ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຊຸກຍູ້ປະຊາຊົນ ໃຫ້ສວາຍໃຊ້ ອົງການປົກປ້ອງ ຜູ້ຊົມໃຊ້ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທໍາການຕໍ່ສູ້ເພື່ອໃຫ້ ມີການຈັດຕັ້ງ ອົງການສິ້ງຊອມປົກປ້ອງຜູ້ຊົມໃຊ້ ຫລື consumer watchdog ຂຶ້ນມາ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ທໍາການຕໍ່ສູ້ເພື່ອໃຫ້ ມີການຈັດຕັ້ງ ອົງການສິ້ງຊອມປົກປ້ອງຜູ້ຊົມໃຊ້ ຫລື consumer watchdog ຂຶ້ນມາ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ
ຖ້າໃຜມີຂໍ້ສົງ ໄສ ກ່ຽວກັບຄະແນນຄວາມໜ້າເຊື່ອຖື ຫລື
ເຄຣດິດຂອງຕົນ ຄວນໄປພົວ ພັນກັບອົງການສິ້ງຊອມປົກ
ປ້ອງຜູ້ຊົມໃຊ້ ຫລື consumer watchdog ທີ່ຫາກໍ່ຕັ້ງຂຶ້ນ
ໃໝ່ ທີ່ທ່ານໄດ້ທໍາການຕໍ່ສູ້ເພື່ອໃຫ້ມີການຈັດຕັ້ງຂຶ້ນມານັ້ນ.

ທ່ານປະທານາທິບໍດີກ່າວໃນຄໍາປາໄສປະຈໍາອາທິດ ໃນວັນ
ເສົາມື້ນີ້ວ່າ ໜ້າທີ່ອັນດຽວຂອງ ອົງການສິ້ງຊອມປົກປ້ອງຜູ້
ຊົມໃຊ້ ກໍຄືໃຫ້ການປົກ ປ້ອງແກ່ຊາວອາເມຣິກັນ ໂດຍການຊ່ວຍ ພວກເຂົາເຈົ້າໃຫ້ສາມາດທໍາ ການຕັດສິນໃຈທາງດ້ານການເງິນ ແບບມີຂໍ້ມູນຄົບຖ້ວນ.

ທ່ານໄດ້ຊຸກຍູ້ໃຫ້ຊາວອາເມຣິກັນ ກວດເບິ່ງປະຫວັດຄະແນນ
ໜ້າເຊື່ອຖື ຫລືເຄຣດິດຂອງຕົນ ເພາະວ່າ ບໍລິສັດທີ່ທໍາການຄິດໄລ່ຄະແນນນັ້ນ ອາດຄິດ ໄລ່ຜິດກໍເປັນໄດ້ ຊຶ່ງສ້າງຜົນກະທົບໃຫ້ແກ່ຄວາມສາມາດຂອງປະຊາຊົນ ໃນການກູ້ຢືມ ເງິນຊື້ເຮືອນ ແລະຂໍເອົາບັດເຄຣດິດ.

ທ່ານໂອບາມາ ເວົ້າອີກວ່າ ນອກນັ້ນ ຜູ້ຊົມໃຊ້ຍັງສາມາດທີ່ ຈະພົວພັນຫາອົງການດັ່ງ ກ່າວນີ້ໄດ້ ຖ້າຫາກພວກເຂົາເຈົ້າຄິດວ່າ ຕົນເອງບໍ່ໄດ້ຮັບ ການປະຕິບັດທີ່ຍຸດຕິທໍາ ໃນ ຂົງເຂດການເງິນດ້ານອື່ນ ອີກດ້ວຍ.

ທ່ານກ່າວມ້ວນທ້າຍວ່າ ອົງການສິ້ງຊອມປົກປ້ອງຜູ້ຊົມໃຊ້ໄດ້ເກີດຂຶ້ນມາ ຍ້ອນການປະຕິ ຮູບລະບົບຕະຫລາດຮຸ້ນ Wall Street ຢ່າງແຂງແກ່ນ ທີ່ລັດຖະສະພາໄດ້ຮັບຜ່ານແລ້ວ ນັ້ນ. ແຕ່ຢ່າງໃດກໍຕາມ ທ່ານປະທານາ ທິບໍດີ ເວົ້າວ່າ ພວກສັງກັດພັກຣິພັບບລິກັນ ຢູ່ ໃນລັດຖະສະພາກໍາລັງ "ຂຸ້ນຂ້ຽວ ທໍາການສູ້ຕ້ານຢັນຢ່າງສຸດຂີດ ເພື່ອຈະເຮັດໃຫ້ "ການ ປະຕິຮູບ ໃໝ່ນີ້ "ຊັກຊ້າ, ບໍ່ມີທຶນຮອນ, ແລະຖືກຍຸບລົງ."

ເບິ່ງວີດິໂອຄໍາປາໄສຂອງທ່ານໂອບາມາ

XS
SM
MD
LG