ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ອັດທ້າຍ ການ​ຢ້ຽມຢາມ Argentina ມື້ທຳອິດ ດ້ວຍ​ການ​ເຕັ້ນ​ລຳ Tango


Obama Argentina
please wait
Embed

No media source currently available

0:00 0:01:12 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ມ້ວນທ້າຍ
​ການ​ຢ້ຽມຢາມມື້ທຳ​ອິດ​ໃນ Argentina ດ້ວຍ​ການ​ປະກົດ​ຕົວ
​ໃນ​ງານ​ລ້ຽງ​ຮັບຮອງ​ອາຫານ​ຄ່ຳ​ຢ່າງ​ເປັນ​ທາງ​ການ ບ່ອນ ​ທີ່​ທ່ານ
ໄດ້ເຕັ້ນ​ລຳ tango ​ແບບ​ລັງ​ເລ​ໃຈ ຕໍ່ໜ້າປະທານາທິບໍດີຄົນ​ໃໝ່
​ຂອງ Argentina ​ແລະ​ບັນດາ​ແຂກ​ຄົນ​ສຳຄັນ​ນັບ​ຮ້ອຍ​ນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ໄປ​ຮ່ວມຮັບ​ປະທາ​ອາຫານ​ຄ່ຳ​ພ້ອມ​ດ້ວຍ​
ພັນ​ລະ​ຍາ​ ສະຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ Michelle Obama
ຊຶ່ງ​ເປັນ​ແຂກ​ຮັບ​ເຊີນ​ພິ​ເສດ ​ຂອງ​ປະທານາທິບໍດີ Mauricio
Macri
ຜູ້​ຊຶ່ງ​ໄດ້ໃຫ້​ສັນຍານ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ
​ທີ່​ຢາກ​ມີ​ສາ​ຍພົວພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ກັບ​ສະຫະລັດ ​ແລະບັນດາ
​ປະ​ເທດທີ່​ມີເສດຖະກິດເສລີ​ທັງຫຼາຍ​ນັ້ນ.

ຫຼັງ​ຈາກ​ນຶ່ງ​ມື້​ຂອງ​ການ​ພົບ​ປະກັນ​ແລ້ວ ການໃຫ້​ຄວາມ​ບັນ​ເທີ​ງມ່ວນ​ຊື່ນ​ລື້​ນ​ເລີງ​ທີ່​ງານ​ລ້ຽງ ອາຫານຄ່ຳຢ່າງ​ເປັນ​ທາງ​ການ ​ຮວມມີ​ການສະ​ແດງ​ທີ່​ເປັນ​ສັນຍາ​ລັກ​ຂອງ Argentina ກໍ​ຄືການ​ເຕັ້ນ tango ​ແລະ​ນັກສະ​ແດງສອງ​ທ່ານ​ ​ແນ່ນອນໄດ້​ຊັກ​ຊວນເຮັດ​ໃຫ້​ທ່ານ​ໂອ​ບາ​ມາ ​ແລະ​ພັນ​ລະ​ຍາປະກອບສ່ວນ​ດ້ວຍ. ຄູ່​ເຕັ້ນ​ລຳ​ທັງ​ຊາຍ ​ແລະ​ຍິງ ຕ່າງ​ກໍ​ຈັດ​ໃຫ້​ທ່ານ​ໂອ​ບາ​ມາ ​ແລະ​ພັນ​ລະ​ຍາ ເປັນ​ຄູ່ເຕັ້ນ​ລຳ​ນຳ ຈັກ​ຮອບສອງ​ຮອບ ຕາມ​ທຳນຽມ ທັງໆ​ທີ່​ທ່ານ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ເຕັ້ນ​ນຳ​ນັ້ນ. ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ​ໂອ​ບາ​ມາ ທີ່​ເປັນ​ທຳ​ມະ​ຊາດ​ນັ້ນ ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ​ແລະ​ຊະນະ​ໃຈແຂກອື່ນໆ ດ້ວຍ​ການ​ຕົບມື​ໃຫ້​ກຽດ.

ຊົມ: ທ່ານ ​ໂອ​ບາ​ມາ ​ເຈັ້ນ​ລຳ ກັບ​ນັກ​ເຕັ້ນ Argentine

Obamas Tango in Argentina
please wait

No media source currently available

0:00 0:01:40 0:00


​ໃນ​ຕອນ​ເຊົ້າ​ຂອງ​ມື້​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ສັນລະ​ເສີນຄວາມ​ກະ​ຕື​ລື​ລົ້ນ​ຂອງທ່ານ Macri ທີ່​ພະຍາຍາ​ມປະກອບສ່ວນ​ພົວພັນກັບສະຫະລັດ ຫຼັງ​ຈາກ​ຄວາມ​ສຳພັນລະຫວ່າງ
ປະ​ເທດທັງສອງ​ໄດ້​ຊຸດ​ໂຊມ​ລົງ​ມາ​ເປັນ​ເວລາ​ຫລາຍ​ປີ.

ທ່ານ Macri ​ໄດ້​ກ່າວ​ວ່າ ການ​ມາ​ຢ້ຽມຢາມ​ຂອງ​ທ່ານ​ໂອ​ບາ​ມາ​ນີ້ ​ແມ່ນ​ເປັນ “​ເວ​ລາທີ່​
ເໝາະ​ສົມ​ທີ່​ສຸດ”
ເພາະວ່າ “Argentina ​ເຂົ້າ​ໃຈ​ ແລະ​ຕັດສິນ​ໃຈແລ້ວ​ວ່າ ​ຈະ​ສ້າງສາ​ຍພົວພັນ​ທີ່ມີ​ຄວາມຮັບຜິດ​ຊອບ​ແລະ​ສົມ​ເຫດ​ສົມ​ຜົນ ກັບ​ທຸກໆປະ​ເທດ​ໃນ​ໂລກ.”

ຮາກ​ເຫງົ້າ​ຂອງ​ຄວາມ​ຫຍຸ້ງຍາກ​ໃນສາຍ​ພົວພັນ​ລະຫວ່າງ Argentina ​ແລະ​ສະຫະລັດ ນັ້ນ
ກໍ​ແມ່ນ​ວ່າ ​ສະຫະລັດ​ສະໜັບ​ສະໜຸນອຳນາດ​ການປົກຄອງທະ​ຫານ​ແບບ​ຜະ​ເດັດ​ການ​ທີ່​ໂຫດຮ້າຍ ທີ່ຄວມຄຸມ Argentina ນັບ​ຕັ້ງ​ແຕ່​ປີ 1976 ຈົນ​ເຖິງ​ປີ 1983 ຊຶ່ງ​ເປັນ​ຊ່ວງ​ເວລາ​ທີ່​ຮູ້​ກັນ​ໃນ​ນາມ “ສົງຄາມ​ສົກກະປົກ” ນັ້ນ. ກະ​ປະມານ​ວ່າ ​ໄດ້ມີຜູ້​ຄົນ 30 ພັນຄົນ ​ໄດ້​ຫາຍ​ສາບ​ສູນ ຫຼື​ບໍ່ກໍ​ລົ້ມ​ຫາຍ​ຕາຍ​ຈາກ ​ໃນ​ຊ່ວງເວລາ​ດັ່ງກ່າວ.

XS
SM
MD
LG