ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ພວກເຮົາຈະບໍ່ຢ້ານກົວ ຫຼັງຈາກ ການຍິງສັງຫານ ຢູ່ ແຄລີຟໍເນຍ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ກ່າວ​ໃນ​ວັນ
​ເສົາ​ມື້ນີ້​ ກ່ຽວ​ກັບ ການ​ຍິງ​ສັງຫານ​ ໂດຍ​ຄູ່​ຜົວ​ເມຍ ທີ່​ສູນ​ກາງ
​ບໍລິການ​ສັງຄົມ ຢູ່ທີ່​ລັດ​ແຄ​ລີ​ຟໍ​ເນຍວ່າ ຫົວ​ໃຈ​ຂອງ​ພວກ​ເຮົາ​
ແມ່ນ​ຢູ່​ກັບປະຊາ​ຊົນ​ ທີ່​ເມືອງ San Bernadino ຊຶ່ງ​ເປັນ​ປະ
ຊາ​ຄົມ​ອາ​ເມຣິກັນ​ອີກ​ແຫ່ງ​ນຶ່ງໄດ້​ຖືກ​ທຳລາຍໂດຍ​ຄວາມ​ຮຸນ
​ແຮງ​ທີ່​ບໍ່​ສາມາດ​ອະທິບາຍ​ເປັນ​ຄຳ​ເວົ້າ​ໄດ້.

ອົງການ​ສັນຕິພາບ​ FBI ຂອງ​ລັດຖະບານ​ກາງສະຫະລັດ​ພວມ
ທຳ​ການ​ສືບສວນການ​ຍິງ​ສັງຫານ​ໝູ່​ໃນ​ມື້ວັນ​ພຸດ​ຜ່ານ​ມານີ້ໃນ
​ຖານະ​ເປັນ​ກາ​ນກໍ່​ການ​ຮ້າຍ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ວ່າ ​ໃນ​ຖານະ​ທີ່​ເປັນ​ປະທານາທິບໍດີ ບູລິ​ມະ​ສິດ​ສູງ​ສຸດ​ຂອງ​ຂ້າພະ​ເຈົ້າ ກໍ​ຄື​ຄວາມ​ໝັ້ນຄົງ​ ແລະ​ຄວາມ​ປອດ​ໄພ​ຂອງ​ປ​ະຊາ​ຊົນ​ອາ​ເມຣິກັນ.​ ນີ້​ແມ່ນ​ວຽກ​ງານ​ທີ່​ຄວນ​ສ້າງ ຄວາມ​ປຸ້ມລຸມ​ສາມັກຄີ​ພວກ​ເຮົາ​ທັງ​ໝົດ ​ໃນ​ນາມ​ຊາວ​ອາ​ເມຣິກັນ​ ດັ່ງນັ້ນພວກ​ເຮົາ​ຈຶ່ງ​ກະທຳ​ການ​ທຸກ​ສິ່ງ​ຢ່າງ ​ທີ່ຢູ່​ໃນ​ອຳນາດ​ຂອງ​ພວກ​ເຮົາ ເພື່ອປົກ​ປ້ອງປະ​ເທດຊາດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ແມ່ນ​ຄົນ​ອາ​ເມ​ຣິກັນ ພວກ​ເຮົາ​ຈະ​ຍຶດໝັ້ນ​ໃນ ຫລັກ​ຄຸນຄ່າ​ຂອງ​ພວກ​ເຮົາ​ນັ້ນກໍ​ຄື​ສັງຄົມ​ທີ່​ເສລີ​ແລະ​ເປີດ​ກວ້າງ.​ ພວກ​ເຮົາ​ແມ່ນ​ຄວາມ​ເຂັ້ມ​ແຂງ ພວກ​ເຮົາ​ປັບ​ໂຕ​ໄດ້ ​ແລະພວກເຮົາ​ຈະ​ບໍ່​ຢ້ານກົວໃນການ​ຂົ່ມຂູ່.

ຜູ້​ຊ່ອຍ​ຫົວໜ້າ​ອົງການ FBI ທີ່​ນະຄອນ Los Angeles ທ່ານ David Bow-dich ກ່າວ​ໃນ​ມື້ວັນ​ສຸກ​ວານ​ນີ້ວ່າ ຫລັກ​ຖານ​ຫລາຍໆ​ຢ່າງ​ໄດ້​ປາກົດ​ໃຫ້​ເຫັນ ທີ່ ສະ​ແດງ​ວ່າ​ມັນ​ເປັນ​ການ​ກໍ່​ການ​ຮ້າຍ​ ຮວມທັງ​ຮ່ອງຮອຍ​ຂອງ​ການ​ສັງຫານ​ໝູ່​ໃນຄັ້ງນີ້​ຊຶ່ງ​ໄດ້​ມີ​ການວາງ​ແຜນການ​ຢ່າງ​ໃຫຍ່​ນັ້ນ.

ຮູບຈາກໃບແປກມີ ນາງ Tashfeen Malik ແລະທ້າວ Syed Farook ຜູ້ເປັນຜົວ
ຮູບຈາກໃບແປກມີ ນາງ Tashfeen Malik ແລະທ້າວ Syed Farook ຜູ້ເປັນຜົວ

ທ່ານ Bowdich ບໍ່​ຍອມ​ໃຫ້ການ​ຊີ້​ແຈງ​ກ່ຽວ​ກັບ​ຫລັກ​ຖານ​ທີ່​ສະ​ເພາະ​ເຈາະ​ຈົງ​ໃດໆ ​ແຕ່​ທ່ານ​ກໍ ​ກ່າວ​ວ່າ ມັນ​ຮວມທັງ​ໂທລະສັບ​ມື​ຖື​ທີ່​ຖືກ​ທັບ ຊຶ່ງ​ໄດ້​ຖືກ​ພົບ​ເຫັນ ຢູ່​ໃນ​ຖັງ​ຂີ້​ເຫຍື້​ອໃກ້ໆ​ກັບ​ບ່ອນ​ທີ່​ມີ​ການ​ຍິງ​ສັງຫານ​ນັ້ນ.​ ທ່ານ​ກ່າວ​ວ່າ ​ໄດ້​ມີ​ການ ຕິດ​ຕໍ່ທາງ​ໂທລະສັບ ລະຫວ່າງ​ຜູ້​ຕ້ອງ​ສົງ​ໄສ​ແລະ​ບຸກຄົນ​ອື່ນໆ ​ແລະ​ໂທລະສັບ ອາດ​ຈະເປີດ​ເຜີຍ​ໃຫ້​ເຫັນ​ຂໍ້​ມູນ​ທີ່ອາດມີຄ່າ​ເທົ່າກັບ​ກ້ອນ​ຄຳ​ກໍ​ໄດ້.

XS
SM
MD
LG