ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຢືນຢັນວ່າຢາວັກຊີນ COVID-19 ຂອງ Sino-Pharm ທີ່ລັດຖະບານ ຈີນ ໃຫ້ການຊ່ວຍເຫຼືອ ລາວ 3​ ແສນໂດສ ມີຄວາມປອດໄພ


ເຈົ້າໜ້າທີ່ແຖວໜ້າຂອງລາວ ສັກຢາວັກຊີນກັນໄວຣັສໂຄໂຣນາ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ຈີນ.
ເຈົ້າໜ້າທີ່ແຖວໜ້າຂອງລາວ ສັກຢາວັກຊີນກັນໄວຣັສໂຄໂຣນາ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ຈີນ.

ທາງການ ລາວ ຢືນຢັນວ່າຢາວັກຊີນກັນໄວຣັສ COVID-19 ຂອງ Sino-Pharm ທີ່ລັດຖະບານ ຈີນ ໃຫ້ການຊ່ວຍເຫຼືອ ລາວ 3​ ແສນໂດສ ມີຄວາມປອດໄພໃນການສັກໃຫ້ພະນັກງານທີ່ມີຄວາມສ່ຽງໃນການປະຕິບັດງານ.

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບຖະແຫຼງຢືນຢັນວ່າ ຢາວັກຊີນປ້ອງກັນເຊື້ອໄວຣັສ COVID-19 ຂອງບໍລິສັດ Sino-Pharm ທີ່ລັດຖະບານ ຈີນ ໃຫ້ການຊ່ວຍເຫຼືອລັດຖະບານ ລາວ ຈຳນວນ 2,000 ໂດສໃນທ້າຍປີ 2020 ແລະ 3 ແສນໂດສເມື່ອເດືອນມັງກອນ 2021 ໄດ້ດຳເນີນການສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານໃນເຂດນະຄອນຫຼວງວຽງຈັນຢ່າງຄົບຖ້ວນແລ້ວ ໂດຍບໍ່ປາກົດວ່າມີຜົນຂ້າງຄຽງອັນຮ້າຍແຮງເກີດຂຶ້ນກັບພະນັກງານລັດທີ່ໄດ້ຮັບການສັກຢາວັກຊີນດັ່ງກ່າວແຕ່ຢ່າງໃດ ຈຶ່ງໝັ້ນໃຈວ່າຢາວັກຊີນກັນເຊື້ອໄວຣັສ COVID-19 ຂອງບໍລິສັດ Sino-Pharm ມີຄວາມປອດໄພ ແລະ ໄດ້ແຈກຢາຍໄປທຸກແຂວງໃນທົ່ວປະເທດແລ້ວໃນປັດຈຸບັນນີ້ ດັ່ງທີ່ທ່ານ ພອນປະເສີດ ຢືນຢັນວ່າ

“ໄລຍະທຳອິດໝວດເຮົາກະໄດ້ມີການຈັດຕັ້ງປະຕິບັດໃຫ້ກັບກຸ່ມພະນັກງານແພດຢູ່ໃນຂັ້ນໂຮງໝໍສູນກາງ ຊຶ່ງມາຮອດປັດຈຸບັນນີ້ແມ່ນສັກໄດ້ 1,700 ກວ່າກໍລະນີແລ້ວ ເຫັນວ່າທຸກຄົ້ນຫັ້ນບໍ່ມີອາ ການຜິດປົກກະຕິອີຫຍັງ ມີພຽງແຕ່ມີອາການເຈັບບໍລິເວນກົກແຂນແລ້ວກໍມີອາການປວດຕົນປວດໂຕເລັກໆນ້ອຍໆ ສະນັ້ນລະທາງກະຊວງສາທາລະນະສຸກ ຈຶ່ງເຫັນໄດ້ວ່າວັກຊີນດັ່ງກ່າວນີ້ແມ່ນມີປະໂຫຍດ ແລ້ວກະມີພູມຕ້ານທານຂຶ້ນໃນຄົນທີ່ໄດ້ການສັກແລ້ວ ສະນັ້ນລະຕໍ່ເຫດການດັ່ງກ່າວນີ້ ທາງກະຊວງສາທາລະນະສຸກ ຈຶ່ງໄດ້ຕັດສິນໃຈສົ່ງວັກຊີນດັ່ງກ່າວນີ້ລົງໄປໃຫ້ທ້ອງຖິ່ນໃນ 18 ແຂວງທົ່ວປະເທດ.”

ສ່ວນທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າຢາວັກຊີນກັນພະຍາດໄວຣັສ COVID-19 ທີ່ ລາວ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຈີນ 3 ແສນໂດສນີ້ ຈະສັກໃຫ້ແກ່ບັນດາພະນັກງານທີ່ມີຄວາມສ່ຽງໃນການປະຕິບັດໜ້າທີ່ເປັນກຸ່ມທຳອິດເຊັ່ນ: ໝໍ, ພະຍາ ບານ ແລະ ພະນັກງານລັດຜູ້ທີ່ປະຕິບັດໜ້າທີ່ປະຈຳຢູ່ດ່ານຊາຍແດນເປັນຕົ້ນ ໂດຍການສັກຢາວັກຊີນຈະແລ້ວສຳເລັດໃນເດືອນເມສາ 2021 ນີ້.

ສ່ວນການສັກຢາວັກຊີນໃຫ້ປະຊາຊົນ ລາວ ທົ່ວໄປນັ້ນ ກໍຍັງຈະຕ້ອງລໍຖ້າການຊ່ວຍເຫຼືອ ຫຼື ສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອລ້າຈາກອົງການອະນາໄມໂລກ ຊຶ່ງລາວກໍເປັນປະເທດ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອລ້າທາງດ້ານຢາວັກຊີນຕ້ານ COVID-19 ໃນປີ 2021 ສຳລັບປະຊາຊົນ ລາວ 1.4 ລ້ານຄົນ ຄິດເປັນ 20 ເປີເຊັນຂອງປະຊາກອນ ລາວ ທັງໝົດ ຈຶ່ງຍັງເຫຼືອອີກກວ່າ 5.6 ລ້ານຄົນທີ່ຈະໄດ້ຮັບການສັກຢາວັກຊີນຕ້ານພະຍາດໄວຣັສ COVID-19 ດ້ວຍການນສັ່ງຊື້ຈາກຕ່າງປະເທດເປັນດ້ານຫຼັກ ໂດຍຄາດວ່າຈະຕ້ອງໃຊ້ເງິນທຶນຫຼາຍກວ່າ 100 ລ້ານໂດລາ ແຕ່ວ່າລັດຖະບານ ລາວ ຈະສາມາດຕອບສະໜອງໄດ້ບາງສ່ວນເທົ່ານັ້ນ ຈຶ່ງເຮັດໃຫ້ຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກດ້ວຍເຊັ່ນກັນ ຊຶ່ງຈະຕ້ອງໄດ້ໃຊ້ເວລາພໍສົມຄວນ ດັ່ງທີ່ທ່ານ ບຸນກອງ ໃຫ້ການຍອມຮັບວ່າ

“ພວກເຮົາກໍຈະຕ້ອງໄດ້ພົວພັນກັບທາງປະເທດເພື່ອນມິດໃນການຈັດຫາຈັດຊື້ ຫຼືວ່າການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ອັນນີ້ກະເປັນອັນນຶ່ງທີ່ພວກເຮົາມີເງື່ອນໄຂເຮັດໃຫ້ພໍ່ແມ່ປະຊາຊົນພວກເຮົາຈະຕ້ອງໄດ້ຮັບການໃສ່ວັກຊີນນີ້ ບາດນີ້ຖ້າວ່າພວກເຮົາຫາກຈະສັກທຸກທົ່ວໜ້ານີ້ ພວກເຮົາຈະຕ້ອງໄດ້ໃຊ້ເງິນປະມານ 100 ກວ່າລ້ານໂດລາ ຊຶ່ງວ່າອັນນີ້ນິກໍບໍ່ແມ່ນວ່າສິສັກບາດຽວໃຫ້ມັນແລ້ວໝົດ ຢູ່ປະເທດອື່ນເຂົາເຈົ້າກະເຮັດບໍ່ໄດ້ດັ່ງນັ້ນໂຕນີ້ເປັນອັນນຶ່ງທີ່ພວກເຮົາຈະຕ້ອງໄດ້ຊອກງົບ.”

ໂດຍທີ່ຜ່ານມາ ພາກເອກະຊົນ ລາວ, ຊາວຕ່າງຊາດ ແລະ ອົງການສາກົນຈຳນວນ 99 ພາກສ່ວນໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ 38 ກວ່າຕື້ກີບ ເພື່ອໃຊ້ໃນການສະກັດກັ້ນການລະບາດຂອງເຊື້ອໄວຣັສ COVID-19 ໃນ ລາວ. ສ່ວນລັດຖະບານ ລາວ ກໍໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບ ສຳລັບຈັດຊື້ອຸປະກອນທາງການແພດ ແລະ ຈັດສັນໃຫ້ແຕ່ລະແຂວງໃນທົ່ວປະເທດ ນອກຈາກນັ້ນກໍຍັງໄດ້ຮັບການຊ່ວຍເຫຼືອເປັນອຸປະກອນທາງການແພດກວ່າ 24 ຕື້ກີບ ສ່ວນກະ ຊວງການເງິນ ກໍໄດ້ກູ້ຢືມສຸກເສີນໃນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເພື່ອຍົກລະດັບປະສິດທິພາບການສະກັດກັ້ນການລະບາດຂອງໄວຣັສ COVID-19 ໃຫ້ສູງຂຶ້ນ ສ່ວນລັດຖະບານ ຈີນ ກໍຊ່ວຍເຫຼືອດ້ານຢາກວດໄວຣັສ COVID-19 ຈຳນວນ 22,000 ກວ່າຊຸດ, ໜ້າກາກສຳລັບແພດ 4 ແສນຊຸດ ແລະ ອຸປະກອນປ້ອງກັນແພດ 5,000 ກວ່າຊຸດ ຊຶ່ງໄດ້ມີການນຳໃຊ້ໄປສ່ວນ ໃຫຍ່ແລ້ວ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການຈັດຊື້-ຈັດຫາເພີ່ມເຕີມຂຶ້ນອີກ.

ທັງນີ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄວຣັສ COVID-19 ໃນ ລາວ ໄດ້ກຳນົດໃຫ້ໂຮງໝໍມິດຕະພາບໃນນະຄອນຫຼວງວຽງຈັນເປັນສູນກາງໃນການຮັກສາຜູ້ທີ່ຕິດ COVID-19 ໂດຍນຳໃຊ້ອາຄານຫຼັງໃໝ່ເພື່ອຮອງຮັບຜູ້ທີ່ຕິດ COVID-19 ເປັນການສະເພາະ ເນື່ອງຈາກວ່າມີບຸກຄະລາກອນ ແລະ ເຄື່ອງມືແພດທັນສະໄໝທີ່ສຸດໃນ ລາວ ທີ່ເປັນການຊ່ວຍເຫຼືອຈາກລັດຖະບານ ຈີນ ເຊັ່ນກັນ.

XS
SM
MD
LG