ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ປະ​ທ້ວງ Occupy Wall Street ມີເປົ້າໝາຍ ອັນໃດກັນແທ້? (ເບິ່ງວີດີໂອ ພາສາລາວ-ອັງກິດ)


ການ​ປະ​ທ້ວງ Occupy Wall Street ມີເປົ້າໝາຍ ອັນໃດກັນແທ້? (ເບິ່ງວີດີໂອ ພາສາລາວ-ອັງກິດ)
ການ​ປະ​ທ້ວງ Occupy Wall Street ມີເປົ້າໝາຍ ອັນໃດກັນແທ້? (ເບິ່ງວີດີໂອ ພາສາລາວ-ອັງກິດ)

ພວກປະທ້ວງ Occupy Wall Street ຫລາຍໆຄົນໃນນະຄອນນິວຢອກ ມັກເຮັດໃຫ້ ຜູ້ຄົນຫັນມາສົນໃຈພວກເຂົາເຈົ້າ ໂດຍການນຸ່ງຖືທີ່ແປກໆ ແຫວກແນວແລະສະແດງ ນິໄສແບບດັງໆ. ຜູ້ສື່ຂ່າວວີໂອເອ Peter Fedynsky ສຶກສາເບິ່ງ ພວກປະທ້ວງວ່າ ມີພວກໃດແດ່ ແລະການປະທ້ວງຂອງພວກເຂົາເຈົ້າ ແມ່ນເພື່ອຫຍັງກັນແທ້. ທອງປານ ມີເລຶ່ອງນີ້ມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ:

ຟັງລາຍງານ ພາສາລາວ:

ຈາກ​ໄລຍະ​ໄກໆ​ແລ້ວ ການ​ປະ​ທ້ວງ Occupy Wall Street ຢູ່​ໃນ​ນະຄອນ​ນີວຢອກນັ້ນ
​ກໍເບິ່ງ​ຄື​ວ່າ​ເປັນ​ພຽງ​ພວກ​ຄົນ​ທີ່ຍ່າງໄປຍ່າງມາ​ຊື່ໆ. ແຕ່​ພໍ​ເຂົ້າ​ໄປເບິ່ງໃກ້ໆ​ແລ້ວ ຈະ​ເຫັນ
ຜູ້​ຄົນ​ໃນ​ລັກສະນະ​ຕ່າງໆ​ນາໆ ​ໃນ​ເຄື່ອງນຸ່ງ​ຖືທີ່​ແຕກ​ຕ່າງກັນ ​ເຊັ່ນ ​ພວກ​ທີ່​ນຸ່ງ​ສະອາດ
ພວກທ່າ​ທາງ​ເອົາ​ຈິງ​ເອົາ​ຈັງ ພວກ​ນຸ່ງ​ເຄື່ອງຫຍັບຍູ່​ຍີ່​ ​ບໍ່​ຄື​ຄົນທົ່ວ​ໄປ ພວກ​ຍັກ​ຍ້າຍ​ສ່າຍ
​ໂຕ ພວກບໍ່​ຢູ່ເສີຍ ​ນັກ​ດົນຕີ​ແລະມື​ກອງ ຊາວບ້ານໃນ​ຄຸ້ມ ຄົນທໍາ​ຄວາມ​ສະອາດ ພວກ
​ຍູ້​ລໍ້​ ພວກ​ນັ່ງ​ຫລິ້ນ ພວກ​ນອນ ພວກ​ສວ​ມໜ້າ​ກາກ ພວກ​ຖື​ປ້າຍ​ປະ​ທ້ວງ ​ແລະ​ພວກ​ເກັບ
​ກໍາ​ເອົາ​ລາຍ​ເຊັນຄໍາ​ຮ້ອງ​ຮຽນ.

ກ້ອງ​ຖ່າຍຂອງ​ນັກ​ຂ່າວ​ຖ່າຍ​ທອດ​ເອົາພາບ​ເຫລົ່າ​ນີ້​ ອອກ​ໄປທົ່ວໂລກ. ນາຍ Joel Gol-
dentyer ຈາກລັດ North Carolina ກ່າວ​ວ່າ ພວກ​ສື່​ມວນ​ຊົນ​ແມ່ນເພັ່ງ​ເລັງ​ໃສ່​ແຕ່​ພວກ
ຄົນ​ປະຫລາດ​ເທົ່າ​ນັ້ນ ​ແລະບໍ່​ໄດ້​ສົນ​ໃຈ​ໃນ​ວັດຖຸ​ປະສົງ​ຂອງ​ການ​ປະທ້ວງແຕ່​ຢ່າງ​ໃດ.
ລາວ​ເວົ້າວ່າ:

“ຂ້ອຍ​ຢາກ​ຈະ​ໄດ້​ຍິນ​ໄດ້​ຟັງ​ຈາກ​ພວກ​ຄົນ​ທໍາ​ມະ​ດາ​ສາມັນ​ຫລາຍ​ກວ່າ. ຖ້າຫາກ​ພວກ
​ເຮົາ​ຟັງ​ວ່າ​ພວກ​ເຂົາ​ເຈົ້າ​ເວົ້າຫຍັງ​ແລ້ວ ​ເຮົາ​ກໍ​ຈະ​ຮູ້​ວ່າ​ແຕ່ລະຄົນ​ສະ​ແດງທັດສະນະ​ຂອງ
​ພວກ​ເຂົາ​ເຈົ້າ​ໃນ​ທາງ​ທີ່​ແຕກ​ຕ່າງ​ກັນ​ໜ້ອຍ​ນຶ່ງ ຊຶ່ງນີ້​ເປັນ​ເຄຶ່ອງໝາຍ​ບອກ​ໃຫ້​ຮູ້​ວ່າ ພວກ
​ເຂົາ​ເຈົ້າບໍ່​ແມ່ນງົມ​ງາຍເຮັດ​ຕາມ​ອຸດົມ​ການໃດ​ນຶ່ງ​ເທົ່າ​ນັ້ນ ​ແຕ່​ພວກ​ເຂົາ​ເຈົ້າ​ເວົ້າອອກ​ມາ
​ຈາກ​ໃຈ​ຈິງ.”

ບໍ່​ມີບັນຫາ​ນຶ່ງ​ດຽວ​ອັນ​ໃດ ທີ່ປຸ້ມລຸມພວກ​ປະ​ທ້ວງເຫລົ່າ​ນີ້.

ພວກສະມາຊິກກໍາມະບານ​ເຫລົ່າ​ນີ້ ພາກັນ​ປະນາມການປະຕິບັດ ທີ່​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ
ບໍ່ຍຸຕິທໍາຕໍ່ແຮງງານໂດຍບໍລິສັດໃຫຍ່ໆ. ຄົນຜູ້ນີ້ຢາກຈະຈັບກຸມພວກນາຍທະນາຄານ
ໃນນາມຂອງພະເຢຊູ. ສ່ວນຜູ້ນີ້ກ່າວຫາພວກນັກການເມືອງວ່າ ຂາຍອໍານາດໃຫ້ພວກ
ບໍລິສັດໃຫຍ່ໆ. ອີກຜູ້ນຶ່ງຕ້ອງການຢາກໃຫ້ປະຊາຊົນບັນລຸ​ໃນຄວາມໃຝ່ຝັນຂອງພວກ
ເຂົາເຈົ້າ. ແມ່ຍິງພວກນີ້ພາກັນປະທ້ວງການລົງໂທດປະຫານຊີວິດ ແລະອັນ​ທີ່ຜູ້ນຶ່ງເອີ້ນ
ວ່າ ​ການຄວບຄຸມການສຶກສາ​ໂດຍພວກບໍລິສັດໃຫຍ່ໆນັ້ນ. ສ່ວນ​ບ່າວ​ນ້ອຍ​ຄົນ​ນີ້ຖື​ປ້າຍ
ສະແດງຄວາມສະຫລາດຂອງຂົງຈື້ ກ່ຽວກັບການຊົມໃຊ້ຄວາມຮັ່ງ ມີແບບບໍ່ຖືກບໍ່ຕ້ອງ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ ຫລືຄລິກບ່ອນ mp4 ຫລື windows media
ຂ້າງເທິງຂວາມື

ພວກປະທ້ວງທີ່ເພັ່ງເລັງຄວາມໂກດແຄ້ນຂອງພວກເຂົາເຈົ້າໃສ່ Wall Street ຫລື​ສູນ
​ກາງ​ການ​ເງິນ​ຂອງ​ສະຫະລັດນັ້ນ ພາກັນຍົກເອົາບັນຫາຄວາມຮັ່ງມີມາ​ເປັນ​ປະ​ເດັນ​ ຊຶ່ງ
ພວກເຂົາເຈົ້າກ່າວວ່າ ຄວາມ​ຮັ່ງມີ​ສ່ວນ​ໃຫຍ່ນັ້ນ ​ແມ່ນ​ຢູ່​ພາຍ​ໃຕ້​ການຄວບຄຸມຢ່າງບໍ່ຍຸຕິ
ທໍາຂອງພວກຮັ່ງມີທີ່ສຸດ ພຽງນຶ່ງເປີເຊັນຂອງອາເມຣິກາ.

ນັກ​ເສດຖະສາດ Laurence Brahm ກ່າວ​ຫາ​ພວກ​ບໍລິສັດ​ໃຫຍ່ໆ​ວ່າ ໃຊ້​ເງິນ​ທີ່​ບໍລິຈາກ
​ໃຫ້​ແກ່​ການຫາ​ສຽງ​ເລືອກ​ຕັ້ງ​ນັ້ນ ​ຊື້​ເອົາ​ການ​ສະໜັບສະໜູນ​ຈາກພວກ​ນັກ​ການ​ເມືອງ​ໂດຍ
​ບໍ່​ຄໍານຶງ​ເຖິງ​ການ​ສູນ​ເສຍ​ຂອງ​ພວກ​ຄົນ​ທີ່​ຍັງ​ເຫລືອ 99 ​ເປີ​ເຊັນ​ນັ້ນ. ທ່ານລໍລັ້ນສ໌ ບຣອມ
ເວົ້າວ່າ:

“ການ​ເມືອງ​ຂອງ​ພວກ​ເຮົາທັງ​ໝົດນັ້ນ ​ແມ່ນ​ເປັນ​ການ​ຮ້ອງ​ໂຮ​ແຂ່ງຂັນ​ກັນ​ລະຫວ່າງ
​ພວກ​ຄົນ​ທີ່​ເວົ້າວ່າ ​ໂອ…ລາວ​ເປັນ​ສັງຄົມ​ນິຍົມ ລາວ​ເປັນນາຍທຶນ ​ເປັນ​ພັກຣີພັບ​ບລິ​
ກັນ ​ເປັນ​ພັກ​ເດ​ໂມ​ແຄຣທ. ຂ້າພະ​ເຈົ້າ​ເປັນຊາວ​ອາ​ເມຣິກັນ ທີ່​ຕ້ອງການ​ຢາກ​ຈະ​ເຫັນ
​ປະ​ເທດຊາດ​ຂອງ​ຂ້າພະ​ເຈົ້າດີຂຶ້ນ​ໄປ​ກວ່າ​ນີ້ ​ແລະມັນ​ກໍ​ບໍ່​ສໍາຄັນ​ວ່າ​ ເຮົາ​ນິຍົມ​ຊ້າ​ຍ
ຫລື​ຂວາ ເພາະທັງ​ສອງພັກ​ຝ່າຍ​ຕ່າງກໍໄດ້ສູນ​ເສຍວຽກເຮັດ​ງານ​ທໍາໄປ​. ຄົນ​ພວກນີ້
ບໍ່​ມີ​ວຽກມີ​ການເຮັດ​ແລ້ວ ​ແລະ​ນັ້ນ​ແມ່ນ​ເຫດຜົນ​ທີ່​ພວກ​ເຂົາ​ເຈົ້າມາ​ໂຮມ​ຊຸມນຸມ​ປະ
​ທ້ວງ​ຢູ່​ທີ່​ນີ້.”

ທຸງຊາດ​ອາ​ເມຣິກັນ ​ຊຶ່ງ​ທຸງ​ນຶ່ງ​ມີ​ຮູບສັນຍາລັກ​ຂອງ​ບໍລິສັດ​ນາໆຊາດແທນ​ທີ່​ຮູບ​ດາວ
50 ດວງ​ນັ້ນ ​ພັດ​ປິວ​ຢູ່​ຂ້າງ​ທຸງ​ສີດໍາ​ທີ່​ເປັນ​ສັນຍາ​ລັກ​ຂອງ​ອ​ະນາ​ທິປະ​ໄຕຫລື​ການ​ຂາດ
​ກົດໝາຍ ​ແລະທຸງຊາດ​ຂອງ Puerto Rico ຂອງ​ຈີນ ​ແລະ​ທຸງ​ຫຍັງ​ກໍ​ບໍ່​ຮູ້ ຊຶ່ງ​ທັງ​ໝົດ
​ນັ້ນ​ແມ່ນ​ໃຫ້​ການ​ສະໜັບສະໜູນແກ່ປ້າຍ​ຂອງ​ຊາຍ​ຄົນ​ນີ້ ທີ່ຖາມວ່າ “ເຈົ້າມາ​ຢູ່​ທີ່​ນີ້
ເຮັດຫຍັງ?” ນາຍ ​ໂຈລ ​ໂກລ​ເດິ​ລທາຍ​ເອີ ກ່າວ​ວ່າ:

“ສິ່ງທີ່​ພວກຄົນເຫລົ່າ​ນີ້​ມີ​ຮ່ວມ​ກັນ​ນັ້ນ​ ກໍ​ຄືພວກ​ເຮົາ​ທັງ​ໝົດຕ່າງ​ກໍຕ້ອງການສັງຄົມ
​ທີ່​ຍຸດຕິ​ທໍາ​ກວ່າ​ເກົ່າ ມີ​ການ​ແບ່ງ​ແຍກເຊື້ອ​ຊາດ​ຜິວ​ພັນ​ໜ້ອຍ​ລົງ ມີ​ສົງຄາມ​ໜ້ອຍ​ລົງ
ມີຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງຄົນ​ຮັ່ງ​ແລະ​ຄົນ​ທຸກ​ຍາກ​ ໜ້ອຍ​ລົງ.”

ມາ​ຮອດ​ປັດຈຸບັນ​ນີ້ Wall Street ​ແມ່ນ​ບໍ່​ໄດ້ເອົາ​ຫົວຊາ​ຕໍ່​ການ​ປະ​ທ້ວງ ​ແລະ​ວໍ​ຊິງ​ຕັນ
​ກໍ​ບໍ່​ໄດ້ເຄື່ອນ​ໄຫວ​ໂດຍ​ກົງແຕ່​ຢ່າງ​ໃດ ເພື່ອ​ແກ້​ໄຂ​ບັນຫາຄວາມບໍ່ພໍ​ໃຈຫລາຍໆ​ປະ
ການ​ຂອງ​ພວກ​ປະ​ທ້ວງ​ນັ້ນ. ຂະ​ບວນການ​ປະ​ທ້ວງ Occupy Wall Street ນີ້ ບໍ່​ມີ
​ຜູ້​ນໍາພາ​ ​ແລະ​ບໍ່​ມີ​ລາຍການ​ໃດໆ. ດັ່ງ​ນັ້ນ​ ພວກ​ທີ່​ຕິດຕາມ​ເບິ່ງຢູ່​ຂ້າງ​ນອກ​ ຈຶ່ງເອົາ
ຄວາມ​ຫວັງ​ຫລື​ຄວາມ​ຢ້ານ​ກົວຂອງພວກ​ເຂົາ​ເຈົ້າ ​ໄປ​ພົວພັນ​ໃສ່​ກັບການປະ​ທ້ວງ​ນີ້
ຕາມ​ທີ່​ພວກ​ເຂົາ​ເຈົ້າຕ້ອງການ. ​ບາງ​ຄົນມອງ​ວ່າ ມັນ​ເປັນ​ອະນາ​ທິປະ​ໄຕ ຫລື​ສະພາບ
​ການ​ຂາດ​ຂື່​ຂາດ​ແປ. ຄົນ​ອື່ນໆຊໍ້າພັດ​ມອງ​ວ່າ​ ມັນ​ເປັນ​ປະຊາທິປະ​ໄຕ.

ເບິ່ງວີດີໂອລາຍງານກ່ຽວກັບການປະທ້ວງຂອງຂະບວນການນີ້ໃນເຂດອື່ນໆຂອງປະເທດ:

XS
SM
MD
LG