ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໂອບາມາ ຈະຕັດ ໂຄງການສອດແນມ ຂອງ NSA ລົງ (ວີດີໂອ)


Domestic Issues Dominate Obama's Year End News Conference
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ

​ເບິ່ງ​ວີ​ດີ​ໂອ ການ​ໃຫ້​ສໍາພາດ​ຂ່າວ ຂອງ​ປະທານາທິບໍດີ ​ໂອ​ບາ​ມາ.

ທ່ານ ບາຣັກ ​ໂອບ​າມາ ປະທານາທິບໍດີ​ສະຫະລັດ ​ເວົ້າ​ວ່າ ທ່ານ​ກໍາລັງ​ພິຈາລະ​ນາ​ວ່າ​ ຈະ​ຕັດ​ໂຄງການ​ສອດ​ແນມໃຫຍ່​ຕ່າງໆລົງ ທີ່​ດໍາ​ເນີນ​ການ​ໂດຍ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທີ່ປະຕິບັດ​ງານ​ລັບ​ນັ້ນ ​ແລະ​ຄາດ​ວ່າທ່ານ​ຈະຕັດສິ​ນ​ໃຈ​ໃນ​ເດືອນ​ມັງກອນ​ ຕໍ່ ໜ້າ​ນີ້ ກ່ຽວ​ກັບ​ຂອບ​ເຂດ​ຂອງ​ການ​ສອດ​ແນມ​ດັ່ງ​ກ່າວ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ປ້ອງ​ກັນ ພາລະກິດສອດ​ແນມໃນ​ການ​ໃຫ້​ສໍາພາດຂ່າວ​ທ້າຍ​ປີ ​ເມື່ອ​ວັນ​ສຸກ​ວານ​ນີ້ ຢູ່​ທີ່​ທໍານຽບຂາວ ​ໂດຍ​ເວົ້າວ່າ ສະຫະລັດ ຕ້ອງການ​ຂໍ້​ມູນ​ລັບ​ ​ເພື່ອ​ຂັດຂວາງ​ການ​ໂຈມ​ຕີ​ທີ່​ອາດ​ມີ​ຂຶ້ນໄດ້​ຂອງ​ພວກ​ກໍ່​ການ​ຮ້າຍ ຊຶ່ງ​ທ່ານ​ກ່າວຕໍ່​ໄປ​ວ່າ ສະ ຫະລັດ​ບໍ່​ສາມາດ​ທີ່ປົດ​ອາວຸດແຕ່ຝ່າຍ ດຽວ​ໄດ້.

ຢ່າງ​ໃດ​ກໍ​ຕາມ ປະທານາທິບໍດີ​ໂອ​ບາ​ມາ ເວົ້າວ່າ ຊາວ​ອາ​ເມ​ຣິກັນແມ່ນ​ມີ​ຄວາມ​ເປັນຫ່ວງ
​ຢ່າງ​ຖືກຕ້ອງ​ແລ້ວ ​ທີ່ຢ້ານ​ວ່າຂໍ້​ມູນ​ທີ່ເກັບ​ກໍາ​ໂດຍອົງການຄວາມ​ໝັ້ນຄົ​ງ​ແຫ່ງ​ຊາດ ຫຼື NSA ​
ຈະ​ຖືກ​ນໍາເອົາ​ໄປ​ໃຊ້​ຢ່າງ​ບໍ່​ຖືກ​ບໍ່​ຕ້ອງ ນັ້ນ. ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ​ໂຄງການ​ສອດ​ແນມ​ນັ້ນ
ຈະ​ໃຊ້​ໄດ້ຜົນ ກໍ​ຕໍ່​ເມື່ອ​ຊາວ​ອາ​ເມ​ຣິກັນ​ໄວ້​ວາງ​ໃຈ​ໃນ​ໂຄງການນີ້​ ເທົ່າ​ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້ມີຄວາມ​ເຫັນກ່ຽວ​ກັບ​ເລື້ອງ​ນີ້ ​ໃນ​ບໍ່​ເທົ່າ​ໃດ​ມື້ຫຼັງຈາກ​ຜູ້​ພິພາກສາ​ຄົນ
ນຶ່ງ ຕັດສິນ​ວ່າ ການ​ເກັບ​ກໍາ​ບັນທຶກໂທລະ​ສັບ​ຂອງ​ຊາວ​ອາ​ເມ​ຣິກັນຫຼາຍລ້ານ​ຄົນ ກໍ​ຄື​ເລກໂທລະສັບທີ່​ເຂົາ​ເຈົ້າ​ໂທ​ຫາ​ຄົນ ​ຕະຫຼອດທັງ​ຄວາມ​ຍາວ​ຂອງ​ການ​ລົ​ມກັນ ແລະ​ວັນ​ ເວລາ​ໂທນັ້ນ ​ເບິ່ງ​ຄື​ວ່າ ​ເປັນ ການ​ກະທໍາ​ທີ່​ຜິດ​ລັດຖະທໍາ​ມະນູນ. ຄະນະ​ກໍາມະການ​ກວດ​ສອບ​ໄດ້ແນະ ນໍາ ​ໃຫ້​ຕັດ​ບາງ​ໂຄງການ​ສອດ​ແນມ​ນັ້ນ​ລົງ.

Obama Considers Proposals to Change Surveillance
please wait

No media source currently available

0:00 0:03:14 0:00
ລິງໂດຍກົງ

ທ່ານ​ໂອ​ບາ​ມາ ​ໄດ້​ຕອບ​ຄໍາ​ຖາມ​ກ່ຽວ​ກັບຫຼາຍໆ​ເລຶ່ອງສໍາຄັນກ່ອນ​ທີ່​ທ່ານ​ຈະອອກເດີນ
ທາງ​ໄປ​ຍັງ​ເກາະ​ຮາ​ວາຍ ພ້ອມ​ກັບ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama ​ແລະ​ລູກ​ສາວ​ທັງສອງ​ຄົນ ​ເພື່ອໄປສະຫຼອງ ຄຣິສມັສ​ແລະປີ​ໃໝ່ ຢູ່​ທີ່​ນັ້ນ.

ພວກຜູ້​ແທນ​ລັດຖະສະພາ​ບາງ​ຄົນ​ ໄດ້​ຮຽກຮ້ອງ​ໃຫ້​ທໍາ​ການ​ລົງ​ໂທດ​ຕໍ່​ອິຣ່ານຕື່ມ​ອີກ ​ເພື່ອ​ຍຸຕິ​ໂຄງການ​ພັດທະນາ​ນີວ​ເຄຼຍຂອງ​ອິຣ່ານ. ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ ຖ້າ​ຫາກ​ວ່າ​ປະຊາ​ຄົມ​ໂລກ​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ການ​ເຈລະຈາແລ້ວ ກໍຕ້ອງ​ໄດ້​ສ້າງບັນຍາກາດແບບ​ທີ່​ຈະ​ຊຸກຍູ້​ໃຫ້​ອິຣ່ານສືບ​ຕໍ່​ເຄຶ່ອນ​ໄຫວ ​ໄປ​ສູ່​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ​ນັ້ນ.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ຂໍ້​ຕົກລົງ​ກັນ​ຊົ່ວຄາວ​ ທີ່​ບັນດາມະຫາ​ອໍານາດ​ໂລກ ​ໄດ້​ບັນລຸ​ກັນ ກັບ​ອິຣ່ານ​ ຢູ່​ນະຄອນ​ເຈ​ນີວາ​ນັ້ນ ​ແມ່ນ​ເປັນ​ຜົນ​ເຮັດ​ໃຫ້ ຄວາມ​ສາມາດ​ດ້ານ​ນີວ​ເຄຼຍ ຂອງ​ອິຣ່ານຖອຍຫຼັງ​ໄປ​ແດ່​ແລ້ວ ຊຶ່ງ​ເປັນ​ເທື່ອທໍາ​ອິດ​ທີ່​ເກີດ​ຂຶ້ນ​ແບບ​ນີ້ໃນໄລຍະ​ເກືອບ​ສິບ​ປີ ຂອງ​ການ​ຂັດ​ແຍ້​ງກັນ​ນັ້ນ.
XS
SM
MD
LG