ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ແລະ ທ່ານ ສີ ຈະຫາລືກັນ ກ່ຽວກັບ ບັນຫາ ທີ່ລະອຽດອ່ອນ ໃນການເຈລະຈາ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍິ້ມໃນຂະນະທີ່ທ່ານ ສະຫຼຸບການຢ້ຽມຢາມ ໂຮງຮຽນມັດທະຍົມ ລິນຄອນ, 23 ກັນຍາ, 2015.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຍິ້ມໃນຂະນະທີ່ທ່ານ ສະຫຼຸບການຢ້ຽມຢາມ ໂຮງຮຽນມັດທະຍົມ ລິນຄອນ, 23 ກັນຍາ, 2015.

ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ​ເດີນທາງ​ສູ່​ນະຄອນຫຼວງ ວໍ​ຊິງ​ຕັນ ​ໃນ​ວັນ​ພະ​ຫັດ​ມື້​ນີ້ ເພື່ອ​ເຈລະຈາ​ຫາລືກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່ຽວ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ​ລວມມີ ການ​ໂຈມ​ຕີ​ທາງ​ຄອມພິວ​ເຕີ, ສິດທິ​ມະນຸດ ​ແລະເສດຖະກິດ, ຫຼັງ​ຈາກ​ໃຊ້​ເວ​ລາ​ສອງ​ມື້​ທຳ​ອິດໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ​ເພັ່ງ​ເລັງ​ໃສ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ກ່ຽວ​ກັບ​ຄວາມ ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ທັງ​ສອງ​ປະ​ເທດ.

ທ່ານ ສີ ໃນ​ວັນ​ພຸດ​ວານ​ນີ້​ ໄດ້​ພົບ​ປະ​ກັບ​ຜູ້ນຳ​ຂັ້ນ​ສູງ​ຂອງ​ ບໍລິສັດ ເທັກ​ໂນ​ໂລ​ຈີທີ່​ໃຫຍ່​ທີ່​ສຸດ​ຂອງ ອາ​ເມຣິກາ ລວມມີ​ບໍລິສັດ Amazon, Apple, Microsoft, Boeing ​ແລະ Facebok. ຜູ້ນຳ​ຂອງ ຈີນ ​ໄດ້​ໃຫ້ການຄ້ຳປະກັນຕໍ່​ພວກ​ເຂົາ​ເຈົ້າ​ວ່າ​ ທ່ານມີຄວາມ​ໝັ້ນ​ໝາຍທີ່​ຈະ​ປັບປຸງ ດ້ານສິດທິຊັບ​ສິນ​ທາງ​ປັນຍາ ​ແລະ ​ເຮັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ເຂົ້າ​ໄປ​ເຮັດ​ທຸລະ​ກິດ​ໃນ ຈີ​ນ ​ໄດ້ງ່າຍ​ຂຶ້​ນ.

ທ່ານ ສີ ​ໄດ້​ກ່າວ​ຕໍ່​ຜູ້ບັນດາ​ບໍລິຫານ, ກ່ອນ​ເຂົ້າ​ຊົມ​ພື້ນ​ທີ່​ຂອງ​ບໍລິສັດ Microsoft ​ແລະ ຢ້ຽມຢາມ​ໂຮງງານ Boeing ທີ່ຢູ່​ໃກ້​ຄຽງ​ວ່າ “ພວກ​ເຮົາ​ກຳລັງ​ເຮັດ​ວຽກ​ເພື່ອສ້າງ​ລະບົບທຸລະ​ກິດທີ່​ເປີດ​ກວ້າງອັນ​ໃໝ່, ຜັກ​ດັນໃຫ້ມີການ​ປະຕິ​ຮູບ​ການ​ຄຸ້ມຄອງ​ການ​ລົງ​ທຶນ​ຂອງ​ຕ່າງປະ​ເທດ ແລະ ຫຼຸດຜ່ອນ​ບັນດາ​ຂໍ້​ຫ້າມ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ຕ່າງປ​ະ​ເທດ​ລົງ​ຢ່າງ​ຫຼວງ​ຫຼາຍ.”

​ບໍລິສັດ Boeing ​ແລະ ທ່ານ ສີ ​ໄດ້ສວຍໃຊ້​ໂອກາດນີ້ ປະກາດ​ວ່າ​ບໍລິສັດ​ຂອງ ຈີນ ​ໄດ້​ເຫັນ​ດີ​ທີ່​ຈະ​ຊື້​ເຮືອບິ​ນ 300 ລຳ​ຈາກ​ບໍລິສັດ​ສ້າງ​ເຮືອບິນຂອງ​ ສະຫະລັດ. ​ເຮືອບິນ​ Beoing 737 250 ລຳ ​ແລະ ​ເຮືອບິນ​ລຳ​ຕົວ​ກວ້າງ 50 ລຳ ລວມລາຄາປະມານ 38 ຕື້​ໂດ​ລາ. ຂໍ້ຕົກລົງນີ້ ​ກໍ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບໍລິສັດ​ສ້າງ​ເຮືອບິນ​ຍັກ​ໃຫຍ່​ຂອງ​ ສະຫະລັດ ໄປ​ສ້າງ​ໂຮງງານ​ຢູ່​ໃນ ຈີນ ອີກ​ດ້ວຍ.

ຜູ້ນຳ​ທາງ​ດ້ານ​ທຸລະ​ກິດ​ຂອງ ສະ​ຫະລັດ ກໍ​ໄດ້​ພະຍາຍາມ​ຊອກຫາ​ການ ຮັບປະກັນ​ຢາງ​ເປັນ​ສ່ວນ​ຕົວຈາກທ່ານ ສີ ວ່າ​ບໍລິສັດ​ຂອງ​ພວກ​ເຂົາ​ຈະ​ໄດ້ຮັບການ​ປະຕິບັດ​ຕໍ່​ຢ່າງ​ເປັນ​ທຳ​ ​ໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ທຸລະ​ກິດ​ຢູ່ໃນ ຈີນ, ​ແລະ​ວ່າ ປັກ​ກິ່ງຫຼຸດ​ການ​ລັກ​ຂໍ້​ມູນ​ຄວາມ​ລັບ​ທາງ​ດ້ານ​ການ​ຄ້າ​ໃນ​ຄອມ​ພິວ​ເຕີ​ຢ່າງ​ກວ້າງຂວາງ​ຂອງ​ພວກ​ເຂົາ ທີ່​ໄດ້ເຮັດ​ໃຫ້​ບັນດາ​ບໍລິສັດ​ຂອງ ອາ​ເມລິ​ກາ ​ເສຍ​ລາຍ​ໄດ້​ໄປ​ຫຼາຍ​ຕື້​ໃນ​ໄລຍະສອງ​ສາມ​ປີ​ທີ່​ຜ່ານ​ມານີ້.

China US Xi
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG