ພວກປະທ້ວງຫລາຍຮ້ອຍຄົນທີມີສ່ວນພົວພັນກັບກຸ່ມທີມີຊື່ວ່າ ຂະບວນການເຄື່ອນໄຫວ
ຍຶດຄອງ ຫຼື Occupy ນັ້ນໄດ້ພາກັນໂຮມຊຸມນຸມປະທ້ວງຢູ່ນອກຕຶກຫໍລັດຖະສະພາສະຫະ
ລັດ ເພື່ອປະນາມໃນອັນທີເຂົາເຈົ້າເອີ້ນວ່າ ອິດທິພົນຂອງເງິນໃນການເມືອງ.
ເຖິງແມ່ນວ່າ ມີອາກາດໜາວ ຝົນຕົກກໍຕາມ ທີ່ນະຄອນຫລວງວໍຊິງຕັນໃນມື້ວັນອັງຄານ
ວານນີ້ ພວກປະທ້ວງໄດ້ພາກັນໂຮມຊຸມນຸມຢູ່ເດີ່ນຫຍ້າຂະນະທີ່ບັນດາສະມາຊິກສະພາຕໍ່າ
ພາກັນກັບຄືນມາຈາກໄປພັກ. ມີຕຳຫຼວດຈຳນວນນຶ່ງໄດ້ຕັນພວກປະທ້ວງບໍ່ໃຫ້ຜ່ານເຂົ້າໄປ
ໃນບໍລິເວນ ຂັ້ນໄດຂອງຫໍລັດຖະສະພາ ແລະຕຳຫຼວດໄດ້ຈັບຢ່າງນ້ອຍນຶ່ງຄົນ ໃນລະຫວ່າງ
ານປະທ້ວງເພື່ອຢຶດ ຫຼື Occupy ລັດຖະສະພານັ້ນ.
ບໍ່ຄືການປະທ້ວງ Occupy ຄັ້ງຜ່ານໆມາທີ່ກຸງວໍຊິງຕັນ ເບິ່ງຄືວ່າພວກປະທ້ວງພ້ອມແລ້ວ
ທີ່ຈະປະເຊີນໜ້າກັບຕຳຫຼວດ ໂດຍພາກັນຮ້ອງ ຂຶ້ນວ່າ “ມາເຮັດການປະຕິວັດກັນເຖາະ.”
ຂະບວນການ Occupy ທີ່ເລີ້ມຂຶ້ນຢູ່ນະຄອນນິວຢອກໃນກາງເດືອນກັນຍາປີກາຍ ພາຍໃຕ້
ຊື່ “ການຢຶດຄອງຕະຫຼາດຮຸ້ນ.” ພວກເຂົ້າຮ່ວມກ່າວວ່າ ເຂົາເຈົ້າຕາງໜ້າໃຫ້ແກ່ 99%
ຂອງພວກ ທີ່ບໍ່ແມ່ນ 1% ທີ່ຮັ່ງມີທີ່ສຸດໃນໂລກນັ້ນ.
ເບິ່ງວີດີໂອກ່ຽວກັບການປະທ້ວງຢູ່ນອກຕຶກລັດຖະສະພາ ຊຶ່ງພວກປະທ້ວງໄດ້
ປະທະກັບຕໍາຫລວດ: