ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຈົ້າ​ໜ້າ​ທີ່: ກຳ​ລັງ​ພິ​ເສດ​ອັ​ຟ​ກາ​ນິ​ສ​ຖານ ສັງ​ຫານ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ 2 ຄົນ ໃນ​ການ​ບຸກ​ໂຈມ​ຕີ​ ບ່ອນ​ຫຼົບ​ລີ້​ຂອງ​ພວກ​ເຂົາ


ແຜນ​ທີ່​ອັ​ຟ​ກາ​ນິ​ສຖານ.
ແຜນ​ທີ່​ອັ​ຟ​ກາ​ນິ​ສຖານ.

ຫ້ອງ​ການ​ປະ​ຈຳ​ຂົງ​ເຂດ​ກ່າວ​ວ່າ ກຳ​ລັງ​ພິ​ເສດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ສັງ​ຫານ ນັກລົບ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ 2 ຄົນ ແລະ​ຈັບ​ກຸມ​ຜູ້​ທີ 3 ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ບຸກ​ໂຈມ​ຕີ​ກວດ​ລ້າງ​ຢູ່​ບ່ອນ​ຫຼົບ​ລີ້​ໃນ​ແຂວງ​ນິມ​ຣອ​ສ ໃນ​ວັນ​ອາ​ທິດ​ວານນີ້​ໄດ້​ພາ​ໃຫ້​ເກີດ​ກາ​ນ​ປະ​ທະ​ກັນ​ປະ​ມານ 30 ນາ​ທີ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ບໍ່​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ ຂອງກຳ​ລັງ​ພິ​ເສດ​ຫລື​ພົນ​ລະ​ເຮືອນ.

ເຈົ້າ​ໜ້າ​ທີ່​ຍັງ​ເວົ້າ​ວ່າ ມີ​ການ​ຢຶດ​ໄດ້​ອຸບ​ປະ​ກອນ​ທາງ​ທະ​ຫານ​ຈຳ​ນວນ​ນຶ່ງ. ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ຢູ່​ໃນ​ຂົງ​ເຂດ ທີ່​ຮູ້​ກັນ​ໃນ​ຊື່ ກຸ່ມ​ລັດ​ອິ​ສ​ລາມ​ໃນ​ແຂວງ​ໂຄ​ຣາ​ຊານ ແມ່ນ​ກຸ່ມ​ຄູ່​ແຂ່ງ​ທີ່​ສຳ​ຄັນ​ ຂອງ​ຕາ​ລີ​ບານ ນັບ​ແຕ່​ກຸ່ມ​ສາ​ສະ​ໜາ​ດັ່ງ​ກ່າວນີ້ ໄດ້​ເຂົ້າ​ຢຶດ​ເອົາ​ອັ​ຟ​ກາ​ນິ​ສ​ຖານ ໃນ​ເດືອນ​ສິງ​ຫາ​ປີ 2021.

A regional official says Afghan special forces killed two Islamic State fighters and arrested a third during an operation in the country's west. The raid on the hideout in Nimroz province Sunday sparked a clash lasting 30 minutes. The official said there were no casualties among the special forces or civilians. He said some military equipment was seized. The regional affiliate of the IS group — known as the Islamic State in Khorasan Province — has been the key rival of the Taliban since the religious group's takeover of Afghanistan in August 2021.

XS
SM
MD
LG