ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຢູ່ກາບູລ ເຮັດໃຫ້ ຢ່າງໜ້ອຍ 40 ຄົນ ເສຍຊີວິດ ແລະ 140 ຄົນ ບາດເຈັບ


ຜູ້ບາດເຈັບຄົນນຶ່ງ ຖືກຫາມອອກໄປ ຈາກບໍລິເວນເກີດເຫດ ໃນນະຄອນຫຼວງກາບູລ. (ວັນທີ 27 ມັງກອນ 2018)
ຜູ້ບາດເຈັບຄົນນຶ່ງ ຖືກຫາມອອກໄປ ຈາກບໍລິເວນເກີດເຫດ ໃນນະຄອນຫຼວງກາບູລ. (ວັນທີ 27 ມັງກອນ 2018)

ການໂຈມຕີດ້ວຍລົດລະເບີດສະຫຼະຊີບຄັນນຶ່ງ ໄດ້ແຕກຂຶ້ນໃນວັນເສົາມື້ນີ້ ຢູ່ໃນບ່ອນ
ທີ່ແອອັດໄປດ້ວຍຜູ້ຄົນ ນອກໂຮງການລັດຖະບານ ໃນນະຄອນຫຼວງກາບູລ ປະເທດ
ອັຟການິສຖານ.

ໂຄສົກກະຊວງສາທາລະນະສຸກ ທ່ານວາຮີດ ມາຈໂຣອາ (Wahid Majroah) ເວລາ
ນີ້ ໃຫ້ການຢືນຢັນຕໍ່ລາຍງານຂອງສື່ມວນຊົນທ້ອງຖິ່ນທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດ
ມີຢ່າງໜ້ອຍ 40 ຄົນ ແລະຫຼາຍກວ່າ 140 ຄົນໄດ້ຮັບບາດເຈັບ.

ມີການແນມເຫັນແປວຄວັນສີດຳ ຂະໜາດໃຫຍ່ ພຸ່ງຂຶ້ນສູ່ທ້ອງຟ້າ ຈາກເຂດໃຈກາງນະ
ຄອນຫຼວງກາບູລ ຫຼັງຈາກທີ່ໄດ້ມີສຽງລະເບີດໃກ້ໆກັບຕຶກກະຊວງພາຍໃນເກົ່າ ອີງຕາມ
ຄຳເວົ້າຂອງພວກທີ່ເຫັນເຫດການ.

ຄວັນທີ່ພຸ່ງຂຶ້ນ ຈາກບ່ອນລະເບີດ ທີ່ນະຄອນຫຼວງກາບູລ
ຄວັນທີ່ພຸ່ງຂຶ້ນ ຈາກບ່ອນລະເບີດ ທີ່ນະຄອນຫຼວງກາບູລ

ໂຄສົກຂອງກະຊວງພາຍໃນທ່ານນາສຣາດ ຣາຮີມີ (Nasrat Rahimi) ໃຫ້ໃຫ້ການຢືນ
ຢັນ ກ່ຽວກັບຈຳນວນ ຂອງຜູ້ບາດເຈັບລົ້ມຕາຍຕໍ່ວີໂອເອ ໂດຍກ່າວວ່າ ຜູ້ກໍ່ການໄດ້ໃຊ້ ລົດໂຮງໝໍ ທີ່ບັນທຸກດິນລະເບີດ ໃນການໂຈມຕີຄັ້ງນີ້ ຢູ່ໃນບໍລິເວນທີ່ພົນລະເຮືອນ ໄປ ເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ.

ແຕ່ແນວໃດກໍຕາມ ລາຍງານທີ່ຍັງບໍ່ທັນໄດ້ຮັບການຢືນຢັນແຈ້ງວ່າ ຈຳນວນຜູ້ເສຍຊີວິດ ແມ່ນຫຼາຍກວ່າທີ່ເຈົ້າໜ້າທີ່ອັຟການິສຖານບອກໃຫ້ຊາບ.

ກຸ່ມຕາລີບານໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີກ່ຽວກັບການໂຈມຕີໃນ
ຄັ້ງນີ້. ໂຄສົກຂອງກຸ່ມຕາລີບານກ່າວວ່າ ເປົ້າໝາຍແມ່ນພວກເຈົ້າໜ້າທີ່ຮັກສາຄວາມ
ສະຫງົບ ທີ່ໄປເຕົ້າໂຮມກັນ.

ຜູ້ບາດເຈັບຄົນນຶ່ງ ຖືກຫາມໄປສົ່ງເຂົ້າໂຮງໝໍ
ຜູ້ບາດເຈັບຄົນນຶ່ງ ຖືກຫາມໄປສົ່ງເຂົ້າໂຮງໝໍ

ການໂຈມຕີຮ້າຍແຮງດັ່ງກ່າວ ມີຂຶ້ນນຶ່ງອາທິດ ຫຼັງຈາກພວກວາງລະເບີດສະຫຼະຊີບຕາ
ລີບານ ທີ່ຕິດອາວຸດເຕັມອັດຕາ ບຸກເຂົ້າໄປໃນໂຮງແຮມອິນເຕີຄອລຕີເນັນໂທລ ຊຶ່ງຕັ້ງ
ຢູ່ໃນເຂດທີ່ຂ້ອນຂ້າງມີຄວາມປອດໄພ ຂອງນະຄອນຫຼວງກາບູລ. ການໂຈມຕີດັ່ງກ່າວ ໄດ້ສັງຫານຢ່າງໜ້ອຍ 22 ຄົນ ຮວມທັງ ຊາວຕ່າງປະເທດ 14 ຄົນ. ມີຊາວອາເມຣິກັນ ຢ່າງໜ້ອຍ 4 ຄົນ ຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG