ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ ລາວ ຢືນຢັນວ່າ ວັກຊີນກັນໄວຣັສ COVID-19 ຈະສັກໃຫ້ 70 ເປີເຊັນ ຂອງປະຊາກອນ ລາວ ທັງໝົດ


ເຈົ້າໜ້າທີ່ແຖວໜ້າຂອງລາວ ສັກຢາວັກຊີນກັນໄວຣັສໂຄໂຣນາ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ຈີນ.
ເຈົ້າໜ້າທີ່ແຖວໜ້າຂອງລາວ ສັກຢາວັກຊີນກັນໄວຣັສໂຄໂຣນາ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ຈີນ.

ທາງການ ລາວ ຢືນຢັນວ່າ ວັກຊີນກັນໄວຣັສ COVID-19 ຈະສັກໃຫ້ 70 ເປີເຊັນຂອງຈຳນວນປະ ຊາກອນ ລາວ ທັງໝົດ ໂດຍຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກ ຈີນ, ອົງການອະນາໄມໂລກ ແລະ ນານາຊາດເພີ່ມຂຶ້ນ.

ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກຖະແຫຼງວ່າ ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ປະຊາຊົນ ລາວ ທົ່ວໄປໃຫ້ໄດ້ເຖິງ 3.5 ລ້ານຄົນ ຫຼື ຄິດເປັນ 70 ເປີເຊັນຂອງປະຊາກອນ ລາວ ທີ່ຢູ່ໃນຄວາມສ່ຽງ ຊຶ່ງນອກຈາກຈະຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການ COVAX ຂອງອົງການອະນາໄມໂລກກັບບັນດາປະເທດຜູ້ບໍລິຈາກແລ້ວ ກໍຍັງເຊື່ອໝັ້ນວ່າຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຈີນ ເພີ່ມຂຶ້ນອີກດ້ວຍ ແຕ່ວ່າການສັກຢາວັກຊີນໃນໄລຍະນີ້ ກໍຍັງຈະໃຫ້ບູລິມະສິດກັບບັນດາພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດໜ້າທີ່ເປັນສຳຄັນ ລວມເຖິງຜູ້ທີ່ຈະຕ້ອງເດີນ ທາງໄປຕ່າງປະເທດດ້ວຍ ດັ່ງທີ່ທ່ານລັດຕະນະໄຊຢືນຢັນວ່າ

“ເປົ້າໝາຍຂອງເຮົານີ້ໃຫ້ກວມໄດ້ 70 ເປີເຊັນຂອງປະຊາກອນຂອງພວກເຮົາ ຫຼືປະມານ 3.5 ລ້ານ ແຕ່ເຖິງຢ່າງໃດກໍຕາມ ໃນກໍລະນີທີ່ວ່າເຮົາມີຄວາມຈຳເປັນທີ່ຈະເດີນທາງໄປເຮັດວຽກງານທາງດ້ານລັດຖະການ ຫຼືວ່າອື່ນໆຢູ່ຕ່າງປະເທດທີ່ມີຄວາມຈຳເປັນທີ່ຈະຕ້ອງໄດ້ສັກ ອັນນີ້ທາງຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກຂອງພວກເຮົາກໍຈະພິຈາລະນາເປັນລາຍໆໄປ.”

ທັງນີ້ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ COVID-19 ຈາກກຸ່ມບໍລິ ສັດ Sino-Pharm ຂອງລັດຖະບານ ຈີນ ຈຳນວນ 2,000 ໂດສໃນທ້າຍປີ 2020 ແລະ 3 ແສນໂດສໃນເດືອນມັງກອນ 2021 ຊຶ່ງໄດ້ດຳເນີນການສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານໃນເຂດນະຄອນຫຼວງວຽງຈັນຢ່າງຄົບຖ້ວນແລ້ວ ແລະ ບໍ່ປາກົດວ່າມີຜົນຂ້າງຄຽງອັນຮ້າຍແຮງເກີດຂຶ້ນກັບພະນັກງານລັດທີ່ໄດ້ຮັບການສັກຢາວັກຊີນດັ່ງກ່າວແຕ່ຢ່າງໃດ ຈຶ່ງໄດ້ແຈກຢາຍຢາວັກຊີນໄປໃຫ້ທຸກແຂວງໃນທົ່ວປະເທດແລ້ວ ແລະ ຄາດວ່າຈະສັກໃຫ້ກັບພະນັກງານລັດທຸກຄົນທີ່ມີຄວາມສ່ຽງໄດ້ຢ່າງຄົບຖ້ວນໃນເດືອນເມສາ 2021 ນີ້.

ພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານທີ່ໄດ້ຮັບການສັກຢາວັກຊີນກັນໄວຣັສ COVID-19 ເປັນກຸ່ມທຳອິດໃນ ລາວ ກໍຄືແພດ, ພະຍາບານ ແລະ ພະນັກງານລັດທີ່ປະຕິບັດໜ້າ ທີ່ປະຈຳຢູ່ດ່ານຊາຍແດນເປັນຕົ້ນ ໂດຍການສັກຢາວັກຊີນຈະແລ້ວສຳເລັດໃນເດືອນເມສາ 2021 ນີ້ ສ່ວນການສັກຢາວັກຊີນໃຫ້ປະຊາຊົນ ລາວ ທົ່ວໄປນັ້ນຍັງຈະຕ້ອງລໍຖ້າການຊ່ວຍເຫຼືອຫຼືສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອຈາກອົງການອະນາໄມໂລກ ຊຶ່ງລາວກໍເປັນປະເທດ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນສຳລັບປະຊາຊົນ ລາວ 1.4 ລ້ານຄົນຫຼື 20 ເປີເຊັນຂອງປະຊາກອນ ລາວ ທັງໝົດ ຈຶ່ງຍັງເຫຼືອອີກກວ່າ 5.6 ລ້ານຄົນທີ່ຈະໄດ້ຮັບການສັກຢາວັກຊີນຕ້ານໄວຣັສ COVID-19 ດ້ວຍການສັ່ງຊື້ຈາກຕ່າງປະເທດເປັນດ້ານຫຼັກ ໂດຍຄາດວ່າຈະຕ້ອງໃຊ້ເງິນທຶນຫຼາຍກວ່າ 100 ລ້ານໂດລາ ແຕ່ວ່າລັດຖະບານ ລາວ ຈະສາມາດຕອບສະໜອງໄດ້ບາງສ່ວນເທົ່ານັ້ນ ຈຶ່ງເຮັດໃຫ້ຕ້ອງການຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນຫຼັກເຊັ່ນດຽວກັນ ດັ່ງທີ່ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກຢືນຢັນວ່າ

“ພວກເຮົາກໍຈະຕ້ອງໄດ້ພົວພັນກັບທາງປະເທດເພື່ອນມິດໃນການຈັດຫາຈັດຊື້ຫຼືວ່າການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ອັນນີ້ກະເປັນອັນນຶ່ງທີ່ພວກເຮົາຈະມີເງື່ອນໄຂເຮັດໃຫ້ພໍ່ແມ່-ປະຊາຊົນ ພວກເຮົາຈະຕ້ອງໄດ້ຮັບການໃສ່ວັກຊີນນີ້ ບາດນີ້ຖ້າວ່າພວກເຮົາຫາກຈະສັກທຸກທົ່ວໜ້ານີ້ພວກເຮົາຈະຕ້ອງໄດ້ໃຊ້ເງິນປະມານ 100 ກວ່າລ້ານໂດລາ ຊຶ່ງວ່າອັນນີ້ນິກໍແມ່ນວ່າສິສັກບາດດຽວໃຫ້ມັນແລ້ວໝົດຢູ່ປະເທດອື່ນເຂົາເຈົ້່າກະເຮັດບໍ່ໄດ້ ດັ່ງນັ້ນໂຕນີ້ເປັນອັນນຶ່ງທີ່ພວກເຮົາຈະຕ້ອງໄດ້ຊອກງົບ.”

ໂດຍທີ່ຜ່ານມາ ພາກເອກະຊົນໃນ ລາວ, ຊາວຕ່າງຊາດ ແລະ ອົງການສາກົນຈຳນວນ 99 ພາກ ສ່ວນໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ລາວ 38 ຕື້ກີບ ເພື່ອໃຊ້ໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ສ່ວນລັດຖະບານ ລາວ ກໍໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບສຳ ລັບຈັດຊື້ອຸປະກອນທາງການແພດ ແລະ ຈັດສັນໃຫ້ແຕ່ລະແຂວງທົ່ວປະເທດ ນອກຈາກນັ້ນຍັງໄດ້ຮັບການຊ່ວຍເຫຼືອເປັນອຸປະກອນທາງການແພດກວ່າ 24 ຕື້ກີບ ສ່ວນກະຊວງການເງິນໄດ້ກູ້ຢືມເງິນສຸກເສີນໃນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເພື່ອຍົກລະດັບປະສິດທິພາບໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ໃຫ້ສູງຂຶ້ນ ຂະນະທີ່ລັດຖະບານ ຈີນ ກໍໃຫ້ການຊ່ວຍເຫຼືອດ້ານຢາກວດຫາໄວຣັສ COVID-19 ຫຼາຍກວ່າ 22,000 ຊຸດ, ໜ້າກາກ ແລະ ອຸປະ ກອນປ້ອງກັນສຳລັບແພດກວ່າ 4​ ແສນຊຸດ ທັງຍັງໄດ້ໃຫ້ການຊ່ວຍເຫຼືອແກ່ໂຮງໝໍມິດຕະພາບໃນນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບການພັດທະນາໃຫ້ເປັນສູນກາງໃນການຮັກສາຜູ້ທີ່ຕິດ COVID-19 ໂດຍນຳໃຊ້ອາຄານຫຼັງໃໝ່ສຳລັບຮັບຮອງຜູ້ທີ່ຕິດ COVID-19 ເປັນການສະເພາະ ເນື່ອງຈາກວ່າມີບຸກຄະລາກອນ ແລະ ເຄື່ອງມືແພດທັນສະໄໝທີ່ສຸດໃນ ລາວ ທີ່ເປັນການຊ່ວຍເຫຼືອຈາກລັດ ຖະບານ ຈີນ ເຊັ່ນດຽວກັນ.

XS
SM
MD
LG