ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ຊາ​ຊົນຫຼາຍ​ຄົນ​ ເຊື່ອ​ວ່າ​ໄດ້​ເສຍ​ຊີ​ວິດ ຫຼັງ​ຈາກ​​​ທໍ່​​ສົ່ງນ້ຳ​ມັນ ລະ​ເບີດຢູ່ ​ໄນ​ຈີ​ເຣຍ


ຮູບ​ພາບ​ທໍ່​ນໍ້​ມັນ​ລະ​ເບີດ ວັນ​ທີ 1 ມີ​ນາ 2019 ​ທີ່ເມືອງ ເນັມ​ເບ, ປະ​ເທດ ໄນ​ຈີ​ເຣຍ.
ຮູບ​ພາບ​ທໍ່​ນໍ້​ມັນ​ລະ​ເບີດ ວັນ​ທີ 1 ມີ​ນາ 2019 ​ທີ່ເມືອງ ເນັມ​ເບ, ປະ​ເທດ ໄນ​ຈີ​ເຣຍ.

ປະ​ຊາ​ຊົນຫຼາຍ​ຄົນ​ເຊື່ອ​ວ່າ​ໄດ້​ເສຍ​ຊີ​ວິດ ຫຼັງ​ຈາກ​ການ​ລະ​ເບີດ​ທໍ່ສົ່ງນ້ຳ​ມັນ​ ໃນ​ພາກ​ໃຕ້
ຂອງ​ປະ​ເທດ ​ໄນ​ຈີ​ເຣຍ ອີງຕາມພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

​ອົງ​ການ​ຂ່າ​ວ​ເອ​ພີ ໄດ້​ລາຍ​ງານ​ວັນ​ເສົາ​ວ​ານ​ນີ້​ວ່າ ຫຼາຍກວ່າ 50 ຄົນ​ໄດ້​ຫາຍ​ສາບ​ສູນ,
ນຶ່ງ​ມື້​ຫຼັງ​ຈາກ​ເກີດ​ລະ​ບີດ​ໃນ​ຕອນ​ເຊົ້າ​ ຂອງ​ການ​ເກີດ​ລະ​ເບີດ​ຢູ່ທໍ່​ນ້ຳ​ມັນ ເນັມ​ເບ ກ​ຣິກ
ໃນ​ລັດ​ ບາ​ແຍລ​ຊາ.

ບໍ​ລິ​ສັດ ໄອ​ແຕວ ສຳ​ຫຼວດ​ຈຳ​ກັດ ​ເຊິ່​ງ​ແມ່ນ​ບໍລິ​ສັດທີ່​ເປັນ​ເຈົ້າ​ຂອງທໍ່​ນ້ຳ​ມັນດັ່​ງ​ກ່າວ
ໄດ້​ປະ​ກາດ​ວ່າ​ມີໄຟ​ໄໝ້ເກີດ​ຂຶ້ນ​ໃນ​ຕອນ​ 4:00 ໂມງເຊົ້າ ຕາມ​ເວ​ລ​າໃນ​ທ້ອງ​ຖິ່ນ​ໃນ​
ວັນ​ສຸກ​ທີ່​ຜ່ານ​ມາ, ແລະ ​ໄດ້​ຖືກມອດ​ໃນ​ທີ່​ສຸດ ເມື່ອວັນ​ເສົາ​ວານ​ນີ້​ພ້ອມ​ກັບ​ບໍ່​ມີ​ການ
​ເສຍ​ຊີ​ວິດ​ຂອງ​ຄົນ.

ແຕ່​ໂຄ​ສົກ​ຄົນ​ນຶ່ງສຳ​ລັບບັນ​ດາ​ກຸ່ມ​ຄົນ​ພື້ນ​ຖານ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ, ຫົວ​ໜ້າ ເນັງ​ຈີ
ເຈມ​ສ໌-ອີ​ຣີ​ໂວ​ຣິ​ໂອ ໄດ້ເວົ້າກົງ​ກັນ​ຂ້າມກັບ​ການ​ກ່າວ​ອ້າງ​ນັ້ນ, ໂດຍ​ເວົ້າ​ວ່າ ໄຟ​ຍັງ​
ໄໝ້ຢູ່ ແລະ ​ຫຼາຍ​ຄົນຮວມ​ທັງ​ພວກ​ເດັກ​ນ້ອຍ​ໄດ້​ຫາຍ​ສາບ​ສູນໄປ ແລະ​ ຢ້ານ​ວ່າ​ເຂົາ
​ເຈົ້າ​ໄດ້​ເສຍ​ຊີ​ວິດແລ້ວ.

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ​ໄນ​ຈີ​ເຣຍ ອອກ​ມາ​ຕອບ ແລະ ​ສືບ​ສວນເຫດ​ການ
​ດັ່ງ​ກ່າວ​ນັ້ນ.

ອ່ານ​ຂ່​າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG