ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວເຖິງ ວັນຄົບຮອບ ໃນການຕັ້ງ Medicaid ແລະ Medicare


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ໃນຄຳປາໄສ ປະຈຳສັບປະດາໃນວັນເສົາມື້ນີ້ ປະທານາທິບໍດີ
ສະຫະລັດ ທ່ານບາຣັກ ໂອບາມາ ກ່າວເຖິງການສະເຫລີມສະ
ຫລອງວັນຄົບຮອບ 50 ປີ ໃນການສ້າງຕັ້ງ ໂຄງການຮັກສາສຸ
ຂະພາບຂອງລັດຖະບານກາງ ສຳລັບພວກທີ່ມີລາຍໄດ້ຕ່ຳ ທີ່
ເອີ້ນວ່າ Medicaid ແລະໂຄງການຮັກສາສຸຂະພາບຂອງລັດ
ຖະບານກາງ ສຳລັບພວກທີ່ອອກກິນເບ້ຍບຳນານ ທີ່ເອີ້ນວ່າ
Medicare ຊຶ່ງທັງສອງໂຄງການນີ້ ໄດ້ຊ່ອຍອຳນວຍໃຫ້ຫຼາຍລ້ານຄົນ ມີອາຍຸຍືນຕື່ມຂຶ້ນ
ແລະການດຳລົງຊີວິດທີ່ດີຂຶ້ນ.

ປະທານາທິບໍດີໂອບາມາ ກ່າວວ່າ ໂຄງການເຫລົ່ານີ້ແມ່ນຄຳໝັ້ນສັນຍາວ່າ ຖ້າພວກເຮົາ ເຮັດວຽກດ້ວຍຄວາມຂະຫຍັນໝັ້ນພຽນແລະປະຕິບັດຕາມກົດລະບຽບຕ່າງໆແລ້ວ ພວກ ເຮົາຈະໄດ້ຮັບບຳເນັດດ້ວຍມາດຕະການພື້ນຖານຂອງກຽດສັກສີ ຄວາມໝັ້ນຄົງ ແລະເສ ລີພາບໃນການດຳລົງຊີວິດຂອງພວກເຮົາຕາມທີ່ພວກເຮົາຕ້ອງການ.

ທ່ານກ່າວວ່າ ຊາວອາເມຣິກັນທຸກໆຄົນສົມຄວນໄດ້ຮັບການມີຄວາມຮູ້ສຶກວ່າຕົນມີຄວາມ ປອດໄພແລະຄວາມໝັ້ນຄົງທີ່ມາພ້ອມກັບປະກັນໄພສຸຂະພາບ.

ດ້ວຍເຫດນີ້ ປະທານາທິບໍດີ ຈຶ່ງໄດ້ລົງນາມ ໃນກົດໝາຍປະກັນໄພສຸຂະພາບ ລາຄາຖືກ ແລະດ້ວຍເຫດນີ້ ປະທານາທິບໍດີຈຶ່ງຍັງຈະສືບຕໍ່ດຳເນີນງານເພື່ອຄ້ຳປະກັນວ່າ ໂຄງການ Medicaid ແລະ Medicare ຊຶ່ງເປັນໂຄງການພື້ນຖານສຳລັບແນວທາງຊີວິດຂອງພວກ ເຮົາຍັງຈະມີຄວາມເຂັ້ມແຂງຢູ່ຕໍ່ໄປ.


Weekly Address: Celebrating Fifty Years of Medicare and Medicaid

WASHINGTON, DC — In this week's address, the President celebrated the fiftieth birthdays of Medicare and Medicaid, which together have allowed millions to live longer and better lives. These programs are a promise that if we work hard, and play by the rules, we'll be rewarded with a basic measure of dignity, security, and the freedom to live our lives as we want. Every American deserves the sense of safety and security that comes with health insurance. That's why the President signed the Affordable Care Act, and that's why he will continue to work to ensure that Medicare and Medicaid, programs that are fundamental to our way of life, stay strong.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG