ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ ໃນລັດຫລູຍເຊຍນາ ຊັ່ງຊາເບິ່ງຄວາມເສຍຫາຍ ທີ່ປ່ອຍໄວ້ ໂດຍລົມພະຍຸໄອດາ


ຮາຍເວ 51 ຖືກນໍ້າຖ້ວມ ຫຼັງຈາກລົມພາຍຸໄອດາ ພັດເຂົ້າຖະຫລົ່ມ ທີເມືອງລາປລາສ ລັດຫລູຍເຊຍນາ ເມື່ອວັນທີ 30 ສິງຫາ 2021.
ຮາຍເວ 51 ຖືກນໍ້າຖ້ວມ ຫຼັງຈາກລົມພາຍຸໄອດາ ພັດເຂົ້າຖະຫລົ່ມ ທີເມືອງລາປລາສ ລັດຫລູຍເຊຍນາ ເມື່ອວັນທີ 30 ສິງຫາ 2021.

ເຈົ້່າຄອງນະຄອນນິວອໍລີນ ລັດຫລູຍເຊຍນາ ຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຖືກຍົກ ຍ້າຍກ່ອນ
ໜ້າການມາເຖິງໃນວັນອາທິດ ຂອງລົມພາຍຸຄວາມກົດອາກາດຕ່ຳລະ ດູຮ້ອນໄອດາ ບໍ່ໃຫ້
ກັບຄືນໄປບ້ານເທື່ອ ໃນຂະນະທີ່ພາຍຸຂະໜາດໃຫຍ່ໄດ້ເຮັດ ໃຫ້ນະຄອນດັ່ງກ່າວປາດສະ
ຈາກໄຟຟ້າ.

ລົມພາຍຸໄອດາ ພັດຖະຫລົ່ມຊາຍຝັ່ງລັດຫລູຍເຊຍນາ ດ້ວຍລົມພາຍຸລະດັບ 4 ຊຶ່ງມີ
ຄວາມແຮງເຖິງ 240 ກິໂລແມັດຕໍ່ຊົ່ວໂມງ ເປັນເວລາ 16 ປີ ຫຼັງຈາກ ລົາພາຍຸກາຕຣີນາ
(Katrina)ໄດ້ທຳລາຍ ນະຄອນນິວອໍລີນ ເວລາຄູກັ້ນນໍ້າບໍ່ ສາມາດຕ້ານ ແລະເຮັດໃຫ້
ນະຄອນດັ່ງກ່າວຢູ່ໃຕ້ນໍ້າ ມີຜູ້ເສຍຊີວິດ 1,800 ຄົນ ແລະປະຊາຊົນຫຼາຍພັນຄົນ ຕົກ
ຄ້າງເປັນເວລາຫຼາຍມື້.

ພວກເຈົ້າໜ້າທີ່ກ່າວວ່າ ລະບົບກັ້ນນໍ້າໃໝ່ 14 ພັນ 5 ຮ້ອຍລ້ານໂດລາ ທີ່ສ້າງຂຶ້ນຢູ່ອ້ອມ
ແອ້ມນະຄອນິວອໍລີນ ຫຼັງຈາກໄດ້ເກີດຄວາມຫາຍານະໃນປີ 2005 ສາມາດຕ້ານຢັນ ກັບ
ການພັດຖະຫຼົ່ມຂອງລົມພາຍຸໄອດາໄດ້ ແລະປ້ອງກັນບໍ່ໃຫ້ ນໍ້າຈາກແມ່ນໍ້າມີສຊິສສິບປີໄຫຼ
ເຂົ້າມາຖ້ວມນະຄອນດັ່ງກ່າວໄດ້ອີກ. ເຖິງຢ່າງໃດ ກໍດີ ມີປະຊາຊົນຫຼາຍກວ່ານຶ່ງລ້ານຄົນ
ໃນລັດຫລູຍເຊຍນາ ຮວມທັງນະຄອນນິວ ອໍລີນ ແລະລັດໃກ້ຄຽງໃນພາກໃຕ້ສະຫະລັດຄື
ລັດມີສຊິສສິບປີ ບໍ່ມີໄຟຟ້າໃຊ້.

ບໍລິສັດພະລັງງານທ້ອງຖິ່ນ ກ່າວວ່າ ສາຍໄຟຟ້າແປດສາຍ ທີ່ສົ່ງໄຟເຂົ້າໄປນະ ຄອນນິວ
ອໍລີນ ໃຊ້ການບໍ່ໄດ້ ພ້ອມດ້ວຍເສົາໄຟຟ້າເສົານຶ່ງ ລົ້ມລົງສູ່ແມ່ນໍ້າ ມິສຊິສສິບປີ. ພວກເຈົ້າ
ໜ້າທີ່ກ່າວວ່າ ຈະໃຊ້ເວລາຫຼາຍມື້ຫຼືບາງທີອາດຫຼາຍອາທິດ ກ່ອນໄຟຟ້າຈະກັບຄືນມາ
ຢ່າງເຕັມທີ່ ຊຶ່ງພາໃຫ້ມີຄວາມເປັນຫ່ວງສຳລັບຊາວ ເມືອງທີ່ຈະລົ້ມປ່ວຍຢູ່ໃນຂົງເຂດຍ້ອນ
ຄວາມຮ້ອນເອົ້າຂອງຕອນທ້າຍລະດູຮ້ອນ ທີ່ໄດ້ທຳນາຍວ່າ ອາດຂຶ້ນສູງເຖິງ 32 ອົງສາ
ແຊລເຊິສໃນທ້າຍອາທິດນີ້.

ເຈົ້າຄອງນະຄອນນິວອໍລິນ ທ່ານນາງລາໂຕຢາ ແຄນແທຣລ (LaToya Cantrell) ກ່າວ
ຕໍ່ກອງປະຊຸມນັກຂ່າວ ໃນວັນຈັນວານນີ້ ຫຼັງຈາກລົມພາຍຸ ໄອດາພັດຖະຫຼົ່ມ ວ່າ “ບັດນີ້ບໍ່
ແມ່ນເວລາ ທີ່ຈະກັບຄືນເຂົ້າມາໃໝ່.”

ສະຖານະການແມ່ນຮ້າຍແຮງຫຼາຍ ຢູ່ໃນຫຼາຍຂົງເຂດອ້ອມແອ້ມ ເຊັ່ນວ່າເມືອງ ລາປລາສ
(LaPlace) ທີ່ຕັ້ງຢູ່ປະມານ 55 ກິໂລແມັດ ທາງທິດຕາເວັນຕົກ ຂອງນະຄອນນິວອໍລິນ.
ຝົນຕົກແຮງ ຈາກລົມພາຍຸໄອດາ ພາໃຫ້ເກີດນໍ້າຖ້ວມ ຖະໜົນຫົນທາງ ເຮັດໃຫ້ປະຊາຊົນ
ຕົກຄ້າງຢູ່ໃນບ່້ານເຮືອນ ໃນວັນຈັນວານນີ້. ກຸ່ມອາສາສະໝັກ ໄດ້ຊອກຫາຢູ່ຕາມຖະໜົນ
ທີ່ຖືກນໍ້າຖ້ວມ ໂດຍເຮືອຈັກ ໃນ ເມືອງລາປລາສ ແລະບັນດາເມືອງນ້ອຍຕ່າງໆ ເພື່ອຊ່ວຍ
ກູ້ໄພປະຊາຊົນ ທີ່ຕົກຄ້າງ.

ຜູ້ປົກຄອງລັດຫລູນເຊຍນາ ທ່ານຈອນ ເອດວາດສ໌ ກ່າວວ່າ ຢ່າງໜ້ອຍສອງ ຄົນໄດ້ເສຍ
ຊີວິດ ຈາກລົມພາຍຸໄອດາ ຮວມທັງຜູ້ຊາຍຄົນນຶ່ງຈົມນໍ້າຢູ່ນິວອໍລີນ ແລະອີກຄົນນຶ່ງເສຍຊີ
ວິດຍ້ອນຕົ້ນໄມ້ລົ້ມທັບ ໃສ່ເຮືອນ ຢູ່ນອກເມືອງບາຕົງຣູ (Baton Rouge) ເມືອງເອກຂອງ
ລັດ. ຜູ້ປົກຄອງລັດ ເອດວາດສ໌ ກ່າວວ່າ ທ່ານຄາດວ່າ ຈຳນວນການເສຍຊີວິດຈະເພີ້ມຂຶ້ນ
ເນື່ອງຈາກອຳນາດໃນການທຳ ລາຍທີ່ຮ້າຍແຮງທີ່ເກີິດຈາກລົມພາຍຸໄອດາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG