ທ່ານ Harvey Weinstein ນຶ່ງໃນຈຳນວນພວກຜູ້ຊາຍ ທີ່ມີອິດທິພົນຫຼາຍທີ່ສຸດ ຢູ່ໃນ
ໂຮລີວູດ ບັດນີ້ຊື່ສຽງໄດ້ເຊື່ອມເສຍແລະໃນທີ່ສຸດອາດຈະປະເຊີນໜ້າກັບການຟ້ອງຮ້ອງ
ທາງອາຍາທີ່ພົວພັນກັບການລວນລາມທາງເພດ ທີ່ມີມາເປັນເວລາຫລາຍທົດສະວັດ
ຕາມທີ່ມີການກ່າວຫານັ້ນ. ຫ້ອງຖ່າຍທຳຮູບເງົາ Weinstein ທີ່ໄດ້ຜະລິດຮູບເງົາດີໆ
ຫຼາຍໆເລື່ອງ ເຊັນວ່າ Gangs of New York, Pulp Fiction ແລະ The King’s
Speech. ນັກຂ່າວວີໂອເອ Carolyn Presutti ຈະພາທ່ານສຳຫຼວດເບິ່ງວ່າການສົນ
ທະນາກ່ຽວກັບການສວຍໂອກາດໃນການລວນລາມທາງເພດ ທີ່ບໍ່ຕ້ອງການນັ້ນ ກຳ
ລັງປ່ຽນແປງຢູ່ໃນສະຫະລັດ ແລະມີຜົນກະທົບຕໍ່ບັນຫາດັ່ງກ່າວແບບໃດຢູ່ໃນທົ່ວໂລກ
ຊຶ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານ Harvey Weinstein ໄດ້ອອກຈາກນະຄອນ Los Angeles ໄປສະຖານທີ່ປິ່ນ
ປົວຢູ່ທີ່ລັດ Arizona.
ທ່ານ Weinstein ຜູ້ທີ່ຖືກກ່າວຫາວ່າ ລວນລາມທາງເພດ ເວົ້າວ່າ:
“ຂ້າພະເຈົ້າຕ້ອງຊອກຫາການຊ່ວຍເຫລືອ. ທ່ານຮູ້ບໍ່ວ່າ ພວກເຮົາທຸກຄົນຕ່າງ
ກໍເຮັດຄວາມຜິດພາດທັງນັ້ນ.”
ແມ່ຍິງຫລາຍກວ່າ 25 ຄົນໄດ້ອອກມາກ່າວຫາ ທ່ານ Weinstein ລວນລາມ
ທາງເພດ ຮາວີ ແລະຂົ່ມຂືນເຂົາເຈົ້າ.
ທ່ານ Weinstein ໄດ້ກໍ່ຕັ້ງນຶ່ງ ໃນບັນດາຫ້ອງຖ່າຍທຳຮູບເງົາທີ່ປະສົບຜົນສຳເລັດ
ທີ່ສຸດໃນໂຮລີວູດ. ຜົນງານຂອງທ່ານໄດ້ຮັບລາງວັນຕຸກກະຕາຄຳ 81 ໂຕ. ທ່ານໄດ້
ບໍລິຈາກເງິນໂຄສະນາຫາສຽງໃຫ້ແກ່ ທ່ານ Barack Obama ແລະທ່ານນາງ Hillary Clinton. ທ່ານເປັນຜູ້ຊາຍມີອິດທິພົນໃນການແນະນຳການ ສະແດງໃຫ້ພວກຍິງສາວ
ເປັນດາຣາ.
ນັກສະແດງ ນາງ Emma Thompson ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ທ່ານ ສາມາດ
ອະທິບາຍກ່ຽວກັບລາວໄດ້ວ່າ ເປັນຄົນຕິດເລື່ອງເພດສຳພັນ ລາວແມ່ນ ນັກລ່າແມ່
ຍິງ ນັ້ນແມ່ນແຕກຕ່າງກັນ.”
ທ່ານນາງ Lisalyn Jacobs ທີ່ປຶກສາກ່ຽວກັບຄວາມຮຸນແຮງທາງເພດເຂົ້າໃຈ ວ່າ ເປັນຫຍັງພວກແມ່ຍິງພາກັນຢ້ານກົວ ທີ່ຈະລາຍງານກ່ຽວກັບພວກຜູ້ຊາຍທີ່ ມີອິດທິພົນ.
ນາງ Jacobs ກ່າວວ່າ “ເພາະສະນັ້ນທ່ານມີຊື່ສຽງ ເປັນຄົນຜູ້ທີ່ບໍ່ເຫັນພ້ອມ ກັບຄົນ
ທີ່ບໍ່ຫລີ້ນເກມ. ເປັນຄົນທີ່ພົວພັນໄດ້ຍາກ.”
ທ່ານນາງ Melissa Silverstein ນັກຂຽນຂາວລົງອິນເຕີແນັດກ່ຽວກັບເລື່ອງ “ແມ່ຍິງ ແລະໂຮລີວູດ” ກ່າວວ່າ ແຕ່ແນວຄິດຂອງຄວາມຢ້ານກົວອາດຈະປ່ຽນ ແປງໄປ.
ທ່ານນາງ Silverstein ກ່າວວ່າ “ປະຕິກິລິຍາຕອບໂຕ້ກໍຄື ມີຜົນກະທົບຢ່າງ ແຮງ ແລະກວ້າງຂວາງ.” ທ່ານນາງ Silverstein ໄດ້ຊີ້ໃຫ້ເຫັນວ່າ “ພວກຍັກໃຫຍ່” ຜູ້ທີ່
ໄດ້ລົມລົງຫລັງ ຈາກບັນດາແມ່ຍິງພາກັນເວົ້າອອກມາ. ທ່ານ Bill Cosby ຊຶ່ງຄັ້ງນຶ່ງ
ເຄີຍເປັນ ດາລາທີ່ຜູ້ຄົນຮັກຫອມນັ້ນ ກຳລັງລໍຖ້າການດຳເນີນຄະດີໃໝ່ ໃນຄວາມຜິດ
ລວນລາມທາງເພດ ຫລັງຈາກພວກແມ່ຍິງ 50 ຄົນໄດ້ພາກັນອອກມາກ່າວຫາລາວ.
ທ່ານ Roger Ailes ຜູ້ກໍ່ຕັ້ງໂທລະພາບ Fox News ໄດ້ລາອອກຈາກໜ້າທີ່ ຫລັງ
ຈາກພວກແມ່ຍິງຫລາຍໆຄົນ ພາກັນກ່າວຫາທ່ານວ່າລວນລາມທາງເພດ. ເລື່ອງ
ແບບນີ້ກໍເກີດຂຶ້ນຢູ່ໃນວົງການການເມືອງເຊັ່ນກັນ ແຕ່ບາງຄັ້ງມີຜົນທີ່ຕ່າງອອກໄປ.
ທັງອະດີດປະທານາທິບໍດີ Bill Clinton ໃນຊຸມປີ 1990 ແລະປະ ທານາທິບໍດີ
ດໍໂນລ ທຣໍາ ໄດ້ພົວພັນກັບການປະພຶດບໍ່ດີກ່ຽວກັບການລວນລາມທາງເພດ ແຕ່ຕ່າງກໍລອດມາໄດ້.
ທ່ານນາງ Silverstein ກ່າວວ່າ ພວກແມ່ຍິງພາກັນເບື່ອໜ່າຍພໍແລ້ວ ຊຶ່ງທ່ານນາງ
ກ່າວຕື່ມວ່າ “ນີ້ໄດ້ຊຸກຍູ້ໃຫ້ເລື່ອງດັ່ງກ່າວເຂົ້າໄປສູ່ແຖວໜ້າ ແລະຕ້ອງຈື່ວ່າ ໂຮລີວູດ
ແມ່ນອຸດສາຫະກໍາລະດັບໂລກ. ເຈັດສິບເຊັນໃດຕໍ່ນຶ່ງໂດລາແມ່ນໄດ້ມາຈາກນອກ
ສະຫະລັດ. ຜູ້ຄົນພາກັນແນມເບິ່ງໂຮລີວູດວ່າ ເປັນ “ເມືອງກ້າວໜ້າທີ່ຈະເອົາບົດ ບາດນຳພາໃນເລື້ອງນີ້.”
ບາງຄົນກ່າວວ່າພວກຜູ້ຊາຍ ບໍ່ແມ່ນພວກແມ່ຍິງ ຄວນເປັນຜູ້ຈັດຕັ້ງການປ່ຽນ ແປງຢູ່ໃນທຸກໆອຸດສາຫະກຳ ດ້ວຍລະບົບທີ່ໂປ່ງໃສ ໃນລະບົບການຈ້າງແລະ
ມີພວກແມ່ຍິງຢູ່ໃນການບໍລິຫານຂັ້ນສູງຫລາຍຂຶ້ນ. ສຳລັບໂຮລີວູດແລ້ວ ນັ້ນ ເປັນບາດກ້າວທີ່ສຳຄັນສຳລັບພວກແມ່ຍິງໃນການສ້າງຮູບເງົາປີກາຍ ຊຶ່ງພວກ ແມ່ຍິງໄດ້ເປັນຜູ້ກຳກັບ ພຽງແຕ່ສີ່ເລື່ອງ ຂອງຮູບເງົາທີ່ສຳຄັນໆ 100 ເລື່ອງ.