ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ ນັກຕໍ່ສູ້ເພື່ອ ປະຊາທິປະໄຕທີ່ມີຊື່ສຽງ ແລະຜູ້ນຳທີ່ແທ້ຈິງຂອງ ມຽນມາ ທີ່ທຳນຽບຂາວໃນວັນພຸດມື້ນີ້.
ມັນຈະເປັນການຢ້ຽມຢາມ ສະຫະລັດ ຄັ້ງທຳອິດຂອງທ່ານນາງ ໃນຖານະເປັນທີ່ປຶກສາ ຂອງປະເທດ ແລະ ລັດຖະມົນຕີການຕ່າງປະເທດ ເຊິ່ງເປັນຕຳແໜ່ງທີ່ທ່ານນາງໄດ້ຮັບ ໃນເວລາລັດຖະທຳມະນູນສະໄໝ ລັດຖະບານທະຫານຂອງປະເທດ ໄດ້ຫ້າມບໍ່ໃຫ້ທ່ານ ນາງເປັນປະທາ ນາທິບໍດີ ຍ້ອນສາມີຜູ້ທີ່ໄດ້ລ່ວງລັບໄປແລ້ວ ແລະ ລູກຂອງເພິ່ນເປັນຄົນ ທີ່ມີສັນຊາດຕ່າງປະເທດ.
ທ່ານນາງ ອອງ ຊານ ຊູ ຈີ ໄດ້ໃຊ້ເວລາ ຫຼາຍກວ່າ 20 ປີພາຍໃຕ້ການຖືກກັກບໍລິເວນຢູ່ໃນມຽນມາ. ການພົບປະຂອງທ່ານນາງກັບທ່ານ ໂອບາມາ ໃນຫ້ອງປະຊຸມ Oval office ຂອງທຳນຽບຂາວ ແມ່ນໄດ້ຖືກເບິ່ງກັນວ່າ ເປັນການບົ່ງບອກທີ່ຊັດເຈນອີກອັນໜຶ່ງ ທີ່ສະແດງໃຫ້ເຫັນວ່າ ທ່ານນາງ ເປັນຜູ້ນຳພົນລະເຮືອນທີ່ແທ້ຈິງຂອງ ມຽນມາ.
ບັນດາເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ທ່ານປະທານາທິບໍດີມີຄວາມກະຕືລືລົ້ນທີ່ຈະຮັບ ຟັງທັດສະນະຄະຕິຂອງທ່ານນາງ ອອງ ຊານ ຊູ ຈີ ກ່ຽວກັບວ່າ ສະຫະລັດ ຄວນຍົກເລີກ ມາດຕະການລົງໂທດຕໍ່ ມຽນມາ ໄກສ່ຳໃດ. ນັບຕັ້ງແຕ່ທ່ານນາງໄດ້ເຂົ້າຮັບຕຳແໜ່ງໃນ ທ້າຍເດືອນມີນາທີ່ຜ່ານມາ, ທ່ານນາງ ບໍ່ໄດ້ຮຽກຮ້ອງໃຫ້ຍົກເລີກຕໍ່ທຸກໆມາດຕະການລົງ ໂທດ, ເຊິ່ງໄດ້ຖືກມອງກັນວ່າ ເພື່ອເປັນການກົດດັນສຳລັບຊຸກຍູ້ໃຫ້ພວກທະຫານອະນຸ ຍາດໃຫ້ມີການປະຕິຮູບປະຊາທິປະໄຕຫຼາຍຂຶ້ນ.
ທີ່ກອງປະຊຸມ ກ່ຽວກັບ ມຽນມາ ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນອັງຄານວານນີ້, ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທ່ານ ໂອບາມາ ໄດ້ກ່າວ ວ່າ ທຳນຽບຂາວຢາກຮັບ ປະກັນວ່າ ມາດຕະການລົງໂທດ ຂອງສະຫະລັດ ບໍ່ໄດ້ໄປກີດ ກັ້ນການລົງທຶນດ້ານເສດຖະກິດ ທີ່ຈະຊ່ວຍເຫຼືອປະຊາຊົນຂອງປະເທດນັ້ນ. ທ່ານ Rhodes ໄດ້ກ່າວວ່າ “ທັດສະນະຂອງລັດຖະບານ ມີຄວາມສຳຄັນຕໍ່ພວກເຮົາຫຼາຍ.”
ໃນການຖະແຫຼງຂ່າວປະຈຳວັນ ຂອງກະຊວງການຕ່າງປະເທດໃນວັນອັງຄານວານນີ້, ຮອງໂຄສົກກະຊວງການຕ່າງປະເທດ ທ່ານ Mark Toner ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການຍົກເລີກມາດຕະການລົງໂທດຕ່າງໆ ແມ່ນການຕອບສະໜອງຕໍ່ຄວາມກ້າວໜ້າຂອງ ປະຊາທິປະໄຕ ຕະຫຼອດມາ. ທ່ານ Toner ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຍັງບໍ່ພ້ອມທີ່ ຈະຍົກເລີກທຸກໆມາດຕະການລົງໂທດເທື່ອ. ການລົງໂທດບາງຢ່າງຍັງຄົງຈະດຳເນີນຕໍ່ໄປ. ພວກເຮົາຈະຮັກສາສິດທິໃນການສືບຕໍ່ການລົງໂທດໄວ້ ຕາບໃດທີ່ພວກເຮົາຮູ້ສຶກ ວ່າມັນເປັນປະໂຫຍດ.” ທ່ານ Toner ໄດ້ກ່າວວ່າ ສະຫະລັດ ແມ່ນຍິນດີທີ່ຈະຕ້ອນຮັບ ທ່ານນາງ ອອງ ຊານ ຊູ ຈີ, ແລະ ກ່າວເພີ່ມເຕີມວ່າ ຫຼາຍຢ່າງໄດ້ມີການປ່ຽນແປງໃນໄລ ຍະສອງສາມປີທີ່ຜ່ານມາໃນ ມຽນມາ. ທ່ານໄດ້ກ່າວວ່າ ຄວາມເປັນຫ່ວງດ້ານສິດທິມະນຸດ ຍັງຄົງມີຢູ່ຄື ເກົ່າ ແລະ ສະຫະລັດ ໃຫ້ການສະໜັບສະໜູນຕໍ່ສັນຕິພາບ ແລະ ການກ້າວ ໄປສູ່ປະຊາທິປະໄຕຢ່າງເຕັມທີ່ ແລະເຂັ້ມແຂງຂຶ້ນກວ່າເກົ່າ.