ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ປ. Obama ແຕ່ງຕັ້ງ ທ່ານ John Kerry ເປັນ ລມຕ ການຕ່າງປະເທດ (ສະໄລດ໌ກັບວີດິໂອ)


ປະທານາທິບໍດີ Barack Obama ແຕ່ງຕັ້ງໃຫ້ທ່ານ John Kerry ສະມາຊິກສະພາສູງ ເຂົ້າກໍາຕໍາແໜ່ງ ລັດຖະມົນຕີການຕ່າງປະເທດ
ປະທານາທິບໍດີ Barack Obama ​ໄດ້ແຕ່ງຕັ້ງ​ໃຫ້​ສະມາຊິກ
​ສະພາ​ສູງ John Kerry ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​
ຄົນ​ຕໍ່​ໄປ.

ຢູ່​ທີ່​ທໍານຽບຂາວໃນວັນ​ສຸກ​ວານ​ນີ້ ປະທານາທິບໍດີ Obama ​
ໄດ້ກ່າວ​ຍ້ອງຍໍ​ສັນລະ​ເສີນທ່ານ Kerry ​ວ່າ “​ເປັນ​ຜູ້​ເໝາະ​ສົມ”
ທີ່​ສຸດທີ່​ຈະ​ນຳ ພາດ້ານ​ການ​ທູດຂອງອາ​ເມຣິກາ ​ໃນ​ຊຸມ​ປີ​ຕໍ່ໜ້າ.

ທ່າ​ນກ່າວ​ວ່າ ທ່ານ Kerry ​ໄດ້​ຮັບຄວາມໄວ້​ເນື້ອ​ເຊື່ອ​ໃຈ ​ແລະ
​ເປັນ​ທີ່​ເຄົາຣົບ ຈາກບັນດາເພື່ອນໆສະມາ​ຊິກ​ຜູ້ແທນ​ສະພາ​ສູງ​
ຂອງ​ທ່ານ ​ແລະ​ບັນດາ​ຜູ້​ນໍາ​ໃນ​ທົ່ວ​ໂລກ ດ້ວຍ​ວຽກ​ການທີ່​ທ່ານ​
ໄດ້​ດຳ​ເນີນ​ມາ​ເປັນ​ຫລາຍໆ​ປີ.

ປະທານາທິບໍດີ Obama ກ່າວ​ວ່າ ຈະ​ມີ​ບັນຫາທ້າ​ທາຍ​ຂວາງ​ໜ້າ​ຢ່າງ​ໃຫຍ່​ຫລວງ​ ​ແຕ່​ທ່ານກໍ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ສະຫະລັດ ຈະ​ສືບ​ຕໍ່​ເປັນ​ຜູ້ນໍາພາ.

ທ່ານ​ Kerry ຊຶ່ງສັງກັດ​ພັກ​ເດ​ໂມ​ແຄຣັທ ຈາກ​ລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດໄດ້​ຮັບ​ໃຊ້​ເປັນປະທານ ​ຄະນະ​ກໍາມະການຄວາມ​ສໍາພັນ​ຕ່າງປ​ະ​ເທດ ຂອງ​ສະພາ​ສູງ​ສະຫະລັດ ​ແລະທ່ານໄດ້​ເດີນທາງ​ໄປ​ຍັງ​ເຂດຕ່າງໆທີ່​ເກີດ​ບັນຫາຮ້ອນຮົນ​ຢູ່​ໃນ​ທົ່ວ​ໂລກ ນັບ​ແຕ່ອາ​ຟຣິກາ ​ໄປ​ຫາປາ​ກິສຖານ. ທ່ານ​ຍັງ​ເປັນນັກ​ລົບ​ເກົ່າ​ທີ່ ​ໄດ້​ຮັບ​ຫລຽນ​ຕາ​ຄໍາ​ຊອບ ຈາກ​ສົງຄາມ​ຫວຽດນາມ.



ທ່ານ Kerry ​ອາຍຸ 69 ປີ ​ເຄີຍໄດ້​ສະມັກ​ແຂ່ງຂັນ​ເປັນ​ປະທານາທິບໍດີ ຕາງໜ້າ​ໃຫ້​ພັກເດ​ໂມ​ແຄ​ຣັທ ​ໃນ​ປີ 2004 ​ແຕ່​ໄດ້​ເສຍໄຊ​ໃຫ້​ແກ່ປະທາ ນາທິບໍດີ George W Bush ​ໃນ​ເວລາ​ນັ້ນ.

ຖ້າ​ຫາກ​ທ່ານໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ສູງຂອງ​ສະຫະລັດ​ແລ້ວ ທ່ານ Kerry ກໍຈະ​ເຂົ້າ​ກໍາ​ຕໍາ​ແໜ່​ງ​ແທນລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຄົນ​ປັດຈຸບັນ ຄືທ່ານ​ນາງ Hillary Clinton ຜູ້​ທີ່​ໄດ້​ປະກາ​ດວ່າ ທ່ານ​ນາງບໍ່​ມີ​ແຜນ ​ທີ່​ຈະ​ສຶບ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໃນ​ສະ​ໄໝທີ ສອງ​ ຂອງທ່ານ Obama.

Senator Kerry Has Extensive Foreign Policy Credentials
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ

ທ່ານ​ນາງ Clinton ​ໄດ້​ລົ້ມ ໃນ​ອາທິດ​ແລ້ວ​ນີ້ ​ແລະ​ໄດ້​ກວດເຫັນ​ວ່າ ທ່ານນາງ​ໄດ້​ຮັບ​ຄວາມ​ກະທົບກະ​ເທືອ​ນຢ່າງ​ແຮງ. ນັບ​ແຕ່​ນັ້ນມາທ່ານ​ນາງກໍບໍ່​ໄດ້​ປະກົດ​ໂຕ​ ຢູ່ໃນ​ສາທາລະນະ​ໃດໆ​.
XS
SM
MD
LG