ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈົດຊື່ ເພື່ອປະກັນ ສຸຂະພາບ ລາຄາຖືກ ຫຼຸດຈາກປີກາຍ ແຕ່ກໍສູງກວ່າ ທີ່ຄາດໄວ້


ທ້າວ Arminda Murillo ອາຍຸ 54 ປີ ອ່ານໃບໂຄສະນາ ກ່ຽວກັບ ໂອບາມາແຄ ທີ່ບ່ອນຈົດຊື່ແຫ່ງນຶ່ງ ຢູ່ເມືອງ Cudahy ໃນລັດ ກາລີຟໍເນຍ. (27 ມີນາ 2014)
ທ້າວ Arminda Murillo ອາຍຸ 54 ປີ ອ່ານໃບໂຄສະນາ ກ່ຽວກັບ ໂອບາມາແຄ ທີ່ບ່ອນຈົດຊື່ແຫ່ງນຶ່ງ ຢູ່ເມືອງ Cudahy ໃນລັດ ກາລີຟໍເນຍ. (27 ມີນາ 2014)

ເຈົ້າໜ້າ​ທີ່​ຂອງ​ລັດຖະບານ​ກາງ​ກ່າວ​ວ່າ ມີ​ຫລາຍ​ກວ່າ 9 ລ້ານ 2 ​ແສນ​ຄົນ​ ໄດ້ຈົດ​ຊື່​ເຂົ້າ​ຮັບປະກັນ​ໄພ​ສຸຂະພາບຜ່ານ​ທາງ​ກົດໝາຍ​ປະກັນ​ໄພ​ສຸຂະພາບ​ລາຄາຖືກ ​ໃນ​ລະຫວ່າງ​ລະດູ​ເປີດ​ການ​ຮັບ​ສະໝັກ ​ແຕ່​ເດືອນ​ພະຈິກ ​ຫາ​ເດືອນ​ມັງກອນ ທັງໆ​ທີ່ ​ພັກຣີພັບ​ບລີ​ກັນ​ໄດ້​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ຈະ​ຍົກ​ເລີກ​ ໂຄງການ​ປະກັນ​ໄພ​ດັ່ງກ່າວ ​ແລະ​ຕັ້ງລະ ບົບ​ຮັກສາ​ສຸຂະພາບ​ແນວອື່ນ​ແທນ.

ຈຳນວນ​ຜູ້​ສະໝັກ​ທັງ​ໝົ​ດ​ໄດ້​ຫລຸດ​ລົງ 5 ​ແສນ​ຄົນ ຈາກ​ການ​ສະໝັກ​ໃນ​ໄລຍະດຽວ​ກັນ​ ຂອງ​ປີ​ກາຍ​ນີ້. ​ແຕ່​ແນວ​ໃດ​ກໍ​ຕາມ ຄວາມ​ວຸ້ນວາຍ​ກ່ຽວ​ກັບ​ອະນາຄົດ​ຂອງໂຄງການ​ທີ່​ຮູ້ ​ກັນ​ຢ່າງ​ກວ້າງຂວາງ​ໃນ​ຊື່ Obamacare ນັ້ນ ຈຳນວນ​ທີ່​ຫຼຸດລົງ​ ແມ່ນ​ໜ້ອຍ​ກວ່າ​ທີ່​ໄດ້​ທຳນາຍ​ໄວ້.

ຈາກ​ຈຳນວນ​ຜູ້​ສະໝັກ 9 ລ້ານ 2 ​ແສນ​ຄົນ​ໃນ​ປີນີ້ ປະມານ 3 ລ້ານ​ຄົນ​ແມ່ນ ຜູ້​ສະໝັກ​ໃໝ່ ​ໃນ​ຂະນະ​ສ່ວນ​ທີ່​ເຫຼືອ ​ເປັນ​ຜູ້​ສະໝັກ​ເພື່ອ​ຮັບ​ການ​ປິ່ນປົວ​ມາ​ແຕ່ປີ​ກາຍ​ນີ້ ອີງ​ຕາມ​ ໂຕ​ເລກ​ຂອງ​ລັດຖະບານ.

ການ​ເປີດ​ຮັບ​ສະໝັກ​ນີ້ ​ແມ່ນ​ເບິ່ງ​ກັນ​ວ່າເປັນ​ການ​ທົດ​ສອບ​ກ່ຽວ​ກັບ​ຄວາມ​ນິຍົມໃນ​ໂຄງ ການ​ຮັກສາ​ສຸຂະພາບ​ ຂອງ​ລັດຖະບານ​ກາງ​ດັ່ງກ່າວ ຊຶ່ງ​ໄດ້​ມີ​ການສະ​ເໜີ ໃຫ້​ຜູ້​ຄົນ​ຈົດ​ ທະບຽນ​ຢູ່​ໃນ 39 ລັດ. ສ່ວນ​ບັນດາ​ລັດ​ທີ່​ເຫລືອ​ນັ້ນ ມີ​ລະບົບ​ແລກປ່ຽນ​ການ​ຮັກສາ​ສຸຂະ ພາບ​ຂອງ​ຕົນ​ເອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG