ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກ ແມ່ນການປ້ອງກັນແບບໃໝ່ ໃນຍຸດທະສາດດ້ານໄຊເບີ້ ທີ່ຖືກປັບປຸງໃໝ່ ຂອງກະຊວງປ້ອງກັນປະເທດ

ແຟ້ມພາບ - ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ດ້ານ​ນະ​ໂຍບາຍ​ທາງ​ອິນ​ເຕີ​ແນັດ ທ່ານນາງ Mieke Eoyang ກ່າວ​ປາ​ໄສ​ໃນ​ງານ Cybercon, ຢູ່​ທີ່ ທຳນຽບ 5 ແຈ, ວໍຊິງຕັນ ດີ.ຊີ., ວັນ​ທີ 10 ພະຈິກ 2021. ທ່ານນາງ Eoyang ກ່າວ​ວ່າ ສະຫະລັດ​ຈຳ​ເປັນ​ຕ້ອງ​ຂັດຂວາງກິດຈະກຳ​ທາງ​ອິນ​ເຕີ​ແນັດ​ທີ່​ເປັນອັນຕະລາຍ

ບັນດານັກວາງແຜນທາງດ້ານການທະຫານຂອງ ທຳນຽບ 5 ແຈ ຈະບໍ່ລັງເລໃຈອີກຕໍ່ໄປ ເມື່ອເວົ້າເຖິງການນຳໃຊ້ກຳລັງ ແລະ ຂີດຄວາມສາມາດເພື່ອປ້ອງກັນສະຫະລັດ ແລະ ພັນທະມິດໃນໂລກອິນເຕີເນັດ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ວັນ​ອັງຄານ​ວານ​ນີ້​ ໄດ້​ເປີດ​ເຜີຍ​ຍຸດ​ທະ​ສາດ​ຮັກສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ສະບັບ​ທີ່​ບໍ່​ເປັນຄວາມລັບ, ໂດຍຮຽກຮ້ອງ​ໃຫ້​ກອງກຳລັງທາງ​ອິນ​ເຕີ​ເນັດ​ຂອງ​ປະ​ເທດ ​ສືບ​ຕໍ່ຊອກຫາ ​ແລະ ພົວພັນ​ຢ່າງຕໍ່ເນື່ອງກັບ​ບັນດາຄູ່​ປໍ​ລະ​ປັກ​ລວມທັງ​ຈີນ ​ແລະຣັດ​ເຊຍ, ພ້ອມ​ທັງ​ອົງການ​ກໍ່​ການ​ຮ້າຍ ​ແລະ​ກຸ່ມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ເພື່ອ​ຫລຸດຜ່ອນ​ໄພ​ຂົ່ມຂູ່​ຕໍ່​ສະຫະລັດ.

ນອກຈາກນີ້ ຍັງໄດ້ເນັ້ນເຖິງຄວາມຈຳເປັນໃນການເຮັດວຽກຮ່ວມກັບພັນທະມິດທີ່ຫຼາກຫຼາຍ, ໃນທົ່ວລັດຖະບານສະຫະລັດ ແລະແມ້ແຕ່ກັບພາກເອກະຊົນ, ເພື່ອໃຫ້ແນ່ໃຈວ່າຄວາມພະຍາຍາມທາງອິນເຕີເນັດຂອງສະຫະລັດຈະບໍ່ສູນຖິ້ມ.

"ຄວາມສາມາດທາງດ້ານ Cyber ທີ່ໄດ້ຖືກສະຫງວນໄວ້ ຫຼືຖືກໃຊ້ງານຢ່າງໂດດດ່ຽວ ເຮັດໃຫ້ເກີດຜົນໃນການຢັບຢັ້ງ (ຕໍ່ຕ້ານ)​ ພຽງເລັກນ້ອຍ," ອີງຕາມຍຸດທະສາດທີ່ບໍ່ເປັນຄວາມລັບ. "ຄວາມສາມາດດ້ານການທະຫານເຫຼົ່ານີ້ ຈະມີປະສິດທິພາບທີ່ສຸດເມື່ອນໍາໃຊ້ຮ່ວມກັບເຄື່ອງມືອື່ນໆ ທີ່ມີກຳລັງຂອງປະເທດ, ເຊິ່ງເຮັດໃຫ້ເກີດການຢັບຢັ້ງ (ຕໍ່ຕ້ານ) ທີ່ດີກວ່າຜົນໂດຍລວມຂອງສ່ວນອື່ນໆຂອງມັນ."

XS
SM
MD
LG