ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດໄປຢ້ຽມຢາມເກາະ Robben ປະເທດອາຟຣິກາໃຕ້ໃນວັນອາທິດມື້ນີ້ ບ່ອນທີ່ອະດີດປະທານາທິບໍດີ Nelson Madela ໄດ້ໃຊ້ເວລາຈໍາຄຸກຢູ່ທີ່ນັ້ນເກືອບ 20 ປີ ຍ້ອນໄດ້ທໍາການຕໍ່ສູ້ເພື່ອໂຄ່ນລົ້ມ ລະບອບ ປົກຄອງແບ່ງເຊື້ອຊາດຜິວພັນ ຂອງປະເທດນັ້ນ.
ທ່ານໂອບາມາ ໄດ້ພົບປະກັບບັນດາຍາດພີ່ນ້ອງຂອງທ່ານ ແມນເດລາ ທີ່ໄດ້ໄປຮັບ ການຮັກສາປິ່ນປົວໂຣກປອດອັກເສບ ຢູ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫລວງ Pretoria ມາໄດ້ສາມອາທິດແລ້ວນັ້ນ. ປະທານາທິບໍດີໂອບາມາ ບໍ່ມີແຜນການທີ່ຈະໄປຢາມທ່ານແມນເດລາ ບຸລຸດທີ່ໄດ້ຮັບຄວາມຊື່ນຊົມຈາກທົ່ວໂລກ ຍ້ອນການຕໍ່ສູ້ຂອງທ່ານເພື່ອລົບລ້າງການແບ່ງເຊື້ອຊາດຜິວພັນນັ້ນ ແຕ່ທ່ານໂອບາມາກໍເວົ້າວ່າ ຄວາມພິລາດອາດຫານທາງດ້ານສິນລະທໍາຂອງທ່ານແມນເດລາ ແລະການຜັນປ່ຽນໄປສູ່ປະຊາທິປະໄຕຂອງປະເທດອາຟຣິກາໃຕ້ນັ້ນ ໄດ້ເປັນສິ່ງດົນໃຈທ່ານຕະຫຼອດມາ.
ການຢຸດແວ່ອາຟຣິກາໃຕ້ ແມ່ນເປັນພາກສ່ວນນຶ່ງ ຂອງການຢ້ຽມຢາມຂົງເຂດອາຟຣິກາເປັນເວລານຶ່ງອາທິດ ຂອງປະທານາທິບໍດີໂອບາມາ ເພື່ອຊຸກຍູ້ ການຄ້າແລະການພັດ ທະນາເສດຖະກິດ.
ໃນການເຈລະຈາຂອງທ່ານກັບປະທານາທິບໍດີ Jacob Zuma ເມື່ອວັນເສົາວານນີ້
ທ່ານໂອບາມາໄດ້ປະກາດໂຄງການໃໝ່ໂຄງການນຶ່ງ ເພື່ອນໍາເອົາຊາວໜຸ່ມອາຟຣິກາ 500 ຄົນ ໄປສະຫະລັດໃນແຕ່ລະປີ ເພື່ອການອົບລົມເລື້ອງການເປັນຜູ້ນໍາ.
ເບິ່ງວີດີໂອ ທ່ານໂອບາມາໂອ້ລົມກັບຊາວໜຸ່ມອາຟຣິກາໃຕ້: