ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ຊາວ​ອັ​ຟ​ກາ​ນິ​ສ​ຖານ ເສຍ​ຊີ​ວິດ 50 ຄົນ ​ໃນ​ແຕ​່ລະ​ວັນ ຈາກການ​ສູ້​ລົບ ຍ້ອນ​ການກໍ່ການ​ຮ້າຍ


​ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ໄດ້​ຮັບ​ການ​ປິ່ນ​ປົວ ຢູ່​ໂຮງ​ໝໍ ຫຼັງ​ຈາກ​ຖືກ​​ສະ​ເກັດລະ​ເບີດ​ສະ​ຫຼະ​ຊີບ ທີ່​ເມືອງ​ຈາ​ລ​າ​​ລາ​ບັດ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 13 ມິ​ຖຸ​ນາ 2019.
​ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ໄດ້​ຮັບ​ການ​ປິ່ນ​ປົວ ຢູ່​ໂຮງ​ໝໍ ຫຼັງ​ຈາກ​ຖືກ​​ສະ​ເກັດລະ​ເບີດ​ສະ​ຫຼະ​ຊີບ ທີ່​ເມືອງ​ຈາ​ລ​າ​​ລາ​ບັດ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 13 ມິ​ຖຸ​ນາ 2019.

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ ​ອັ​ຟ​ກາ​ນິ​ສ​ຖານ​ຄົນ​ນຶ່ງ​ ກ່າວໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ຢ່າງ​ໜ້ອຍ
50 ຄົນ​ ໄດ້​ເສຍ​ຊີ​ວີດ​ ໃນ​ແຕ່​ລະ​ວັນ ຍ້ອນ​ການ​ສູ້​ລົບ ກັບພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ປະ​
ເທດດັ່ງ​ກ່າວ ​ໂດຍເນັ້ນ​ຢ້ຳ​ເຖິງ​ການ​ສູ້​ລົບ​ທີ່​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ບັນ​ຫາ​ຂັດ
​ແຍ້ງ ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 17 ປີ​ ຢູ່ໃນອັ​ຟ​ກາ​ນິ​ສ​ຖານ.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຮຳ​ດູ​ລ​ລາ​ ໂມ​ຮິບ ໃນ
​ຂະ​ນະ​ທີ່​ຖະ​ແຫຼງ​ຢູ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ​ຢູ່​ໃນ​ຣັດ​ເຊຍ ໄດ້​
ຮຽກຮ້ອງ ​ໃຫ້​ມີ​ການ​ປະ​ສານ​ງານ​ຮ່ວມ​ມື​ກັນ ​ເພື່ອ​ຮັບ​ມື​ກັບ​ການ​ໂຈ​ມ​ຕີ​ຂອງ​ພວກ
ກໍ່​ການ​ຮ້າຍ.

ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ອັ​ຟ​ກາ​ນິ​ສ​ຖານ ພ້ອມ​ດ້ວຍກຳ​ລັງ​ສະ​ຫະ​ລັດ​ທີ່​ເປັນ
​ພາ​ຄີ ​ໄດ້​ພາ​ກັນ​ຕໍ່​ສູ້​ກັບ​ພວກກະ​ບົດ​ຕາ​ລິ​ບານແລະ​ພວກກໍ່​ການ​ຮ້າຍ​ທີ່​ເປັນ​ເຄືອ
​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ​ຊຶ່ງພະ​ຍາ​ຍາມ​ຈະ​ຂະ​ຫຍາຍອິດ​ທິ​ພົນຂອງ​ເຂົາ​ເຈົ້າ​ຢູ່​
ໃນ​ປະ​ເທດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນ​ວາຍ​ດັ່ງ​ກ່າວ.

ທ່ານ​ໂມ​ຮິບ ​ກ່າວ​ວ່າ “ພຽງ​ແຕ່​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ໜ້ອຍ 50 ຄົນ ໄດ້​ເສຍ
​ສະຫລະ​ຂັ້ນ​ສຸດຍອດໃນ​ການ​ສູ້​ລົບຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍທີ່​ເປັນ​ພື້ນ​ຖານ​ປະ​ຈຳ​
ວັນ ຊຶ່ງ​ເຮັດ​ໃຫ້​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ​ເປັນ​ປະ​ເທດ​ທີ່​ຢູ່​ແນວ​ໜ້າ​ຂອງ​ການ​ສູ້​ລົບ​
ຕ້ານ​ການ​ກໍ່​ການ​ຮ້າຍ.” ຫ້ອງ​ການ​ຂອງ​ທ່ານ​ຢູ່​ໃນ​ນ​ະຄອນ​ກາ​ບູ​ລໄດ້​ນຳ​ອອກເຜີຍ
​ແຜ່ສຳ​ເນົາ​ຄຳ​ຖະ​ແຫຼງ​ຂອງ​ທ່ານ ​ຕໍ່​ສື່ມວນ​ຊົນ.

ການ​ເປີດ​ເຜີຂອງ​ທ່ານ​ໂມ​ຮິບ ທີ່​ບໍ່​ຄ່ອຍ​ເຫັນ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ກະ​ບົດ
ຕາ​ລີ​ບານໄດ້​ຕໍ່​ສູ້ຢູ່​ໃນສະ​ໝາມ​ລົບ​ຢ່າງ​ໜັກລະ​ຫວ່າງການ​ບຸກ​ໂຈມ​ຕີລະ​ດູ​ຮ້ອນ​ໃນ​
ປັດ​ຈຸ​ບັນ ເຮັດ​ໃກ້​ເກີດ​ການ​ລົ້ມ​ຕາຍ​ຢ່າງ​ໜັກແກ່​ກຳ​ລັງ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ
ແລະ​ຍຶດ​ເອົາ​ດິນ​ແດນ​ໃໝ່. ​ໃນ​ອີກ​ດ້ານ​ນຶ່ງ ພວກ​ຫົວ​ຮຸນ​ແຮງ ​ກຸ່ມ​ລັດ​ອິ​ສລາມ ຍັງ​
ໄດ້ອອກປະ​ຕິ​ບັດງານວາງ​ລະ​ເບີດ​ສະ​ຫຼະ​ຊີບ ແລະ​ໂຈມ​ຕີເປົ້າ​ໝາຍ​ອື່ນໆ ຕໍ່ກຳ​ລັງ
ອັ​ຟ​ກາ​ນິ​ສ​ຖານ ພ້ອມ​ດ້ວຍ​ພວກພົນ​ລະ​ເຮືອນ.

ແຕ່​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ມັກ​ຈະ​ບໍ່​ກ່າວ​ເຖິງ​ການ​ສູນ​ເສຍ​ເຂົາ​ເຈົ້າ​ຢູ່​ໃນ​
ສະ​ໜາມ​ລົບ ແລະ​ຫວ່າງ​ມໍ່​ໆ​ມາ​ນີ້​ເຂົາ​ເຈົ້າ​ໄດ້​ຫ້າມ​ບໍ່​ໃຫ້ກອງ​ທັບ​ສະ​ຫະ​ລັດ ​ເປີດ​
ເຜີຍ​ຈຳ​ນວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ໃນ​ໝູ່​ກຳ​ລັງ​ຮັກ​ສາ​ຄ​ວາມ​ປອດ​ໄພ​ແຫ່ງ​ຊາດ​
ຂອງ​ເຂົາ​ເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ​ອາ​ສ​ຣາ​ຟ ກາ​ນີ ໄດ້​ເປີດ​ເຜີຍ​ໃນ​ທ້າຍ​ປີ​ກາຍ​ນີ້​ວ່າ ກຳ​ລັງ​ຮັກ​ສາ​
ຄວ​າມ​ປອດ​ໄພ ໄດ້​ເສຍ​ຊີ​ວິດ​ຫຼາຍກວ່າ 45,000 ຄົນ ນັບ​ແຕ່​ທ່ານ​ໄດ້​ເຂົ້າ​ຮັບ​ຕຳ
​ແໜ່ງ​ໃນ​ປີ 2014. ຄວາ​ມ​ຮຸນ​ແຮງ​ເກີດ​ຂຶ້ນ ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ນຳ​ພາ​ການ​ເຈ​
ລະ​ຈາ​ສັນ​ຕິ​ພາບກັບ​ພວກ​ກະ​ບົດ​ຕາ​ລິ​ບານ ​ເພື່ອ​ຍຸດ​ຕິ​ສົງ​ຄາມ ແລະ​ປ້ອງ​ກັນ​ບໍ່​ໃຫ້
​ກຸ່ມ​ລັດ​ອິ​ສ​ລາມ ພ້ອມ​ທັງພວກ​ກໍ່​ການ​ຮ້າຍອື່ນໆ​ຈາກ​ການ​ກໍ່​ຕັ້ງ​ທີ່
​ໝັ້ນ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG