ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ມອບ ຂອງຂວັນ ວັນເກີດ ແກ່ພັນລະຍາ


ທ່ານນາງ Michelle Obama ສະຕີໝາຍເລກນຶ່ງ ຂອງສະຫະລັດ.
ທ່ານນາງ Michelle Obama ສະຕີໝາຍເລກນຶ່ງ ຂອງສະຫະລັດ.
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ມອບ​ຂອງ​ຂວັນ​ວັນ ​ເກີດ ​ໃຫ້​ແກ່​ພັນ​ລະ​ຍາຂອງ​ທ່ານ ຄື​ ທ່ານ​ນາງ​ Michelle ຊຶ່ງເປັນ​ຂອງຂວັນ​ ທີ່ບັນ​ດາ​ຜູ້​ເປັນ​ແມ່ ຫລາຍໆ​ຄົນ ພຽງ​ແຕ່​ຝັນ​ໄວ້ ນັ້ນ​ຄື​ການ​ໃຊ້​ເວລາ​ໂດຍ​ປາດ​ສະຈາກ​ການລົບ​ກວນ ​ເອົາ ນັ້ນ​ເອົາ​ນີ້ ​ຂອງ​ພວກ​ລູກໆ.

ຂອງ​ຂວັນ​ຂອງ​ທ່ານ​ນາງ Michelle ກໍ​ຄື​ການ​ພັກຜ່ອນ​ ຢູ່​ໃນ​ລັດ​ຮາ​ວາຍ ບ່ອນ​ທີ່​ຄອບ ຄົວ​ໂອ​ບາ​ມາ ​ໄດ້​ໃຊ້​ເວລາ​ພັກຜ່ອນເປັນ​ເວລາ​ສອງ​ອາທິດ ຢູ່​ທີ່​ນັ້ນ ​ເພື່ອ​ໃຊ້​ເວລາ​ຢູ່​ກັບ​ໝູ່​ເພື່ອນ​ຂອງ​ທ່ານ​ນາງ ກ່ອນ​ວັນເກີດ​ຄົບຮອບ 50 ປີ​ຂອງ​ທ່ານ​ນາງ ​ໃນ​ທ້າຍ​ເດືອນ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ​ແລະ​ລູກ​ສາວ​ສອງ​ຄົນ​ຂອງ​ທ່ານ ກໍ​ຄື Sasha ​ແລະ Malia ​ໄດ້​ເດີນທາງ​ອອກຈາກ​ເກາະ​ Oahu ທີ່​ມີ​ສະພາບ​ອາກາດ​ຮ້ອນ​ດີ ​ໂດຍ​ເຮືອບິນ Air Force One ​ໃນ​ຕອນແລງ​ວັນ​ເສົາ​ວານ​ນີ້ກັບ​ຄືນ​ສູ່​ວໍ​ຊິງ​ຕັນ ທີ່​ມີ​ສະພາບ​ອາກາດ​ໜາວ​ເຢັນ​ນັ້ນ.

ຂະນະ​ທີ່​ຍັງ​ບໍ່​ມີ​ລາຍ​ລະອຽດເທື່ອວ່າ ສະຕີ​ໝາຍ​ເລກ​ນຶ່ງ​ຈະ​ກັບ​ຄືນ ​ມາ​ຍັງ​ທໍານຽບຂາວ ​ເມື່ອ​ໃດ.

ຄາດ​ວ່າ ທ່ານ​ໂອບ​າມາ ຈະ​ຂຸ້ນຂ້ຽວ ຜັກ​ດັນ​ໃຫ້​ຕໍ່​ອາຍຸ​ການຮັບເງິນຫ​ວ່າງ​ງານ​ສຸກເສີນ​ອອກ​ໄປ​ອີກ ​ເວລາ​ທ່ານ​ກັບ​ຄືນ​ວໍ​ຊິງ​ຕັນ​ແລ້ວ​ນັ້ນ.

ທ່ານ​ໂອ​ບາ​ມາ ​ແລະ​ຄະນະ​ທີ່​ປຶກສາ​ຂອງ​ທ່ານ​ ໄດ້​ກົດ​ດັນ​ມາ​ຕະຫຼອດ​ ​ເພື່ອໃຫ້ລັດຖະ​ສະພາ​ ຕໍ່​ອາຍຸ​ການ​ຊ່ວຍ​ເຫຼືອດັ່ງກ່າວຂອງລັດຖະບານ​ກາງອອກ​ໄປ​ອີກ ເພື່ອ​ຊ່ວຍ​ຊາວ​ອາ​ເມ​ຣິກັນ​ຫ​ວ່າງ​ງານທີ່​ກໍາລັງ​ຊອກ​ວຽກ​ຢູ່​ໃນ​ຂະນະ​ນີ້​.
XS
SM
MD
LG