່າວຕໍ່ຄະນະກຳມະການວ່າ ທ່ານນາງນິວໂບລດ໌ໄດ້ບອກກັບຄະ ນະສືບສວນວ່າ
ພວກກ່ຽວໃນທີ່ສຸດກໍຈະໄດ້ຮັບການອະນຸມັດຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ
ຂອງທ່ານທຣຳ “ຊຶ່ງບໍ່ມີຄຸນນະວຸດທິຢ່າງຮ້າຍແຮງ ໃນວົງ ກວ້າງກ່ຽວກັບບັນຫາ
ຕ່າງໆທີ່ພົວພັນກັບການມີອິດທິພົນຂອງຕ່າງປະເທດ ມີຜົນປະໂຫຍດທີ່ຂັດແຍ້ງ
ກັນ, ການປະພຶດປະຕິບັດໃນເລື້ອງສ່ວນຕົວ, ບັນຫາທາງການເງິນ ແລະການໃຊ້
ສິ່ງເສບຕິດແລະມີປະຫວັດດ້ານກໍ່ອາດຊະຍາກຳດ້ວຍ.”
ທ່ານນາງ ນິວໂບລດ໌ ໄດ້ບອກຄະນະສືບສວນທັງຫຼາຍວ່າ ທ່ານນາງໄດ້ຖືກສັ່ງ
ໃຫ້ພັກວຽກການ 14 ມື້ ໂດຍປາດສະຈາກເງິນເດືອນໃດໆ ໃນຕົ້ນປີນີ້ ຫຼັງຈາກທີ່
ທ່ານນາງ ໄດ້ປະທ້ວງພາຍໃນ ກ່ຽວກັບວິທີທາງທີ່ຈະເຮັດໃຫ້ຜ່ານ ຂອງການທີ່ຖືກ
ປະຕິເສດຕໍ່ການອະນຸມັດ Security Clerance ນັ້ນ ແລະປັດຈຸບັນນີ້ ມີຄວາມ
ກັງວົນຕໍ່ການກັບຄືນມາເຮັດວຽກ ຫຼັງຈາກທີ່ທ່ານນາງໄດ້ຕັດສິນໃຈແຈ້ງເລື້ອງ
ດັ່ງກ່າວ ຕໍ່ສາທາລະນະແລ້ວ.
ທ່ານນາງ ໄດ້ບອກກັບຄະນະສືບສວນວ່າ “ຂ້າພະເຈົ້າແມ່ນຢ້ານກົວທີ່ຈະກັບຄືນ
ໄປເຮັດວຽກ. ຂ້າພະເຈົ້າຊາບດີທີ່ວ່າ ນີ້ ບໍ່ແມ່ນການຖືກມອງເຫັນວ່າ ເປັນການ
ເຂົ້າຂ້າງໃນຄວາມຕັ້ງໃຈຂອງຂ້າພະເຈົ້າ, ຊຶ່ງມັນແມ່ນການນຳເອົາກຽດສັກສີ
ຂອງຫ້ອງການນີ້ ກັບຄືນມາ.”