ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ບາຣັກ ໂອບາມາ ມີຄວາມເຫັນ ໃນແງ່ດີ ທີ່ສະຫະລັດ ຈະດີຂຶ້ນ


ອະດີດປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.
ອະດີດປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.

ອະດີດປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານມີຄວາມ ເຫັນໄປໃນແງ່ດີ ທີ່ສະຫະລັດ “ຈະດີຂຶ້ນ” ເພາະວ່າພວກຊາວໜຸ່ມພາກັນພົວພັນ ໃນບັນຫາຕ່າງໆທີ່ເຮັດໃຫ້ມີການປະທ້ວງຢູ່ຕາມຖະໜົນຫົນທາງ.

ທ່ານໂອບາມາ ແມ່ນຜູ້ນຶ່ງທີ່ເຂົ້າຮ່ວມກອງປະຊຸມຕອບຄຳຖາມທາງອິນເຕີແນັດ ໃນວັນພູດວານນີທີ່ເປັນເຈົ້າພາບໂດຍ ພັນທະມິດ My Brothere’s Keeper ຊຶ່ງທ່ານໂອບາມາ ໄດ້ຕັ້ງຂຶ້ນມາໃນປີ 2014 ເພື່ອແກ້ໄຂບັນຫາຕ່າງໆ ທີ່ເປັນ ຜົນກະທົບ ຕໍ່ພວກຜູ້ຊາຍອາເມຣິກັນເຊື້ອສາຍອາຟຣິກາ.

ທ່ານໂອບາມາ ບໍ່ໄດ້ອອກຊື່ຜູ້ໃດຜູ້ນຶ່ງເປັນການສະເພາະ ຮວມທັງປະທານາທິ ບໍດີດໍໂນລ ທຣໍາ ໃນວັນພຸດວານນີ້. ແຕ່ທ່ານກ່າວວ່າ ໄດ້ເຖິງເວລາແລ້ວທີ່ຈະ ກ່າວເຖິງບັນຫາຕ່າງໆ ແລະ “ເຮັດໃຫ້ຄົນຜູ້ທີ່ຢູ່ໃນອຳນາດຢູ່ບໍ່ສະບາຍ.”

“ຈົ່ງຮູ້ສຶກໃຫ້ມີຄວາມຫວັງ ໃນຂະນະທີ່ທ່ານອາດຮູ້ສຶກໂກດແຄ້ນ ການປ່ຽນແປງ ກຳລັງມາ ທີ່ເປັນການປ່ຽນແປງຂະໜາດໃຫຍ່ ຢູ່ໃນປະເທດຂອງເຮົາ ທີ່ເປັນ ຄວາມພາກພູມໃຈ ດັ່ງທຸກສິ່ງຢ່າງ ທີ່ຂ້າພະເຈົ້າໄດ້ເຫັນມາໃນຊີວິດ.”

ທ່່ານກ່າວວ່າ ທ່ານຕ້ອງການໃຫ້ບັນດາຜູ້ມີຄວາມຮູ້ສຶກທີ່ເປັນເປົ້າໝາຍໂດຍຕຳ ຫຼວດ ແລະຄົນອື່ນໆເພາະວ່າ ຜິວພັນເຂົາເຈົ້າ ຊີວິດເຂົາເຈົ້າ ແລະຄວາມຝັນ

ເຂົາເຈົ້ານັ້ນເປັນເລື້ອງສຳຄັນ. ທ່ານໂອບາມາກ່າວວ່າ ເຂົາເຈົ້າຄວນມີຄວາມສາ ມາດ ທີ່ຈະຍ່າງໄປຕາມຖະໜົນ ເຂົ້າໄປໃນຮ້ານຄ້າຫຼືແມ່ນແຕ່ໄປເບິ່ງພວກນົກຢູ່ໃນສວນ ໂດຍປາດສະຈາກຄວາມເປັນຫ່ວງວ່າຈະມີຫຍັງເກີດຂຶ້ນ.

ໂຕຢ່າງຫລ້າສຸດໄດ້ອ້າງເຖິງແມ່ຍິງຄົນຂາວຜູ້ນຶ່ງ ຮ້ອງຫາຕຳຫຼວດ ຫຼັງຈາກຜູ້ ຊາຍຜິວດຳຄົນນຶ່ງ ຢູ່ທີ່ສວນສາທາລະນະ Central Park ໃນນະຄອນນິວຢອກ ບອກໃຫ້ລາວໃສ່ໂສ້ໝາຂອງລາວ ທີ່ປ່ອຍໄປນັ້ນ.

ທ່ານໂອບາມາໄດ້ໃຫ້ຂໍ້ສັງເກດວ່າ ພວກທີ່ເຮັດວຽກບັງຄັບໃຊ້ກົດໝາຍມີໜ້າທີ່ ໜັກ ແລະເຂົາເຈົ້າຫຼາຍຄົນພາກັນໂກດແຄ້ນທີ່ບັນດາເພື່ອນຮ່ວມງານພວກເຈົ້າ ໜ້າທີ່ຕຳຫຼວດພາກັນປະພຶດບໍ່ດີ. ທ່ານກ່າວວ່າສ່ວນໃຫຍ່ຂອງຕຳຫຼວດຢູ່ທີ່ນັ້ນ ແມ່ນເພື່ອປ້ອງກັນແລະໃຫ້ບໍລິການອັນເປັນ “ພາກສ່ວນສຳຄັນ” ຂອງການສົນທະນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG