ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຈີນ ຕົກລົງ ທີ່ຈະບໍ່ລົງມື ຫຼື ສະໜັບສະໜຸນ ການລັກຂະໂມຍ ຂໍ້ມູນທາງອິນເຕີແນັດ


US, China Agree Not to Conduct or Support Cyber Theft
please wait

No media source currently available

0:00 0:02:00 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະ ປະທານ
ປະເທດຈີນທ່ານສີ ຈິ້ນຜິງ ໄດ້ຕົກລົງກັນວ່າ ລັດຖະບານຂອງປະ
ເທດທັງສອງ ຈະບໍ່ທຳການ ຫຼືໃຫ້ການສະໜັບສະໜຸນ “ທັງໆທີ່ຮູ້
ຈັກ” ຕໍ່ການລັກຂະໂມຍ ທາງອິນເຕີແນັດ ຊັບສິນທາງດ້ານສະຕິ
ປັນຍາ ຫລື ຄວາມລັບທາງດ້ານການຄ້າ ຊຶ່ງເປັນແຫຼ່ງທີ່ມາຂອງ
ຄວາມເຄັ່ງຕຶງ ລະຫວ່າງປະເທດທັງສອງ.

ປະທານາທິບໍດີໂອບາມາ ກ່າວຢູ່ໃນ ການຖະແຫຼງຂ່າວຮ່ວມ ລຸນ
ຫລັງການເຈລະຈາ ຢ່າງເປັນການສ່ວນຕົວກັບທ່ານສີ ຈິ້ນຜິງ ທີ່
ທຳນຽບຂາວໃນວັນສຸກນີ້ວ່າ “ຂ້າພະເຈົ້າໄດ້ສະແດງໃຫ້ເຫັນວ່າ ການລັກຂະໂມຍທາງອິນເຕີແນັດຈະຕ້ອງຍຸດຕິລົງ. ນີ້ແມ່ນຄວາມ
ກ້າວໜ້າ ແຕ່ຂ້າພະເຈົ້າຕ້ອງໄດ້ຢືນຢັດວ່າ ວຽກງານຂອງພວກເຮົາຍັງບໍ່ທັນແລ້ວເສັດເທື່ອ.”

ປະທານສີ ຈີ້ນຜິງ ກ່າວຕໍ່ພວກນັກຂ່າວວ່າ ທັງສອງຝ່າຍໄດ້ບັນລຸຄວາມເຫັນທີ່ສອດຄ່ອງ ກັນກ່ຽວກັບບັນຫາດັ່ງກ່າວ ແລະກ່າວເນັ້ນວ່າ ປັກກິ່ງ ແມ່ນຕໍ່ຕ້ານ ການລັກຂະໂມຍທາງ ອິນເຕີແນັດ ບໍ່ວ່າໃນດ້ານໃດກໍຕາມ.

ທ່ານເວົ້າວ່າ “ຈີນແມ່ນຄັດຄ້ານຢ່າງແຂງຂັນ ຕໍ່ການເຈາະຂໍ້ມູນທາງອິນເຕີແນັດແຕ່ພວກ ເຮົາຕ້ອງໄດ້ຍຸດຕິການປະເຊີນໜ້າ ແລະບໍ່ເຮັດໃຫ້ເລື້ອງນີ້ ກາຍເປັນບັນຫາການເມືອງ.”

ຖະແຫຼງການທີ່ນຳອອກເຜີຍແຜ່ຂອງທຳນຽບຂາວ ກ່າວວ່າ ທັງສອງຝ່າຍໄດ້ຕົກລົງ ທີ່ຈະ ສ້າງຕັ້ງກົນໄກການຫາລືຮ່ວມ ໃນລະດັບສູງ ເພື່ອຮັບມືກັບ ອາຊະຍາກຳທາງອິນເຕີແນັດ ແລະບັນຫາກ່ຽວຂ້ອງ.

ສະຫະລັດໄດ້ຖິ້ມໂທດໃສ່ຈີນ ກ່ຽວກັບການໂຈມຕີເຈາະຂໍ້ມູນ ທີ່ສຳຄັນຫຼາຍໆຄັ້ງທາງອິນ ເຕີແນັດ ຕໍ່ບັນດາພະແນກການຂອງລັດຖະບານ ແລະທຸລະກິດຂອງສະຫະລັດໃນໄລຍະ ສອງສາມປີທີ່ຜ່ານມານີ້. ຈີນໄດ້ປະຕິເສດຢ່າງແຂງຂັນຕໍ່ການກ່າວຫາດັ່ງກ່າວ. ເຫດການ ທີ່ສຳຄັນຄັ້ງນຶ່ງ ແມ່ນເກີດຂຶ້ນໃນຕົ້ນປີນີ້ ເວລາພວກແຮັກເກີ້ເຈາະເຂົ້າໄປໃນລະບົບຄອມ ພິວເຕີ້ຂອງຫ້ອງການຄຸ້ມຄອງພະນັກງານລັດຖະບານກາງສະຫະລັດແລະລັກຂະໂມຍເອົາ ຂໍ້ມູນສ່ວນຕົວຂອງພະນັກງານລັດຖະບານກາງ ຫຼາຍກວ່າ 21 ລ້ານຄົນໄປ.

ເຈົ້າໜ້າທີ່ສະຫະລັດສົງໄສວ່າພວກແຮັກເກີ້ທີ່ມີຖານປະຕິບັດງານຢູ່ຈີນເປັນຜູ້ຮັບຜິດຊອບ ໃນເລື້ອງນີ້ ແຕ່ລັດຖະບານທ່ານໂອບາມາ ບໍ່ໄດ້ຖິ້ມໂທດຢ່າງເປັນການເປີດເຜີຍໃສ່ຈີນໃນ
ການລັກຂະໂມຍດັ່ງກ່າວ.

ນອກນັ້ນຜູ້ນຳທັງສອງຍັງໄດ້ຫາລືກັນກ່ຽວກັບການອ້າງກຳມະສິດຂອງຈີນຢູ່ໃນເຂດທະເລ ຈີນໃຕ້ ການປ່ຽນແປງຂອງດິນຟ້າອາກາດແລະເລື້ອງສິດທິມະນຸດ.

ໃນຕອນແລງຂອງວັນສຸກວານນີ້ ທ່ານໂອບາມາ ໄດ້ຕ້ອນຮັບທ່ານສີ ຈິ້ນຜິງທີ່ທຳນຽບຂາວ ດ້ວຍງານລ້ຽງອາຫານຄ່ຳຢ່າງເປັນທາງການທີ່ຫລູຫລາຂະໜາດໃຫຍ່ ທີ່ມີທັງດາລາຮອນ ລີວູດ ພວກນັກການທູດ ແລະຫົວໜ້າບໍລິສັດໃຫຍ່ໆຂອງສະຫະລັດເຂົ້າຮ່ວມນຳ.

ປະທານາທິບໍດີ ບາຣັກ ໂອບາມາ ແລະ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມໂບກມື ຂະນະທີ່ ສະຕີໝາຍເລກນຶ່ງ ຂອງປະເທດທັງສອງ ຢືນຄຽງຂ້ງກັນ ທີ່ງານລ້ຽງຮັບຮອງ ຢູ່ທຳນຽບຂາວ.
ປະທານາທິບໍດີ ບາຣັກ ໂອບາມາ ແລະ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ພວມໂບກມື ຂະນະທີ່ ສະຕີໝາຍເລກນຶ່ງ ຂອງປະເທດທັງສອງ ຢືນຄຽງຂ້ງກັນ ທີ່ງານລ້ຽງຮັບຮອງ ຢູ່ທຳນຽບຂາວ.

XS
SM
MD
LG