ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ລະນຶກເຖິງ ວັນຄົບຮອບ 11 ປີ ຂອງເຫດກໍ່ການຮ້າຍ ທີ 11 ກັນຍາ (ວີດິໂອ)


ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວຄໍາປາໄສປະຈໍາອາທິດຂອງທ່ານ ໃນວັນເສົາວານນີ້ ເພື່ອລະນຶກເຖິງວັນຄົບຮອບ 11 ປີຂອງການໂຈມຕີ ທີ່ເກີດຂຶ້ນໃນວັນທີ 11 ກັນຍາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວຄໍາປາໄສປະຈໍາອາທິດຂອງທ່ານ ໃນວັນເສົາວານນີ້ ເພື່ອລະນຶກເຖິງວັນຄົບຮອບ 11 ປີຂອງການໂຈມຕີ ທີ່ເກີດຂຶ້ນໃນວັນທີ 11 ກັນຍາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາລະນຶກເຖິງວັນ
ຄົບຮອບ 11 ປີຂອງການໂຈມຕີທີ່ເກີດຂຶ້ນໃນວັນທີ 11 ກັນຍາ ດ້ວຍການໄວ້ອາໄລໃຫ້ແກ່ ພວກເຄາະຮ້າຍ ແລະໃຫ້ກຽດແກ່ ຜູ້ທີ່ໄດ້ເສຍສະລະເພື່ອເຮັດໃຫ້ສະຫະລັດມີຄວາມປອດໄພ.

ຢູ່ໃນຄໍາປາໄສປະຈໍາອາທິດຂອງທ່ານທີ່ກ່າວໃນວັນເສົາມື້ນີ້
ປະທານາທິບໍດີ ໄດ້ສັນລະເສີນຄວາມກ້າຫານຂອງພວກເຈົ້າ ໜ້າທີ່ຮັບມືກັບເຫດສຸກເສີນຢູ່ ໃນນະຄອນນີວຢອກ, ກຸງວໍຊິງ
ຕັນ ແລະລັດເພັນຊີວາເນຍ. ພ້ອມກັນນັ້ນ ທ່ານ ຍັງໄດ້ສັນລະ
ເສີນການຕອບໂຕ້ຄືນຂອງສະຫະລັດຕໍ່ການໂຈມຕີດັ່ງກ່າວ
ໂດຍໄດ້ກ່າວວ່າ ການນໍາພາຂອງກຸ່ມ al-Qaida ໄດ້ຖືກທັບມ້າງ
ໃຫ້ແຕກສະຫລາຍ ແລະ Osama Bin Laden ກໍບໍ່ໄດ້ເປັນໄພ
ຂົ່ມຂູ່ອີກຕໍ່ໄປແລ້ວ.

ທ່ານໂອບາມາກ່າວວ່າ ການໂຈມຕີດັ່ງກ່າວບໍ່ໄດ້ບັງຄັບໃຫ້ສະຫະລັດຖອນໂຕອອກຈາກ ປະຊາຄົມໂລກ, ແຕ່ກົງກັນຂ້າມ ມັນກັບໄດ້ພາໃຫ້ປະເທດນີ້ສ້າງພັນທະມິດກັບປະເທດ ຕ່າງໆ ໃນຂະນະທີ່ເພີ້ມທະວີການປ້ອງກັນຄວາມປອດໄພຢູ່ໃນປະເທດຂອງຕົນ.

ຄໍາປາໄສຕອບຂອງພັກ Ripublican ໃນວັນເສົາມື້ນີ້ແມ່ນເປັນຖະແຫລງການທາງການ ເມືອງ. ສະມາຊິກສະພາສູງ John Barrasso ຈາກລັດ Wyoming ເວົ້າວ່າ ສະຫະລັດ ໃນເວລານີ້ ບໍ່ມີຫຍັງດີຂຶ້ນກວ່າເກົ່າ ລຸນຫລັງທີ່ມີການນໍາພາຂອງທ່ານໂອບາມາ ມາເປັນ ເວລາ 4 ປີ. ທ່ານ Barrasso ກ່າວວ່າ ນະໂຍ ບາຍເສດຖະກິດຂອງປະທານາທິບໍດີ ແມ່ກີດກັນບໍ່ໃຫ້ເສດຖະກິດຟື້ນໂຕຄືນໄດ້ ແລະບໍ່ປະສົບຜົນສໍາເລັດໃນການຫລຸດຜ່ອນ ອັດຕາຄົນຫວ່າງງານລົງ.

ເບິ່ງວີດິໂອ ການກ່າວຄໍາປາໄສປະຈໍາອາທິດຂອງທ່ານ ໂອບາມາ



ເບິ່ງວີດີໂອ ການກ່າວຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ
XS
SM
MD
LG