ການສະເໜີຂອງປະທານາທິບໍດີຟີລິບປິນ ທີ່ຈະຊອກຫາວຽກແລະການໃຫ້ອະ
ໄພຍະໂທດທີ່ອາດມີຂຶ້ນ ຕໍ່ພວກທີ່ຍັງຂັດຂືນ ຂອງກຸ່ມກະບົດມຸສລິມ ທີ່ໄດ້ສູ້
ລົບກັບທະຫານລັດຖະບານໃນປີກາຍນີ້ ອາດເຮັດໃຫ້ເກາະທີ່ວຸ້ນວາຍໃນພາກ
ໃຕ້ຂອງປະເທດດັ່ງກ່າວ ມີຄວາມສະຫງົບເປັນການຊົ່ວຄາວ ອີງຕາມຄຳເວົ້າ
ຂອງພວກນັກຊ່ຽວຊານ.
ປະທານາທິບໍດີ ຟີລິບປິນ ທ່ານໂຣດຣີໂກ ດູເຕີເຕ ໄດ້ໄປຢ້ຽມຢາມເມືອງມາຣາວີ
ໃນວັນທີ 11 ພຶດສະພາຜ່ານມາ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອ
ໃນດ້ານບ່ອນຢູ່ອາໄສ ແກ່ກຸ່ມກະບົດມາວຕີ (Maute) ທີ່ໄດ້ເຂົ້າມາສວາມີພັກ 27
ຄົນ ອີງຕາມເວັບໄຊຂອງລັດຖະບານ.
ກຸ່ມດັ່ງກ່າວໄດ້ຮ່ວມມືກັບພວກກະບົດອາບູ ຊາຢັບ ທີ່ໄດ້ຮັບການໜູນຫລັງ
ຈາກລັດອິສລາມ ແຕ່ເດືອນພຶດສະພາ ຫາເດືອນຕຸລາປີກາຍນີ້ ໃນການສູ້
ລົບກັບທະຫານລັດຖະບານ ເພື່ອເຂົ້າຄວບຄຸມເມືອງມາຣາວີ ຊຶ່ງປະຊາຊົນ
ສ່ວນໃຫຍ່ນັບຖືສາສະໜາອິສລາມນັ້ນ. ການສູ້ລົບຂອງພວກເຂົາເຈົ້າແມ່ນ
ສ່ວນນຶ່ງ ໃນການຕໍ່ສູ້ທີ່ດຳເນີນມາເປັນເວລາຫຼາຍທົດສະວັດແລ້ວນັ້ນ ເພື່ອ
ສ້າງຕັ້ງການປົກຄອງຕົນເອງຂອງຊາວມຸສິມ ທີ່ເກາະມິນດານາວ ໃນພາກ
ໃຕ້ຂອງປະເທດ.
ພວກນັກວິເຄາະກ່າວວ່າ ການເຄື່ອນໄຫວຂອງປະທານາທິບໍດີດູເຕີເຕ ຈະ
ຊ່ວຍປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງຮອບໃໝ່ທີ່ເມືອງມາຣາວີໃນໄລຍະ
ສັ້ນ ຖ້າຫາກມີການພິສູດໃຫ້ເຫັນວ່າທ່ານມີຄວາມຈິງໃຈ. ພວກເຂົາເຈົ້າໃຫ້
ຄວາມເຫັນຕື່ມວ່າ ຄວາມສະຫງົບຈະຊ່ວຍໃນການບູລະນະສ້າງສາ ເມືອງ
ດັ່ງກ່າວຄືນ ໂດຍຈະອະນຸຍາດໃຫ້ຜູ້ຄົນທີ່ອາໄສ ຢູ່ໃນເມືອງມາຣາວີ 200
ກວ່າພັນຄົນ ທີ່ຫລົບໜີສົງຄາມໄປນັ້ນ ກັບຄືນເມືອ. ນອກນັ້ນຍັງອາດຈະ
ພາໃຫ້ມີຄວາມຫວັງຫຼາຍຂຶ້ນສຳລັບພວກກະບົດກຸ່ມອື່ນໆຢູ່ເກາະມິນດານາວ
ຊຶ່ງມີຄວາມຮຸນແຮງໃນປະຫວັດສາດນັ້ນ ບ່ອນທີ່ເມືອງມາຣາວີຕັ້ງຢູ່ ສຳລັບ
ການຕິດຕໍ່ປະສານງານກັບລັດຖະບານ.