ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຊະນະຄະແນນ ເລືອກຕັ້ງ ລັດຟລໍຣິດາ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ
​ມີ​ການ​ປະກາດ​ໃຫ້ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ເປັນ​ຜູ້ຊະ
ນະການ​ເລືອກ​ຕັ້ງ​ໃນ​ລັດ Florida ຊຶ່ງ​ເປັນ​ລັດ​ທີ່ມີ​ຄະ​ແນນສູ​
ສີ​ກັນ​ທີ່​ສຸດ ຈົນ​ບໍ່​ສາມາດ​ປະກາດ​ອອກ​ມາ​ໄດ້ ຈົນ​ກະທັ້ງ​ຮອດ
ວັນ​ເສົາ​ວາ​ນນີ້ ສີ່​ມື້ຫຼັງຈາກ​ທ່ານ​ຊະນະການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

ຟລໍຣິດາ ຊຶ່ງ​ເປັນ​ລັດ​ທາ​ງພາກ​ໃຕ້ສະຫະລັດ ​ເປັນພຽງ​ລັດ​ດຽວ​
ທີ່​ຍັງນັບບັດ​ເລືອກ​ຕັ້ງຢູ່ ຫຼັງຈາກ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ອັງຄານ
ແລ້ວ​ນີ້ຜ່ານພົ້ນ​ໄປ ລະຫວ່າງທ່ານ​ໂອ​ບາມາ ຈາກ​ພັກ​ເດ​ໂມ​
ແຄຣັທ ​ແລະ​ທ່ານ​ມິ​ຕ ຣອມນີ ຈາກພັກຣີພັບ​ບລິ​ກັນນັ້ນ.

ທາງ​ການ​ລັດ ຟລໍຣິດາ​ເວົ້າ​ວ່າ ທ່ານ​ໂອ​ບາ​ມາ ​ໄ​ດ້ຮັບຄະ​ແນນ
50 ​ເປີ​ເຊັນຂອງ​ບັດ​ຄະແນນສຽງ​ທັງ​ໝົດ ສົມ​ທຽບ​ກັບ 49.1%
​ຂອງ​ທ່ານ​ມິ​ຕ ຣອມນີ ຄື​ແຕກ​ໂຕນກັນ​ເກືອບ 74,000 ສຽງ ​
ແລະ​ກາຍ​ຈໍານວນເຄິ່ງ​ເປີ​ເຊັນ ທີ່ຕ້ອງ​ໄດ້​ໃຫ້​ມີ​ການ​ນັບ​ບັດ​ຄືນ​ໃໝ່​ນັ້ນ.

ຟລໍຣິດາ ​ໄດ້​ເປັນ​ລັດ​ທີ່​ມີ​ການ​ຕໍ່ສູ້​ກັນຢ່າງ​ໃຫຍ່​ຄັ້ງ​ປະ​ຫວັດ​ສາດ ກ່ຽວ​ກັບ​ເລື້ອງການ​ນັບ ຄະ​ແນນ​ສຽງ​ຄືນ​ໃໝ່ ​ໃນ​ການ​ເລືອກ​ຕັ້ງ​ປະ​ທານາທິບໍດີ​ ຄັ້ງ​ປີ 2000 ​ເວລາ​ສານ​ສູງ​ສຸດ​ສະຫະລັດ​ໄດ້​ຕັດສິນ​ໃຫ້​ທ່ານ George W. Bush ຈາກ​ພັກຣີພັບ​ບລິ​ກັນ ຊະນະ​ຄະ​ແນນ​ສຽງ​ຂອງຄະນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ລັດ ຫຼື Electoral College ​ຊຶ່ງ​ເປັນ​ການ​ມອບ​ຕໍາ​ແໜ່​ງເ​ປະທານາທິບໍດີ ​ໃຫ້​ທ່ານ​ນັ້ນ.

​ແຕ່ການ​ນັບບັດ​ທີ່​ຊັກ​ຊ້າ​ຂອງ​ລັດ Florda ​ໃນ​ປີ​ນີ້ ກໍບໍ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ຜົນການ​ແຂ່ງຂັນເລືອກ​ຕັ້ງ​ປະທານາທິບໍດີນັ້ນ​ເລີ​ຍ. ​ເຖິງ​ແມ່ນ​ບໍ່​ໄດ້ຮັບ​ຄະ​ແນນ​ສຽງ​ສະ​ນັບ​ສະ​ໜຸນ​ຈາກ​ຄະ ນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ລັດ Florida ຊຶ່ງ​ມີ​ຊື່​ນ້ອຍ​ວ່າ ລັດ​ແສງຕາ​ເວັນ ນັ້ນ​ກໍ​ຕາມ ​ແຕ່​ທ່ານ ​ໂອ​ບາ​ມາ ກໍ​ໄດ້ຮັບ​ຄະ​ແນນ​ຈາກຄະນະ​ກໍາມະການ​ເລືອກ​ຕັ້ງ​ລັດຈໍານວນຫຼາຍ ກວ່າ 270 ສຽງ​ ​ທີ່​ເປັນ​ຈໍາ​ນວນ​ທີ່​ຕ້ອງການ ເພື່ອ​ໃຫ້ໄດ້​ຂຶ້ນຄອງ​ທໍານຽບຂາວນັ້ນ.

ຄະ​ແນນ​ທີ່​ໄດ້ເພີ່ມ​ອີກ 29 ສຽງ​ຈາກ​ລັດ​ຟລໍຣິດາ ​ເຮັດ​ໃຫ້​ທ່ານ​ໂອບາ​ມາ​ໄດ້​ຮັບ​ຄະ​ແນນ​ສຽງ​ສຸດ​ທ້າຍທັງ​ໝົດ​ເປັນ 332 ສຽງ ສົມທຽບ​ໃສ່ ທ່ານ​ມິດ ຣອມນີ ທີ່​ໄດ້ 206 ສຽງ​ທັງ​ໝົດ​ນັ້ນ.
XS
SM
MD
LG