ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ຕໍາຫລວດ ຈັບພວກປະທ້ວງ ທີ່ຕະຫລາດຮຸ້ນນິວຢອກ 70 ກ່ວາຄົນ (ເບິ່ງວີດີໂອ)


ພວກປະທ້ວງທີ່ເອີ້ນວ່າ Occupy Wall Street ໃນນະຄອນນີວຢອກ

ຕໍາຫລວດນີວຢອກ ໄດ້ຈັບກຸມພວກປະທ້ວງຫລາຍກວ່າ 70 ຄົນເມື່ອວັນເສົາວານນີ້ ໂຮມ
ທັງອີກຫລາຍສິບຄົນທີ່ຄຸ້ມ Times Square ທີ່​ໄດ້​ປະກອບສ່ວນ ​ໃນການເດີນຂະບວນ
ປະທ້ວງ​ໃນ​ທົ່ວໂລກມາເປັນເວລານຶ່ງເດືອນ ຕໍ່ຕ້ານອັນທີ່ພວກປະທ້ວງເອີ້ນວ່າຄວາມ
ໂລບມາກຂອງພວກບໍລິສັດໃຫຍ່ໆ​ນັ້ນ.

ພວກຕໍາຫລວດນີວຢອກ ທີ່ປະກອບດ້ວຍເຄື່ອງມືປາບການຈະລາຈົນ ແລະອີກຈຸນຶ່ງຂີ່ມ້າ ພະຍາຍາມຂັບໄລ່ພວກປະທ້ວງໃຫ້ໜີອອກຈາກຄຸ້ມ Time Square.

ການປະທ້ວງທີ່​ນິວຢອກເປັນພຽງນຶ່ງໃນຫລາຍໆການປະທ້ວງ​ໃນທົ່ວສະຫະ ລັດ ແລະທົ່ວ
ໂລກເມື່ອວັນເສົາວານນີ້ ທີ່ດົນໃຈໂດຍຂະ​ບວນການ Occupy Wall Street ຫລື ຄອບ
ຄອງ Wall Street ນັ້ນ.

ນັກສ້າງຮູບເງົາ Michael Moore ບອກວີໂອເອວ່າ ຕົນໄດ້ເຂົ້າປະກອບ ສ່ວນໃນການປະ
ທ້ວງ ຢູ່ຖະນົນ Wall Street ເພື່ອສະແດງຄວາມ​ເປັນ​ເອກ​ກະພາບກັບພວກປະທ້ວງ ​ໃນ​ການປະທ້ວງຕໍ່ຕ້ານພວກບໍລິສັດໃຫຍ່ໆ ໃນອາເມຣິການັ້ນ.

ສ່ວນທີ່ກຸງໂຣມ ປະເທດອິຕາລີ ພວກຕໍາຫລວດໄດ້ຍິງລະເບີດນໍ້າຕາ ແລະສີດປືນນໍ້າ ເວລາ
ພວກປະທ້ວງກຸ່ມນ້ອຍໆ​ກຸ່ມ​ນຶ່ງ​ແຍກ​ອອກຈາກກຸ່ມ ​ໃຫຍ່ຫລາຍຮ້ອຍຄົນ ທີ່ອັ່ງອໍຢູ່ຕາມຖະ
ນົນຫົນທາງນັ້ນ ​ແລ້ວ​ພາກັນທຸບ ກະຈົກ​ຮ້ານ​ຄ້າ​ຮ້າຍ​ຂາຍ ແລະຈູດ​ໄຟເຜົາ. ມີຕໍາຫລວດ
ອອກປະຕິບັດ ການຢ່າງໜາແໜ້ນໃນເມືອງຫລວງຂອງອິຕາລີ.

ທີ່ລອນດອນ ປະເທດອັງກິດ ກໍ​ມີ​ການ​ຊຸກຍູ້​ຕ່ອຍ​ຕີ​ກັນລະຫວ່າງຕໍາຫລວດ ກັບພວກປະ
ທ້ວງກຸ່ມ​ນຶ່ງ ໃນຈໍານວນຫລາຍຮ້ອຍຄົນ ທີ່​ໄປໂຮມຊຸມນຸມກັນ ຢູ່​ໃກ້ວິຫານ ຫລື​ໂບດ​ໃຫຍ່
St. Paul ນັ້ນ.

ນອກນີ້ແລ້ວ ການເດີນຂະບວນປະທ້ວງ ຍັງເກີດຂຶ້ນຢູ່ປະເທດອື່ນໆ ເຊັ່ນ ອອສເຕຣເລຍ
ນີວຊີແລນດ໌ ສະເປນ ເຢຍຣະມັນ ແລະ ຝຣັ່ງ ບ່ອນທີ່ສະມາຊິກຂອງກຸ່ມ 20 ປະເທດມະ
ຫາອໍານາດການເງິນກໍາລັງປະຊຸມກັນຢູ່ທີ່ນະຄອນຫລວງປາຣີ ເພື່ອປຶກສາຫາລືກັນເລຶ່ອງ
ວິກິດການເສດຖະກິດ ຂອງຢູໂຣບ.

ພວກເດີນຂະບວນປະທ້ວງຫລາຍຄົນ ພາກັນປະທ້ວງຄວາມບໍ່ເທົ່າທຽມ ກັນລະຫວ່າງພວກ
ຄົນຮັ່ງມີ ແລະຄົນທຸກຈົນ ໂດຍເອີ້ນພວກເຂົາເຈົ້າເອງວ່າ “ພວກ 99 ​ເປີ​ເຊັນ” ສົມ​ທຽບ​ກັບ
ພວກ 1 ເປີເຊັນ ທີ່ເຂົາເຈົ້າເວົ້າວ່າ ເປັນພວກ​ປະຊາກອນ​ທີ່ຮັ່ງມີທີ່ສຸດຂອງໂລກນັ້ນ.

XS
SM
MD
LG