ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ປະກາດຍົກເລີກ ການຫ້າມ ຂາຍອາວຸດ ໃຫ້ແກ່ຫວຽດນາມ


Obama Vietnam
please wait
Embed

No media source currently available

0:00 0:01:30 0:00

ແມ່ນປະທານ​ປະ​ເທດ​ຫວຽດນາມ ທ່ານ Tran Dai Quang ​ເປັນ​ຜູ້ກ່າວ​ແບບ​ທີ່​ບໍ່ຄາດ​ຝັນ ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ ຮ່ວມ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ​ ທີ່​ນະຄອນຫຼວງຮາ​ໂນ່ຍ ​ຫລັງ​ຈາກ​ການ​ເຈລະຈາ​ຫາລື​ສອງ​ຝ່າຍ​. ທ່ານ​ກ່າວ​ວ່າສະຫະລັດ ​ໄດ້​ຍົກ​ເລີກ ​ການ​ຫ້າມ​ຂາຍອາວຸດ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່​ຫວຽດນາມ​ແລ້ວ.

ທ່ານ Quang ກ່າວ​ວ່າ ວໍ​ຊິງ​ຕັນ​ແລະ​ຮາ​ໂນ່ຍ​ ໄດ້​ຕົກລົງ ​ທີ່​ຈະ​ເສີມ​ຂະຫຍາຍ​ການ​ເປັນ​ພາຄີ​ໃນ​ດ້ານ​ເນື້ອຫາ​ສາລະ ​ແລະ​ລົງ​ເລິກ​ ​ໂດຍ​ເຮັດ​ໃຫ້ການ​ຮ່ວມ​ມື​ເປັນ​ພື້ນຖານ​ສຳຄັນ ​ໃນການ​ຊ່ອຍ​ເຫລືອ​ທາງ​ທະຫານ ການ​ຄ້າ ສາທາລະນະ​ສຸກ ​ແລະ​ການ​ແລກປ່ຽນ ລະ ຫວ່າງ​ປະຊາຊົນ​ກັບ​ປະຊາຊົນ. ທ່ານ Quang ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ວ່າ ເຮັດ​ໃຫ້ບົດ​ຮຽນ​ທີ່​ເຈັບປວດສິ້ນສຸດ​ລົງ.

ປະທານາທິບໍດີ​ໂອ​ບາ​ມາ ເມື່ອ​ຮອດ​ທີ​ຂອງ​ທ່ານ​ແລ້ວ ກໍ​ໄດ້​ໃຫ້ການ​ຢືນຢັນ​ຕໍ່ລາຍ​ງານ​ຂ່າວ ​ໂດຍ​ເວົ້າວ່າ ສະຫະລັດ​ໄດ້​ຍົກ​ເລີກ​ໂດຍ​ເຕັມ ຂໍ້​ຫ້າມ​ການ​ຂາ​ຍອຸບປະກອນ​ທາງ​ທະຫານ​ໃຫ້​ແກ່​ຫວຽດນາມ ຊຶ່ງມີ​ຜົນ​ບັງຄັບ​ໃຊ້​ມາ​ ເປັນ​ເວລາ​ປະມານ 50 ປີ. ທ່ານ​ກ່າວ​ຕື່ມ​ວ່າ ການ​ຂາຍເຫຼົ່ານີ້​ ແມ່ນຍັງ​ຈຳ​ເປັນ​ຈະ​ຕ້ອງ​ມີ​ເງື່ອນໄຂ​ພຽງພໍ ຮວມທັງ​ເລື້ອງສິດທິ​ມະນຸດ ​ແຕ່​ການ​ປ່ຽນ​ແປງ​ດັ່ງກ່າວ​ແມ່ນ​ຄ້ຳປະກັນ​ວ່າ ຫວຽດນາມ​ສາມາດ​ຊື້ອຸບປະກອນ​ຕ່າງໆ​ທີ່​ຕົນ​ຕ້ອງການ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ​ໄດ້.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ​ໃນ​ຮອບ​ສັດຕະວັດ​ທີ່​ຜ່ານ​ມານີ້ ສະຫະລັດ ​ແລະ ຫວຽດ ນາມ ແມ່ນ​ມີທັງ​ການ​ຮ່ວມ​ມື​ ແລະ​ການ​ຂັດ​ແຍ້​ງ ​ແລະ​ຫລັງຈາກ​ສອງ​ທົດ​ສະ​ວັດກວ່າ​ໆ ​ໃນ​ການ​ສ້າງຕັ້ງຄວາມ​ສຳພັນ ​ແບບ​ປົກກະຕິແລ້ວ ສາຍ​ພົວ​ພັນ​ກໍ​ໄດ້​ມາ​ຮອດ​ບາດ​ລ້ຽວ​ໃໝ່.

​ໃນ​ການ​ຕອບ​ຄຳ​ຖາມ​ພວກ​ນັກ​ຂ່າວ ກ່ຽວ​ກັບ​ການ​ຮຸກ​ຮານ​ເພີ້ມຂຶ້ນຂອງ​ຈີນ​ຢູ່ໃນ ຂົງ​ເຂດ​ນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ການ​ຕັດສິນ​ໃຈນີ້ບໍ່​ແມ່ນ​ແນ​ໃສ່​ຈີນ. ທ່ານ ກ່າວ​ວ່າ ມັນ​ອີງ​ຕາມ​ຄວາມ​ປະສົງ​ທີ່​ຈະ​ສຳ​ເລັດ​ເສັດ​ສິ້ນຂັ້ນຕອນ​ອັນ​ຍາວ​ນານ​ທີ່ ​ໄດ້​ເລີ້ມຂຶ້ນ​ເມື່ອ​ຫລາຍໆ​ທົດ​ສະ​ວັດ​ຜ່ານ​ມາ ​ໂດຍ​ພວກ​ນັກ​ລົບ​ເກົ່າ​ຫລາຍໆ​ຄົນ​ທີ່ ​ເຄີຍ​ຜ່ານ​ສົງ​ຄາມ​ຫວຽດນາມ ຊຶ່ງ​ທ່ານ​ກ່າວ​ວ່າ ຮວມທັງ​ອະດີີດ​ຊະ​ເລີຍ​ເສິກ ສະ ມາ​ຊິກ​ສະພາ​ສູງ John McCain ທີ່​ສັງກັດ​ພັກ​ຣີພັບ​ບລີ​ກັນ.

ຈີນ​ໄດ້​ສະ​ແດງ​ປະຕິກິລິຍາ ​ແບບ​ລະມັດລະວັງ ຕໍ່​ການ​ປະກາດ​ໃນ​ວັນ​ຈັນ​ມື້ນີ້. ທ່ານ​ນາງ Hua Chuying ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ ​ໃນ ຖານະ​ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານ​ທີ່​ໃກ້ຊິດ​ຂອງ​ຫຽດນາມ ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ການ​ມີ​ຄວາມ​ສຳພັນ​ແບບ​ປົກກະຕິ​ແລະ​ການ​ຮ່ວມ​ມື ລະຫວ່າງ​ຫວຽດນາມ​ແລະ​ປະ​ເທ​ດອື່ນໆ ​ແລ​ະ​ແນ່ນອນ ພວກ​ເຮົາ​ຫວັງ​ວ່າການ​ເຄື່ອນ​ໄຫວ ​ໃນ​ຄວາມ​ສຳພັນ​ສອງ​ຝ່າຍ​ດັ່ງກ່າວແມ່ນ​ມີ​ສ່ວນ​ຊ່ວຍ​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນ ຄົງ​ຢູ່​ໃນ​ພູມີພາກ.

ຊົມການຢືນຢັນ ການຍົກເລີກ ຫ້າມຂາຍອາວຸດ ໃຫ້ແກ່ຫວຽດນາມ ຂອງປະທານາທິບໍດີ ໂອບາມາ

Obama Lifts Arms Embargo Against Former Enemy Vietnam
please wait

No media source currently available

0:00 0:00:45 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG