ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງອີຣັກ ແລະຊາວເ​ຄີດ ວາງແຜນ ຈະຍຶດເອົາ ເມືອງ Mosul ຄືນ


ພວກນັກລົບ ​ກຸ່ມລັດອິສລາມ ກຳລັງສວນສະໜາມ ຢູ່ເທິງລົດ ຫຸ້ມເກາະຂອງ ທະຫານອີຣັກ.
ພວກນັກລົບ ​ກຸ່ມລັດອິສລາມ ກຳລັງສວນສະໜາມ ຢູ່ເທິງລົດ ຫຸ້ມເກາະຂອງ ທະຫານອີຣັກ.

ນາຍທະຫານອະວຸໂສຄົນນຶ່ງຂອງສະຫະລັດ ກ່າວໃນ​ວັນ​ພະ
ຫັດ​ວານ​ນີ້ວ່າ ພວກ​ນັກ​ລົບ ທະຫານອີຣັກ ​ແລະພວກນັກລົບ
ຊາວ​ເຄິດ ວາງ​ແຜນ​ທີ່​ຈະ​ເປີີດສາກບຸກ ໂຈມຕີ ໃນ​ເດືອນ​ເມສາ
ຫລື​ພຶດສະພາຈະມານີ້ ເພື່ອ​ເຂົ້າ​ຍຶດ​ເອົາ​ເມືອງ Mosul ຄື​ນມາ​
ຈາກກຸ່ມລັດ​ອິສລາມ

​ນາຍທະຫານ ​ຈາກກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​
ເຂດ​ພາກ​ຕາ​ເວັນ​ອອກ​ກາງ ອ​າຟຣິກາ​ເໜືອ ແລະເອເຊຍກາງ
ຫລື CENTCOM ​ທີ່​ບໍ່​ປະສົງອອກ​ຊື່ ກ່າວ​ວ່າ ທະຫານ​ອີຣັກ
ຫຼາຍ​ເຖິງ 25,000 ຄົນ​ ຈະ​ເປັນ​ກອງກຳລັງ​ໂຈມ​ຕີ​ທີ່ສຳຄັນ.
ສ່ວນພວກ​ນັກ​ລົບ​ Peshmerga ຂອງຊາວເຄີດຈະກີດກັ້ນ
ຄວບຄຸມບໍ່ໃຫ້ພວກຫົວຮຸນແຮງລັດ​ອິສລາມ ຈາກ​ທາງພາກເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງດັ່ງກ່າວ ເຂົ້າອອກໄດ້.

Victims of Syria, Iraq Conflicts Short on Emotional Help
please wait

No media source currently available

0:00 0:05:28 0:00

ເວລານີ້ ສະ​ຫະລັດໄດ້​ເລີ້​ມທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ໃສ່​ເສັ້ນທາງ​ຂົນ​ສົ່ງລ່ວງໜ້າການ​
ປະຕິບັດ​ງານ. ນອກ​ນັ້ນສະຫະລັດ ​ຍັງ​ວາງ​ແຜນ​ໃຫ້ການ​ເຝິກ​ແອບ ​ແລະ​ການ​ສະໜັບ
ສະໜູນ​ທາງ​ທະຫານ​ອຶ່ນໆ ​ໃຫ້ແກ່​ກຳລັງ​ອີຣັກ.

​ນາຍທະຫານທ່ານນີ້ ກ່າວ​ວ່າ​ ຖ້າ​ຫາກ​ການ​ປະຕິບັດ​ງານ​ ຍັງບໍ່ທັນພ້ອມ​ທີ່ຈະລົງມືໃນ​
ເດືອນ​ເມສາຫລື​ພຶດສະພາແລ້ວ ມັນ​ອາດ​ຈະເລື່ອນເວລາອອກໄປຕື່ມ ອີກ.

ທຳນຽບຫ້າ​ແຈ ​ເຊື່ອ​ວ່າ ມີພວກ​ອິສລາມຫົວຮຸນແຮງຈັດ ຫລາຍ​ເຖິງ 2000 ຄົນ​ຢູ່​ໃນ​ເມືອງ
Mosul ຊຶ່ງເປັນ​ເມືອງ​ໃຫຍ່​ສຸດອັນດັບ​ສອງ​ຂອງອີຣັກ. ພວກເຂົາ​ໄດ້​ຍຶດ​ເອົາ​ເມືອງດັ່ງກ່າວ​
ໃນ​ເດືອນ​ມິ​ຖຸນາ​ປີແລ້ວ​ນີ້ ​ເຮັດ​ໃຫ້​ທ​ະຫານ​ແຕກ​ໜີຢ່າງບໍ່ ເປັນຂະບວນ.

ອີຣັກ ຖືວ່າການ​ເຂົ້າຍຶດ​ເອົາເມືອງ Mosul ຄືນມານັ້ນ ​ເປັນ​ການ​ປະຕິ​ບັດ​ງານ​ຄັ້ງ​ສຳຄັນ.

​ເວລາ​ມີການຖາມ​ວ່າ ​ເປັນ​ຫຍັງ​ຈຶ່ງ​ເປີດ​ເຜີຍ​ລາຍ​ລະ​ອຽດຫຼາຍ​ແທ້ ກ່ຽວກັບການ ປະຕິບັດ
​ງານ​ທາງ​ທະຫານ ທີ່ຍັງບໍ່ທັນເລີ້ມຂຶ້ນເທື່ອ ​ນາຍທະຫານສະຫະລັດຄົນ ນີ້ກ່າວ​ວ່າ ມັນ
ເປັນເລື້ອງສຳຄັນທີ່ສະແດງໃຫ້ເຫັນວ່າ ກອງກຳລັງຂອງອີຣັກມີ ຄວາມຈິງຈັງແລະມີຄວາມ
ຕັ້ງໃຈຂະໜາດໃດ.

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ “​ມີຫຼາຍສິ່ງຫລາຍຢ່່າງຕ້ອງໄດ້ເກີດຂຶ້ນພ້ອມໆກັນ ແລະພວກ
ເຮົາຢາກໃຫ້ເປັນທີ່ແນ່ໃຈວ່າ ເງື່ອນໄຂທຸກ ຢ່າງແມ່ນຖືກຕ້ອງ ແຕ່​ນີ້​ແມ່ນ​ແຜນ​ຂອງ​ອີຣັກ
ທີ່​ເຂົາ​ເຈົ້າ​ໄດ້​ນຳ​ເຂົ້າ​ມາ. ​ເຂົາ​ເຈົ້າ​ຈະດຳເນີນການໄປ​ໜ້າ ຕາມກຳນົດເວລາທີ່ເຂົາເຈົ້າໄດ້
ຕັ້ງໄວ້ ດັ່ງ​ທີ່ຂ້າພະ​ເຈົ້າ​ໄດ້​ອະທິບາຍ​ໄປ​ນັ້ນ.”

IRAQ MOSUL VO
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG