ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ກ່າວວ່າ ພວກແມ່ຍິງ ຢູ່ໃນອັຟການິສຖານ ຍັງຄົງສາມາດຫຼິ້ນກິລາຄຣິກເກັດທ໌ໄດ້ຕໍ່ໄປ


ພວກແມ່ຍິງ ລົມກັນຢູ່ນອກເທວາສະຖານ ຄາຣ໌ທີ ຊາຄີ, ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 23 ຕຸລາ, ປີ 2021. ເຈົ້າໜ້າທີ່ຂັ້ນສູງທີ່ນໍາໂດຍກຸ່ມຕາລິບານ ໃນອັຟການິສຖານ ໄດ້ຮັບຮອງ ໃນວັນທີ 23 ພະຈິກ 2021 ວ່າ: ນັກກິລາຄິຣກເກັດທ໌ແມ່ຍິງ ຍັງສາມາດຫຼິ້ນກິລາດັ່ງກ່າວນີ້ໄດ້ຕໍ່ໄປ.
ພວກແມ່ຍິງ ລົມກັນຢູ່ນອກເທວາສະຖານ ຄາຣ໌ທີ ຊາຄີ, ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 23 ຕຸລາ, ປີ 2021. ເຈົ້າໜ້າທີ່ຂັ້ນສູງທີ່ນໍາໂດຍກຸ່ມຕາລິບານ ໃນອັຟການິສຖານ ໄດ້ຮັບຮອງ ໃນວັນທີ 23 ພະຈິກ 2021 ວ່າ: ນັກກິລາຄິຣກເກັດທ໌ແມ່ຍິງ ຍັງສາມາດຫຼິ້ນກິລາດັ່ງກ່າວນີ້ໄດ້ຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງທີ່ນໍາພາໂດຍກຸ່ມຕາລິບານ ໃນອັຟການິສຖານ ໄດ້ຮັບຮອງວ່າ ພວກແມ່ຍິງຍັງຄົງສາມາດຫຼິ້ນກິລາຄຣິກເກັດທ໌ (Cricket) ໃນປະເທດທີ່​ປະ​ສົບ​ກັບ​ໄພສົງ​ຄາມ​ຜ່ານ​ມາ.

ການຮັບຮອງດັ່ງກ່າວມີຂຶ້ນໃນຂະນະທີ່ປະເທດຢູ່ໃນຂົງເຂດເອເຊຍໃຕ້ ມີຄວາມສ່ຽງຕໍ່ການ​ຖືກ​ໂດດ​ດ່ຽວຈາກນານາຊາດ ລຸນຫຼັງທີ່ກຸ່ມຕາລິບານກັບຄືນມາມີອໍານາດອີກຄັ້ງ ໃນເດືອນສິງຫາທີ່ຜ່ານມາ, ເຮັດໃຫ້ເກີດມີຄວາມຢ້ານກົວວ່າ ກຸ່ມ ອິສລາມຫົວ​ຮຸນ​ແຮງ​ດັ່ງ​ກ່າວ ຈະບໍ່ອະນຸຍາດໃຫ້ພວກແມ່ຍິງຫຼິ້ນກິລານີ້.

“ບັນດາເດັກຍິງຂອງພວກເຮົາຈະໄດ້ຫຼິ້ນກິລາຄຣິກເກັດທ໌ ຕາມປົກກະຕິ, ແລະພວກເຮົາກໍມອງຫາທີ່ຈະສະ​ໜອງ​ຕອບຕໍ່ຄວາມຕ້ອງການ​ທີ່​ຈຳ​ເປັນ​ຕ່າງໆ ແລະສະ​ຖານ​ທີ່ຕ່າງໆທັງຫຼາຍທີ່ພວກເຂົາຕ້ອງການ,” ທ່ານເມຍເວສ ອັສຣາຟ (Mirwais Ashraf) ຮັກສາການຫົວໜ້າຄະນະກໍາມະການກິລາຄຣິກເກັດທ໌, ຂອງອັຟການິສຖານ ຫຼື ABC, ​ໄດ້​ມີ​ການອ້າງຄຳ​ເວົ້າໃນລະ​ຫວ່າງການປະຊຸມພາຍໃນ.

ທ່ານອັສຣາຟ ໄດ້ຢືນຢັນວ່າ ການເຄື່ອນໄຫວຫຼິ້ນກິລາຄຣິກເກັດທ໌ຂອງພວກແມ່ຍິງ ແມ່ນຂໍ້ກໍາໜົດທີ່ສໍາຄັນສໍາລັບບັນດາສະມາຊິກຂອງສະພາກິລາຄຣິກເກັດທ໌ນານາຊາດ ຫຼື ICC ເຊິ່ງເປັນອົງກອນລະດັບໂລກ, ແລະພວກເຂົາເຈົ້າ ກໍມີເປົ້າໝາຍທີ່ຈະເຮັດໃຫ້ມັນປະສົບຜົນສໍາເລັດ, ອີງຕາມຖະແຫຼງການຂອງອົງການ ABC ທີ່ໄດ້​ນຳ​ອອກເຜີຍແຜ່ອອກໃນມື້ວັນອັງຄານທີ່ຜ່ານມາ.

ໃນອາທິດທີ່ຜ່ານມາ, ​ICC ໄດ້ປະກາດວ່າ ພວກເຂົາເຈົ້າກໍາລັງຈັດຕັ້ງກຸ່ມຜູ້ດໍາເນີນງານ ເພື່ອກວດສອບເບິ່ງໂຄງການກິລາຄຣິກເກັດທ໌ໃນອະນາຄົດ ພາຍໃຕ້ລັດຖະບານຂອງກຸ່ມຕາລິບານ.

“ຄະນະກໍາມະການ ICC ມີຄວາມມຸ້ງໝັ້ນທີ່ຈະສະໜັບສະໜຸນກິລາຄຣິກເກັດທ໌ຂອງອັຟການິສຖານ ເພື່ອພັດທະນາທັງກິລາຄຣິກເກັດທ໌ປະເພດຊາຍ ແລະຍິງ ໃຫ້ກ້າວໜ້າຕໍ່ໄປ,” ທ່ານເກຣກ ບາຣ໌ເຄຣ (Greg Barclay) ປະທານຄະນະກໍາມະການຂອງ ICC ກ່າວໃນຖະແຫຼງການ ໃນຂະນະທີ່ມີການປະກາດຈັດຕັ້ງກຸ່ມປະຕິບັດງານຢູ່ນັ້ນ.

ທ່ານບາຣ໌ເຄຣ ໄດ້ເນັ້ນຢໍ້າວ່າ “ພວກເຮົາເຊື່ອວ່າ ວິທີທີ່ມີປະສິດທິພາບທີ່ສຸດເພື່ອເຮັດໃຫ້ມັນເກີດຂຶ້ນໄດ້ນັ້ນ ພວກເຮົາຈະຕ້ອງສະໜັບສະໜຸນສະມາຊິກຂອງພວກເຮົາ ໃນຄວາມພະຍາຍາມທີ່ຈະບັນລຸເປົ້າໝາຍນີ້ ໂດຍຜ່ານຄວາມສໍາພັນກັບລັດຖະບານໃໝ່ຕາລິບານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG