ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ເນເທີແລນ ລາອອກ ຫຼັງຈາກ ຍອມຮັບວ່າ ຕົນຂີ້ຕົວະ


ບັນດາສະມາຊິກສະພາ ຂອງຣັດເຊຍ ລົງຄະແນນສຽງ ຢູ່ທີ່ ລັດຖະສະພາ Duma, ເຊິ່ງເປັນສະພາຕ່ຳຂອງຣັດເຊຍ ຢູ່ໃນນະຄອນຫຼວງ ມົນກູ, ວັນທີ 15 ກຸມພາ 2017.
ບັນດາສະມາຊິກສະພາ ຂອງຣັດເຊຍ ລົງຄະແນນສຽງ ຢູ່ທີ່ ລັດຖະສະພາ Duma, ເຊິ່ງເປັນສະພາຕ່ຳຂອງຣັດເຊຍ ຢູ່ໃນນະຄອນຫຼວງ ມົນກູ, ວັນທີ 15 ກຸມພາ 2017.

ລັດຖະມົນຕີວ່າການຕ່າງປະເທດ ຂອງເນເທີແລນ ທ່ານ ແຮລບີ ຊີລສຕຣາ (Halbe
Zijlstra) ໄດ້ລາອອກຈາກຕຳແໜ່ງໃນວັນອັງຄານວານນີ້ ຫຼັງຈາກ ທີ່ໄດ້ຍອມຮັບ ວ່າ
ທ່ານໄດ້ຕົວະ ກ່ຽວກັບການໄປຮ່ວມກອງປະຊຸມກັບປະທາ ນາທິບໍດີຂອງຣັດເຊຍ ທ່ານ
ວລາດີເມຍ ປູຕິນ ໃນປີ 2006.

ທ່ານຊີລສຕຣາ ໄດ້ປາກົດໂຕຕໍ່ໜ້າ ບັນດາສະມາຊິກສະພາ ແລະໄດ້ກ່າວວ່າ ທ່ານໄດ້
ຕັດສິນໃຈ ທີ່ຈະລົງຈາກຕຳແໜ່ງ ເພາະວ່າຄວາມໜ້າເຊື່ອຖືຂອງກະ ຊວງການຕ່າງ
ປະເທດ ແມ່ນຈະຕ້ອງ “ບໍ່ມີຄວາມສົງໄສເລີຍ.”

ທ່ານໄດ້ກຳຕຳແໜ່ງດັ່ງກ່າວ ມາໄດ້ປະມານສີ່ເດືອນ.

ນາຍົກລັດຖະມົນຕີຂອງເນເທີແລນ ທ່ານມາກ ຣູຕຕ໌ ໄດ້ປະເຊີນກັບຄຳຖາມຕ່າງໆ
ກ່ຽວກັບວ່າ ເປັນຫຍັງທ່ານຈຶ່ງບໍ່ໄດ້ເປີດເຜີຍຄຳຂີ້ຕົວະດັ່ງກ່າວນັ້ນ ຕໍ່ມະຫາຊົນ ທັງໆ
ທີ່ທ່ານກໍຮູ້ຢູ່ແລ້ວ ດົນເຖິງສອງສາມສັບປະດາກ່ຽວກັບເລື່ອງນີ້. ທ່ານໄດ້ກ່າວວ່າ ທ່ານ
ປະເມີນຜົນກະທົບຂອງມັນນັ້ນ ຕ່ຳເກີນໄປ.

ສະພາເນເທີແລນ ໄດ້ຈັດໃຫ້ມີການລົງຄະແນນສຽງ ບໍ່ໄວ້ວາງໃຈ ໃນວັນອັງຄານວານນີ້
ແຕ່ທ່ານຣູຕຕ໌ ກໍລອດມາໄດ້ຢ່າງງ່າຍດາຍ.

ເລື່ອງນອງນັນ ທີ່ກ່ຽວຂ້ອງກັບ ທ່ານຊີລສຕຣາ ນັ້ນ ໄດ້ເຮັດໃຫ້ນະໂຍບາຍການຕ່າງ
ປະເທດ ຂອງເນເທີແລນ ຕົກຢູ່ໃນຄວາມສ່ຽງ ໃນຊ່ວງເວລາ ທີ່ສາຍພົວພັນທາງການ
ທູດ ລະຫວ່າງ ເນເທີແລນ ແລະ ຣັດເຊຍ ໄດ້ຊຸດໂຊມລົງ ສ່ວນໃຫຍ່ແລ້ວ ແມ່ນພົວພັນ
ກັບເລື່ອງ ການຍິງເຮືອບິນໂດຍສານ ຖ້ຽວບິນ MH17 ຂອງມາເລເຊຍຕົກ ຢູ່ເທິງນ່ານ
ຟ້າຂອງຢູເຄຣນ ເຊິ່ງຖືກກ່າວຫາວ່າ ພວກແບ່ງແຍກດິນແດນ ທີ່ນິຍົມຣັດເຊຍເປັນຜູ້ຍິງ.
ພວກຄົນຢູ່ໃນເຮືອບິນຈຳນວນ 298 ຄົນທີ່ໄດ້ເສຍຊີວິດ ໃນການຍິງເຮືອບິນຕົກນັ້ນ
ສ່ວນໃຫຍ່ແລ້ວ ແມ່ນຊາວເນເທີແລນ.

Netherlands Politics
please wait
Embed

No media source currently available

0:00 0:00:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG