ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໃຊ້ຄໍາປາໄສຕໍ່ລັດຖະສະພາແລະປະຊາຊົນ
ອະເມຣິກັນ ກ່ຽວກັບສະຖານະພາບຂອງປະເທດປະຈໍາປີທີສອງຂອງທ່ານ ກ່າວ
ໂດຍສັງເຂບເຖິງເປົ້າໝາຍຕ່າງໆຂອງທ່ານສໍາລັບປະເທດຊາດ ແລະຮຽກຮ້ອງໃຫ້
ມີການລົງທຶນໃສ່ນະວະກໍາຫລືການປະດິດຄິດສ້າງສິ່ງໃໝ່ໆ ໃສ່ການຄົ້ນຄວ້າ ການ
ພັດທະນາແລະໂຄ່ງລ່າງພື້ນຖານ.
ໃນຄໍາປາໄສຂອງທ່ານໃນແລງວັນອັງຄານວານນີ້ ທີ່ຫ້ອງປະຊຸມຂອງສະພາຕໍ່າ
ໃນຕຶກລັດຖະສະພາສະຫະລັດ ປະທານາທິບໍດີໂອບາມາ ໄດ້ເວົ້າເຖິງສະພາວະ
ເສດຖະກິດ ແລະກ່າວວ່າ ເວລານີ້ ສະຫະລັດແມ່ນຢູ່ໃນທ່າທີ່ຈະກ້າວໄປສູ່ຄວາມ
ກ້າວໜ້າແລ້ວ. ແຕ່ພ້ອມດຽວກັນ ທ່ານກໍກ່າວວ່າ ປະເທດຊາດຈະຕ້ອງດໍາເນີນ
ການຫລາຍຂຶ້ນອີກ ເພື່ອຮັບປະກັນຖານະການເປັນຜູ້ນໍາໂລກຂອງຕົນແລະຄວາມ
ສາມາດ ໃນການແຂ່ງຂັນໃນອະນາຄົດນັ້ນ.
ທ່ານໂອບາມາກ່າວວ່າ ການລົງທຶນໃສ່ການຄົ້ນຄວ້າແລະການສຶກສາ ສາມາດນໍາ
ຜົນກໍາໄລຢ່າງໃຫຍ່ຫລວງມາໃຫ້ສະຫະລັດໄດ້ ໂດຍໃຫ້ຂໍ້ສັງເກດວ່າ ອະດີດສະ
ຫະພາບໂຊວຽດໄດ້ກະໂດດຂຶ້ນສູ່ຫ້ວງອາວະກາດ ກ່ອນສະຫະລັດ ໃນປີ 1957
ດ້ວຍການສົ່ງດາວທຽມດວງນຶ່ງຂຶ້ນ ທີ່ເອີ້ນວ່າ Sputnik ແຕ່ວ່າການລົງທຶນຂອງ
ສະຫະລັດໃນເວລາຕໍ່ມາ ໄດ້ເອື້ອອໍານວຍໃຫ້ສະຫະລັດຊະນະການແຂ່ງຂັນໃນ
ການຂຶ້ນໄປຍັງດວງຈັນນັ້ນ. ທ່ານກ່າວຕໍ່ໄປວ່າ ການລົງທຶນເຫລົ່ານັ້ນ ໄດ້ປ່ອຍ
ຄື້ນຟອງແຫ່ງນະວະກໍາ ທີ່ໄດ້ສ້າງອຸດສາຫະກໍາໃໝ່ ແລະວຽກການໃໝ່ຈໍານວນ
ຫລາຍລ້ານວຽກ. ທ່ານໂອບາມາກ່າວ ຕື່ມວ່າ ຊາວອາເມຣິກັນລຸ່ນປັດຈຸບັນນີ້
ແມ່ນຢູ່ໃນຍຸກ Spunik ຂອງອາເມຣິກາ.