ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກປະທ້ວງ Occupy Wall Street ຖືກຈັບກຸມ ຫລາຍຮ້ອຍຄົນ (ເບິ່ງວີດີໂອ)


ພວກປະທ້ວງບໍລິສັດໃຫຍ່ໆ ຖືກຈັບກຸມທີ່ນະຄອນນີວຢອກ.
ວັນທີ 17 ຕຸລາ 2011.
ພວກປະທ້ວງບໍລິສັດໃຫຍ່ໆ ຖືກຈັບກຸມທີ່ນະຄອນນີວຢອກ. ວັນທີ 17 ຕຸລາ 2011.


















ຕໍາຫລວດ​ໄດ້​ຈັບ​ກຸມ​ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ໃນ​ຫລາຍ​ຫົວ​ເມືອງ​ໃນ​ທົ່ວ​ສະຫະລັດ
ຂະນະ​ທີ່​ຂະ​ບວນການ Occupy Wall Street ທີ່ຕໍ່ຕ້ານ​ບໍລິສັດ​ໃຫຍ່ໆ​ນັ້ນ ​ສືບ​ຕໍ່​ແຜ່​ລາມ
​ອອກ​ໄປ​ຍັງ​ທົ່ວ​ປະ​ເທດ.

ໃນ​ນະຄອນ Chicago ​ໃນ​ພາກ​ຕາ​ເວັນ​ຕົກຂ້ອນ​ກາງຂອງ​ສະຫະລັດ ​ໃນ​ວັນ​ອາທິດ​ວານ​ນີ້
ຕໍາຫລວດ​ໄດ້​ທໍາ​ການ​ຈັບ​ກຸມ​ປະຊາຊົນ 175 ຄົນ ທີ່​ບໍ​ຍອມ​ຍ້າຍ​ໜີ​ຈາກ​ສວນສາທາລະນະ
​ແຫ່ງ​ນຶ່ງ.

ທີ່​ກຸງ​ວໍ​ຊິງ​ຕັນ​ດີ​ຊີ ຕໍາຫລວດ​ໄດ້​ຈັບ​ກຸມ​ຢ່າງ​ໜ້ອຍ 19 ຄົນທີ່​ພາກັນໄປ​ນັ່ງປະ​ທ້ວງ​ຢູ່​ຕາມ
​ຂັ້ນໄດທາງ​ເຂົ້າ​ຫາ​ຕຶກ​ສານ​ສູງ​ສຸດຂອງ​ສະຫະລັດ​.

ພວກ​ປະ​ທ້ວງ​ ຫລາຍ​ກວ່າ 100 ຄົນ​ຖືກ​ຈັບ​ກຸມ​ໃນ​ທົ່ວ​ລັດ Arizona ​ໃນ​ພາກ​ຕາ​ເວັນ​ຕົກ
​ຂອງ​ສະຫະລັດ.

ການ​ຈັບ​ກຸມ​ເຫລົ່າ​ນີ້ ​ສ່ວນ​ຫລາຍໄດ້​ດໍາ​ເນີນ​ໄປ​ຢ່າງ​ສັນຕິ ​ແລະ​ມີ​ຂຶ້ນໃນ​ເວລາ 1 ມື້​ຫລັງ​ຈາກ
​ປະຊາຊົນ​ຫລາຍ​ພັນ​ຄົນ ​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ​ ເພື່ອ
​ຕໍ່ຕ້ານ​ໃນ​ອັນ​ທີ່​ເຂົາ​ເຈົ້າເຫັນ​ວ່າ ​ເປັນຄວາມ​ໂລບ​ມາກ​ໂລພາ​ຂອງ​
ພວກ​ບໍລິສັດ​ນັ້ນ.

ເບິ່ງວີດີໂອ ລາຍງານກ່ຽວກັບການປະທ້ວງ ຢູ່ໃນທົ່ວໂລກ:

ການ​ປະ​ທ້ວງ​ສ່ວນ​ຫລາຍ​ໃນມື້​ວັນ​ເສົາ​ນັ້ນໄດ້ດໍາ​ເນີນ​ໄປຢ່າງ​ສັນຕິ ແຕ່​ກໍມີ​ຄວາມ​ຮຸນ​ແຮງ​
ເກີດ​ຂຶ້ນ​ໃນ​ກຸງ​ໂຣມ ປະ​ເທ​ດ​ອີ​ຕາ​ລີ ບ່ອນ​ທີ່ພວກ​ປະ​ທ້ວງ​ທີ່​ເອົາ​ຜ້າຄຸມ​ຫົວ​ແລະ​ໃສ່​ໜ້າ​ກາກ
ພາກັນ​ແກວ່ງ​ກ້ອນ​ຫິນ​ແລະແກ້ວ ​ແລະ​ເອົາ​ໄຟ​ຈູດ​ເຜົາ​ແລະ​ທໍາລາຍປ່ອງຢ້ຽມ​ຂອງ​ທະນາ
ຄານ​ແລະ​ຮ້ານ​ຄ້າ​. ຫລາຍ​ກວ່າ 70 ຄົນ​ໄດ້​ຮັບ​ບາດ​ເຈັບ​.

ນາຍົກລັດຖະມົນຕີ​ອີ​ຕາ​ລີ Silvio Berlusconi ກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້​ເປັນຮ່ອງ
ຮອຍ​ທີ່​ພາ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສັງຄົມ​ພົນລະ​ເມືອງ. ນັບ​ວ່າ​ເປັນຄວາມ​ວຸ້ນວາຍ
​ຄັ້ງ​ຮ້າຍ​ແຮງທີ່ສຸດ​ບັ້ນ​ນຶ່ງ ທີ່​ເກີດ​ຂຶ້ນ​ໃນ​ນະຄອນຫລວງ​ຂອງ​ອີ​ຕາ​ລີ​ໃນ​ຮອບຫລາຍ​ທົດ
ສະ​ວັດ​ຜ່ານ​ມາ. ​ເຈົ້າ​ຄອງ​ກໍາ​ແພງ​ກຸງ​ໂຣມກ່າວ​ວ່າ ຄ່າ​ສ້ອມ​ແປງຄວາມເສຍຫາຍຕ່າງໆ
ສາມາດຕົກ​ເປັນ​ມູນ​ຄ່າ​ເຖິງ 1 ລ້ານ 4 ​ແສນ​ໂດ​ລາ​ໄດ້.

ທີ່​ກຸງ​ລອນ​ດອນ ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ໄດ້​ຕັ້ງ​ຄ້າຍ​ຕູບ​ຜາ​ໃບຂຶ້ນ​ຢູ່​ນອກ​ໂບດ​ໃຫຍ່
St. Paul ຊຶ່ງ​ຕັ້ງ​ຢູ່​ຕິດ​ກັນກັບ​ຄຸ້ມ​ການ​ເງິນຂອງ​ນະຄອນຫລວງ​ຂອງ​ອັງກິດ​ນັ້ນ.

ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງຢູ່​ໃນ​ປະ​ເທດ​ອອສ​ເຕຣ​ເລຍ ​ໃນ​ພາກ​ພື້ນ​ເອ​ເຊຍ ​ແລະ​ອາ​ຟຣິກາ
​ໃຕ້​ເຊ່ນ​ກັນ. ພວກ​ປະ​ທ້ວງ​ພວມພະຍາຍາມ​ດຶງ​ຄວາມ​ສົນ​ໃຈໄປໃສ່​ ​ອັນ​ທີ່​ພວກ​ເຂົາເຈົ້າ​ເຫັນ
​ວ່າ​ເປັນຄວາມ​ໂລບ​ມາກຂອງ​ພວກ​ບໍລິສັດ ​ແລະ​ຄວາມ​ບໍ່​ກໍ້າ​ເກິ່ງ​ກັນ​ທາງດ້ານເສດຖະກິດ
ຊ່ອງຫວ່າງ​ແຕກ​ໂຕນ​ຫລາຍ​ຂຶ້ນ​ນັບ​ມື້ ລະຫວ່າງ​ພວກ​ຄົນ​ຮັ່ງ​ແລະ​ຄົນ​ທຸກຢູ່​ໃນ​ທົ່ວ​ໂລກ​.

ເບິ່ງວີດີໂອ ລາຍງານກ່ຽວກັບພວກປະທ້ວງຢູ່ຊີຄາໂກ:

XS
SM
MD
LG