ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະໃຊ້ເວລາ
ມື້ທຳອິດ ເຕັມມື້ ຂອງການຢ້ຽມຢາມທີ່ເປັນປະຫວັດການ ຢູ່ທີ່
ປະເທດຄິວບາ ໃນວັນຈັນມື້ນີ້ ໃນການເຈລະຈາຊ້ອງໜ້າກັນກັບ
ປະທານາທິບໍດີ ຄິວບາ ທ່ານ Raul Castro ໃນຂະນະທີ່ ພວກ
ເພິ່ນ ເຄື່ອນຍ້າຍເຂົ້າສູ່ການ “ອັດປຶ້ມ” ກ່ຽວກັບ ການເປັນປໍລະ
ປັກຕໍ່ກັນໃນສົງຄາມເຢັນ ທີ່ແກ່ຍາວມາໄດ້ຫຼາຍກວ່າ 5 ທົດສະວັດ
ແລ້ວນັ້ນ.
ການພົບປະກັນ ໃນຫໍປະຕິວັດຂອງ Havana ແມ່ນເປັນຄັ້ງທີ 4
ລະຫວ່າງ ຜູ້ນຳທັງສອງທ່ານ ໃນສອງສາມປີບໍ່ນານມານີ້ ທີ່ລວມທັງການພົບປະກັນ ໃນ
ໄລຍະສັ້ນໆ ຢູ່ທີ່ ງານຊາປະນາກິດສົບຂອງທ່ານ Nelson Mandela ໃນປະເທດອາຟຣິກາ
ໃຕ້ ເມື່ອປີ 2013 ແລະ ກອງປະຊຸມສຸດຍອດ ຂອງພາກພື້ນ ໃນປະເທດປານາມາ ເມື່ອ
ເດືອນເມສາປີກາຍນີ້. ທ່ານ ໂອບາມາ ແລະ ທ່ານ ຄາສໂຕຣ ຈະດື່ມອວຍພອນໃຫ້ກັນ
ແລະກັນ ໃນຄ່ຳຄືນວັນຈັນມື້ນີ້ ຢູ່ທີ່ງານລ້ຽງອາຫານຄ່ຳ ໃນຫໍດັ່ງກ່າວນັ້ນ.
ປະທານປະເທດຄິວບາ ໄດ້ຕົກເປັນຈຸດສົນໃຈ ເພາະບໍ່ໄດ້ໄປຕ້ອນຮັບ ທ່ານ ໂອບາມາ
ເວລາທ່ານກ້າວອອກມາຈາກ ເຮືອບິນ Air Force One ໃນຕອນທ່ຽງ ວັນອາທິດວານນີ້
ແລະ ກ້າວລົງສູ່ເດີ່ນບິນ ຢູ່ສະໜາມບິນ Jose Marti ເຮັດໃຫ້ ທ່ານເປັນປະທານາທິບໍດີ
ຜູ້ດຳລົງຕຳແໜ່ງ ຄົນທຳອິດ ທີ່ເດີນທາງໄປຍັງຄິວບາ ໃນເກືອບ 90 ປີທີ່ຜ່ານມາ. ລັດຖະ
ມົນຕີຕ່າງປະເທດ ຄິວບາ ທ່ານ Bruno Rodriguez ເປັນຜູ້ນຳພາ ຄະນະຜູ້ແທນນ້ອຍໆ ຕ້ອນຮັບທ່ານໂອບາມາ ທ່ານນາງ Michele ພັນລະຍາຂອງທ່ານ ລູກສາວ ນາງ Sasha
ແລະ Malia ແລະ ຍານາງ Marian Robinson ແມ່ຂອງທ່ານນາງ Michele.
ນັກການທູດລະດັບສູງຂອງສະຫະລັດ ຢູ່ໃນຄິວບາ ອຸປະທູດ ທ່ານ Jeffrey Delaurentis
ກໍໄດ້ໄປຮ່ວມໃນການຕ້ອນຮັບຄອບຄົວ ຂອງທ່ານໂອບາມານຳດ້ວຍ.
ທ່ານໂອບາມາ ໄດ້ນຳເອົາຄະນະຜູ້ແທນມານຳ ທີີ່ລວມມີ ສະມາຊິກສະພາ ຈາກທັງສອງ
ພັກການເມືອງ ຜູ້ບໍລິຫານ ບໍລິສັດ ແລະ ຊາວອາເມຣິກັນ ເຊື້ອສາຍຄິວບາ ຜູ້ມີຊື່ສຽງ.
ທ່ານຈະພົບປະກັບ ບັນດານັກລົງທຶນຊາວຄິວບາ ໃນວັນຈັນມື້ນີ້ ຫຼັງຈາກທີ່ທ່ານ ໄດ້ພົບປະ
ກັບທ່ານ ຄາສໂຕຣ ເພື່ອປຶກສາຫາລື ດ້ານສາຍພົວພັນທາງທຸລະກິດ ລະຫວ່າງສະຫະລັດ
ແລະ ຄິວບາ.
ປະທານາທິບໍດີ ບາຣັກ ໂອບາມາ ຂຽນຂໍ້ຄວາມ ຜ່ານທາງ Twitter