ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ຫຼາຍລ້ານຄົນ ຈະມີໂອກາດ ຊື້ປະກັນໄພ ລາຄາຖືກ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນຄຳປາ
ໄສປະຈຳສັບປະດາຂອງທ່ານວ່າ ຊາວອາເມຣິກັນຈຳນວນຫຼາຍ
ສິບລ້ານຄົນ ຈະມີໂອກາດໄດ້ຊື້ ປະກັນໄພສຸຂະພາບ ທີ່ມີຄຸນນະ
ພາບໃນລາຄາຖືກ ໃນວັນທີ 1 ຕຸລານີ້ ເວລາກົດໝາຍປະກັນໄພ
ສຸຂະພາບ ທີ່ຮູ້ກັນໃນນາມ Obamacare ເລີ້ມມີຜົນບັງຄັບໃຊ້.

ແຕ່ແນວໃດກໍຕາມປະທານາທິບໍດີໂອບາມາເວົ້າວ່າວັນທີ 1 ຕຸລາ
ຍັງເປັນວັນທີກຸ່ມຂວາຈັດຂອງພັກຣີພັບບລີກັນຢູ່ໃນລັດຖະສະພາ
ສະຫະລັດ ອາດເລືອກເອົາ ການປິດການປະຕິບັດງານ ຂອງລັດ
ຖະບານ ແລະອາດຈະສ້າງ ຄວາມເສຍຫາຍ ໃຫ້ແກ່ເສດຖະກິດ
ຂອງສະຫະລັດ ຍ້ອນວ່າພວກເຂົາເຈົ້າບໍ່ມັກກົດໝາຍນີ້.

ປະທານາທິບໍດີໂອບາມາ ຮຽກຮ້ອງໃຫ້ລັດຖະສະພາທັງຮັບຜ່ານຮ່າງງົບປະມານ ໃນມື້ວັນ
ຈັນແລະເພີ້ມເພດານໜີ້ສິນຂອງປະເທດພາຍໃນວັນທີ 17 ຕຸລາເພື່ອໃຫ້ເສດຖະກິດຂອງ ປະເທດສືບຕໍ່ຂະຫຍາຍຕົວ.



ສະມາຊິກສະພາຕໍ່າ Cathy McMorris Rodgers ຈາກລັດ Washington ຊຶ່ງເປັນຜູ້ ກ່າວຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ເວົ້າວ່າ ພັກຂອງທ່ານນາງ ມີ ແຜນການສະບັບນຶ່ງທີ່ຈະເພີ້ມເພດານໜີ້ສິນຂອງປະເທດ ຊຶ່ງບັນຈຸການຕັດການໃຊ້ຈ່າຍ ແລະການປະຕິຮູບທີ່ແທ້ຈິງ ເພື່ອໃຫ້ເສດຖະກິດມີຄວາມເຂັ້ມແຂງທີ່ຮວມທັງການປັບປຸງ ການເກັບພາສີທີ່ລ້າສະໄໝ ແລະເລື່ອນເວລາໃນການຈັດຕັ້ງປະຕິບັດ ກົດໝາຍຮັກສາສຸ ຂະພາບຂອງປະທານາທິບໍດີ.
XS
SM
MD
LG