ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍອາຍຸ 80 ປີ ປີນຂຶ້ນ ໄປຮອດ ຈອມພູ Everest (ວີດີໂອ/ສະໄລດ໌)


ຄະນະນັກປີນພູ ທີ່ຮວມທັງຊາວຍີ່ປຸ່ນ ໄວ 80 ປີ ຢືນຢູ່ຈອມພູ Everest ທີ່ສູງທີ່ສຸດ ໃນໂລກ, ວັນທີ 23 ພຶດສະພາ 2013.
ຄະນະນັກປີນພູ ທີ່ຮວມທັງຊາວຍີ່ປຸ່ນ ໄວ 80 ປີ ຢືນຢູ່ຈອມພູ Everest ທີ່ສູງທີ່ສຸດ ໃນໂລກ, ວັນທີ 23 ພຶດສະພາ 2013.
ຊາຍ​ໄວ 80 ປີ ຊາວ​ຍີ່ປຸ່ນ ​ໄດ້​ກາຍ​ມາ​ເປັນຜູ້​ສູງ​ອາຍຸທີ່​ສຸດ​ໃນ​ໂລກ ທີ່​ໄດ້​ປີນ​ພູ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ຄື ພູ​ເຂົາ Everest ນັ້ນ.

ທ່ານ Yuichiro Miura ຜູ້​ທີ່ website ຂອງ​ທ່ານກ່າວເຖິງວ່າ ​ໄດ້​ປີນພູ​ເຂົາ Everest ມາ​ກ່ອນ​ແລ້ວ ສອງ​ຄັ້ງ​ ຕອນ​ທີ່ມີ​ອາຍຸ​ໃນ​ຊຸມ​ປີ 70 ປີ ໄດ້​ປີນ​ຂຶ້ນ​ໄປເຖິງ​ຈອມ​ຂອງ​ພູ​ເຂົາ ທີ່ສູງ 8,850 ​ແມ໊ດນັ້ນ ​ໃນ​ວັນ​ພະຫັດ​ມື້​ນີ້.


​ແຕ່​ວ່າຜູ້ກ່ຽວອາດ​ຈະ​ຄອງສະຖິຕິນີ້​ໄດ້​ບໍ່​ດົນ​ ເພາະວ່າ ຂະນະ​ນີ້ກໍາລັງ​ມີ​ຜູ້​ເຖົ້າຊາວ​ເນ​ປາລ ໄວ 81 ​ປີ ຄົນ​ນຶ່ງ ກໍາລັງ​ປີນ​ພູ ຕາມຫຼັງພໍ່​ຕູ້ Miura ຂຶ້ນ​ມາ ​ແລະ​ກໍ​ຕຽມຕົວ​ທີ່​ຈະ​ປີນ​ໃຫ້​ເຖິງຈອມພູ Mount Everest ​ໃນ​ອາ​ທິດ​ໜ້າ.​ ພໍ່​ຕູ້ Min Bahadur Sherchan ອະດີດ​ທະຫານ Gurkha ທີ່​ເຄີຍ​ຮັບ​ໃຊ້​ໃນ​ກອງທັບ​ຂອງອັງກິດ ​ໄດ້ເລີ່​ມປີນພູ ​ໃນ​ປີ 1960.

ທັງ​ສອງທ່ານ​ນີ້​ໄດ້​ປີນ​ພູ​ແຂ່ງ​ກັນ​ມາ​ກ່ອນແລ້ວ. ​ໃນ​ປີ 2008 ພໍ່​ຕູ້ຍີ່​ປຸ່ນ ທ່ານ Miura ​
ໄດ້ປີນ​ຂຶ້ນໄປ​ຮອດຈອມພູ Mount Everest ຕອນ​ອາຍຸ​ໄດ້ 75 ປີ ​ແຕ່ວ່າສະຖິຕິ​
ການ​ເປັນ​ຜູ້ເຖົ້າ​ທີ່​ສຸດ ທີ່​ປີນ​ຂຶ້ນ​ໄປ​ຮອດ​ຈອມ​ພູ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ບໍ່​ໄດ້​ເປັນ​ຂອງ​ທ່ານ ​
ເພາະວ່າ ພໍ່​ຕູ້​ເນ​ປາລ ທ່ານ Sherchan ​ໄດ້ປີນ​ໄປ​ເຖິງ​ຈອມພູ​ ມື້​ນຶ່ງກ່ອນທ່ານ
ຊຶ່ງ​ຕອນ​ນັ້ນ ທ່ານ Sherchan ມີອາຍຸ 76 ປີ.

EVEREST OCTOGENARIAN
please wait
Embed

No media source currently available

0:00 0:00:42 0:00
XS
SM
MD
LG