ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຊອກຄົ້ນຫາ ເຮືອບິນ ມາເລເຊຍ ອາດຈະແກ່ຍາວ ໄປອີກ (ສະ​ໄລ​ດ໌/ວີດີໂອ)


ເຈົ້າ​ໜ້າ​ທີ່ ອອສ​ເຕ​ຣ​ເລຍ ຄົນ​ນຶ່ງ ​ໄດ້​ເຕືອນ​ວ່າ ການ​ຊອກ
​ຄົ້ນ​ຫາ​ເຮືອບິນມາ​ເລເຊຍ ທີ່​ຫາຍໄປ​ນັ້ນ “ອາດ​ແກ່ຍາວ
​ໄປ​ເປັນ​ເວລາ​ດົນນານ” ​ໃນ​ຂະນະ​ທີ່​ບັນດາ ພະນັກງານ
​ສືບຕໍ່ພາກັນ​ຊອກ​ຫາຮ່ອງ​ຮອຍໃດໆກໍຕາມ​ຂອງ​ເຮືອບິນ
​ ມາໄດ້ກວ່າສາມ​ອາທິດແລ້ວ ຫລັງ​ຈາກ​ທີ່​ເຮືອບິນ ໄດ້​
ຫາຍສາບ​ສູນ​ໄປ.

ອະດີດ​ ລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານ Augus
Houston ຊຶ່ງ​ເປັນ​ຫົວໜ້າ​ນຳ​ພາອົງການ​ປະສານ​ງານ
ຮ່ວມ ທີ່ຫາກໍຕັ້ງຂຶ້ນມາ​ໃໝ່ໆ ກ່າວ​ວ່າ ​ເຮືອບິນ​ທະ ຫານ
10 ລຳ ກຳລັງປະຕິບັດ​ງານ​ໃນ​ວັນ​ອັງຄານ​ມື້​ນີ້​ໃນ​ການ​
ຊອກ​ຫາ​ຢູ່ໃນ​ເຂດ​ມະຫາ​ສະມຸດ​ອິນ​ເດຍ ທີ່​ທ່ານກ່າວວ່າມີຂະໜາດໃຫຍ່​ເທົ່າ​ກັບປະ
ເທດ Ireland ນັ້ນ.​ ທ່ານເວົ້າ​ວ່າ ພາລະກິດແມ່ນຫຍຸ້ງຍາກ​ລຳບາກຫຼາຍ ​ເພາະວ່າ​ບ່ອນ​ທີ່​ຮູ້​ເທຶ່ີອສຸດ​ທ້າຍ​ຂອງເຮືອບິນນັ້ນແມ່ນ​ໄກ​ໄປ​ຈາກບ່ອນ​ທີ່​ປະກົດ​ວ່າ​ເຮືອບິນໄດ້
ຫາຍ ສາບສູນໄປ.
MALAYSIA PLANE SOTVO
please wait
Embed

No media source currently available

0:00 0:01:05 0:00

ທ່ານ ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ ​ໄດ້​ເປັນ​ທີ່​ທ້າ​ທາຍ​ທີ່​ສຸດ ​ເທົ້າ​ທີ່​ທ່ານ​ໄດ້​ພົບ​ເຫັນມາ ​ແລະ​ມາຮອດປັດຈຸບັນນີ້ ບັນດາ​ພະນັກງານ​ຊອກ​ຄົ້ນ​ຫາ ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ສິ່ງໃດໆ​ທັງ​ໝົດ ທີ່​ພົວພັນ​ກັບ​ເຮືອບິນ​ທີ່​ຫາຍ​ໄປໃນ ວັນ​ທີ 8 ​ເດືອນ​ມີນາພ້ອມດ້ວຍຜູ້ໂດຍສານ
ແລະພະນັກງານ 239 ຄົນ​ຢູ່​ເທິງ​ເຮືອບິນ.

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ມີ​ກຳ​ນົດທີ່​ຈະ​ເດີນທາງ​ໄປ ​ອອສ​ເຕຣ​ເລຍ ​ໃນ​ວັນ​ພຸດ​ມື້​ອື່ນນີ້.

​ໃນ​ວັນ​ຈັນ​ວານ​ນີ້ ມາ​ເລ​ເຊຍ ​ໄດ້​ປ່ຽນ​ອັນ​ທີ່​ຕົນ​ຮ້ອງ​ວ່າ ​ເປັນ​ຄຳ​ເວົ້າ​ຄັ້ງ​ສຸດ​ທ້າຍ ທີ່​ໄດ້​ຍິນ​ຈາກ​ຫ້ອງ​ຂັບ​ເຮືອບິນ. ​ໃນ​ຕອນຕົ້ນນັ້ນ ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ສິ່ງ​ທີ່​ຫໍ​ຄວບ​ຄຸມ​ການ​ການບິນໄດ້​ຍິນກໍ​ຄື “ທຸກຢ່າງຮຽບຮ້ອຍ ລາຕຣີສະ​ວັດ.” ​ແຕ່​ວ່າ ຢູ່​ໃນ​ຖະ​ແຫລ​ງ
ຂ່າວທີ່ນຳອອກເຜີຍແຜ່​ໃນ​ວັນ​ຈັນ​ວານ​ນີ້ ຄຳເວົ້າສຸດທ້າຍ ​ກໍ​ຄື​ວ່າ “ລາ​ຕຣີສະ​ວັດ ຖ້ຽວບິນ 370 ຂອງມາ​ເລ​ເຊຍ.”

ຖະ​ແຫລ​ງຂ່າວເວົ້າວ່າ ບັນດ​າ​ເຈົ້າ​ໜ້າ​ທີ່ພວມ​ພະຍາຍາມ​ພິຈາລະນາເບິ່ງ​ວ່າ ​ແມ່ນ​ໃຜ ​ເວົ້າ​ຄຳ​ເວົ້າ​ດັ່ງກ່າວນີ້.
XS
SM
MD
LG