ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ແມ່ຍິງ ສົມຄວນ ໄດ້ຮັບ ຄ່າຈ້າງ ທີ່ເປັນທຳ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ມີພວກ
ແມ່ຍິງຈຳນວນນຶ່ງ ທີ່ຍັງມີລາຍໄດ້ ໜ້ອຍກວ່າພວກຜູ້ຊາຍ ທີ່ເຮັດ
ວຽກແບບດຽວກັນ.

ປະທານາທິບໍດີ ກ່າວໃນວັນເສົາມື້ນີ້ ຢູ່ໃນຄຳປາໄສປະຈຳສັບປະ
ດາ weekly address ວ່າ ພວກເຮົາບໍ່ມີພົນລະເມືອງຊັ້ນສອງ ຢູ່
ໃນປະເທດນີ້ ພວກເຮົາຈຶ່ງບໍ່ຄວນຈະມີ ຢູ່ໃນບ່ອນເຮັດວຽກຄືກັນ.

ທ່ານເວົ້າວ່າ ພວກແມ່ຍິງສົມຄວນຈະໄດ້ຮັບຄ່າຈ້າງທີ່ເປັນທຳແລະ
ພວກເຂົາເຈົ້າກໍສົມຄວນຈະໄດ້ຮັບໂອກາດ ທີ່ຍຸຕິທຳ ເພື່ອຄວາມ
ສຳເລັດນຳດ້ວຍ.

ປະທານາທິບໍດີໂອບາມາ ກ່າວວ່າ ການແກ້ໄຂວິທີນຶ່ງໃນການຂຶ້ນຄ່າຈ້າງໃຫ້ແກ່ພວກແມ່
ຍິງ ກໍແມ່ນໃຫ້ສະພາຮັບຜ່ານການຂຶ້ນຄ່າຈ້າງຂັ້ນຕ່ຳສຸດຊຶ່ງເປັນສິ່ງທີ່ສະພາບໍ່ໄດ້ເຮັດມາ ໄດ້ເຈັດປີແລ້ວ.

ປະທານາທິບໍດີໂອບາມາ ກ່າວວ່າ ພວກຄົນງານ ປະມານ 28 ລ້ານຄົນ ຈະໄດ້ຮັບຜົນປະ
ໂຫຍດ ຈາກການຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດ ເປັນ 10 ໂດລາກັບ 10 ເຊັນ ແລະເຄິ່ງນຶ່ງຂອງ
ຈຳນວນດັ່ງກ່າວນີ້ ແມ່ນເປັນພວກແມ່ຍິງ.

XS
SM
MD
LG