ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ.ໂອບາມາ ຢາກໃຫ້ປີນີ້ ເປັນປີ ແຫ່ງຄວາມ ກ້າວໜ້າ ຂອງ ອາເມຣິກາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ຕ້ອງການຢາກ ໃຫ້ປີ 2014 ເປັນປີແຫ່ງຄວາມກ້າວໜ້າ ສຳລັບ
ອາເມຣິກາ ດ້ວຍການສ້າງວຽກເຮັດງານທຳດີໆ ທີ່ໃຫ້ເງິນເດືອນ
ງາມໆແລະເປີດໃຫ້ຊາວອາເມຣິກັນມີໂອກາດທີ່ຈະກ້າວໜ້າໄດ້.

ທ່ານໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນ
ວັນເສົາມື້ນີ້ວ່າ ທ່ານຕ້ອງການຢາກເຮັດວຽກ ຮ່ວມກັບລັດຖະສະພາ ໃນປີນີ້ ເພື່ອນຳເອົາ ວຽກເຮັດງານທຳ ທີ່ໄດ້ສູນເສຍໄປໃນລະຫວ່າງເສດຖະກິດຕົກຕໍ່າ ຫຼືເສຍໄຊໃຫ້ແກ່ການ ແຂ່ງຂັນຂອງຕ່າງປະເທດນັ້ນ ກັບຄືນມາ.

ຜູ້ນຳຂອງສະຫະລັດເວົ້າວ່າ ບ່ອນທີ່ລັດຖະສະພາປະຕິເສດທີ່ຈະດຳເນີນການນັ້ນທ່ານຈະ ດຳເນີນການດ້ວຍໂຕເອງ ເພື່ອສ້າງໂອກາດທີ່ສາມາດເອື້ອມໄດ້ ໃຫ້ແກ່ທຸກໆຄົນ ຜູ້ທີ່ເຕັມ ໃຈຈະຈະເຮັດວຽກເຮັດການ.
XS
SM
MD
LG