ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ເຕືອນເຖິງ ຜົນກະທົບ ຂອງສະພາບອາກາດ ປ່ຽນແປງ ຕໍ່ສວນ ອຸດທະຍານແຫ່ງຊາດ


Obama Warns of Climate Change Effect on Parks
please wait

No media source currently available

0:00 0:02:15 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເຕືອນວ່າ ຜົນກະທົບທາງລົບ ກ່ຽວກັບ ສະພາບອາກາດປ່ຽນແປງ ໄດ້ປາກົດໃຫ້ເຫັນແລ້ວ ໃນທີ່ດິນສະຫງວນສາທາລະນະ ແລະ ໄດ້ ຮຽກຮ້ອງໃຫ້ພະຍາຍາມເພີ່ມເຕີມເພື່ອປົກປ້ອງທຳມະຊາດສຳລັບຄົນລຸ້ນຕໍ່ໄປ. ທ່ານປະທານາທິ ບໍດີ ໄດ້ກ່າວເຖິງຄວາມຈຳ​ເປັນ ​ໃນການປົກປັກຮັກສາ ໃນລະຫວ່າງການເດີນ​ທາງ ​ເມື່​ອທ້າຍ ສັບປະດາ ໄປຢ້ຽມຢາມສວນອຸດທະ ຍານ Yosemite ເຊິ່ງເປັນສວນອຸດທະຍານແຫ່ງຊາດທີ່ ມີຄວາມກວ້າງ 3 ແສນເຮັກຕາ ຕັ້ງຢູ່ໃນລັດ ຄາລີຟໍເນຍ. ນັກຂ່າວ Zlatica Hoke ມີລາຍ ງານເຊິ່ງ ພຸດທະສອນ ຈະເປັນຜູ້ນຳລາຍລະອຽດມາສະເໜີທ່ານ.

ສວນອຸດທະຍານ Yosemite ໄດ້ດຶງດູດເອົານັກທ່ອງທ່ຽວເກືອບ 4 ລ້ານຄົນ ໃນແຕ່ລະປີ ພ້ອມກັບປ່າໄມ້ສີຂຽວຕະຫຼອດລະດູ, ນ້ຳຕົກ, ຮ່ອມພູ ແລະ ສັດນານາຊະນິດ. ທ່ານປະທາ ນາທິບໍດີ ໄດ້​ໃຊ້​ເວລາ​ໃນການເດີນທາງທ່ອງທ່ຽວເມື່ອທ້າຍສັບປະດາກັບຄອບຄົວຂອງທ່ານເພື່ອ ເຕືອນວ່າ ສະພາບອາກາດປ່ຽນແປງ ບໍ່ພຽງ​ແຕ່​ເປັນໄພຂົ່ມຂູ່ ແຕ່ມັນແມ່ນເລື່ອງຈິງ.

ທ່ານ ບາຣັກ ໂອບາມາ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ລົມກັບຄົນເຝົ້າປ່າບາງຄົນຢູ່ທີ່ນີ້. ບ່ອນນີ້ໃນ Yosemite, ທົ່ງຫຍ້າກຳລັງຕາຍໄປ. ຝູງນົກກຳລັງຍ້າຍຂຶ້ນໄປທາງ ເໜືອ. ສັດລ້ຽງລູກດ້ວຍນົມທີ່ອາໄສຢູ່ເທິງພູສູງ ຄືພວກໂຕໜູ Pika ກໍຖືກບັງຄັບ ໃຫ້ຍ້າຍຂຶ້ນໄປອາໄສຢູ່ໃນເຂດ ສູງຊັນ ເພື່ອຫຼົບໜີຈາກອຸນຫະພູມທີ່ຮ້ອນຂຶ້ນ. ແທ່ງ ນໍ້າກ້ອນທີ່ໃຫຍ່ທີ່ສຸດຂອງ Yosemite ຄັ້ງໜຶ່ງເຄີຍກວ້າງໄກເປັນໄມ ຕອນນີ້ ກຳລັງຈະຫາຍໄປໝົດແລ້ວ.”

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສທີ່ຂົວ Sentinal ຢູ່ຕໍ່ໜ້ານຳ້ຕົກ Yosemite ເຊິ່ງເປັນນຳ້ ຕົກທີ່ສູງທີ່ສຸດໃນສວນອຸດທະຍານແຫ່ງຊາດ Yosemite ໃນລັດ ຄາລີຟໍເນຍ. 19 ມິຖຸນາ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສທີ່ຂົວ Sentinal ຢູ່ຕໍ່ໜ້ານຳ້ຕົກ Yosemite ເຊິ່ງເປັນນຳ້ ຕົກທີ່ສູງທີ່ສຸດໃນສວນອຸດທະຍານແຫ່ງຊາດ Yosemite ໃນລັດ ຄາລີຟໍເນຍ. 19 ມິຖຸນາ 2016.

ທ່ານ ໂອບາມາ ໄດ້ໃຊ້ສິດອຳນາດຂອງທ່ານ ເພື່ອປົກປ້ອງຄຸ້ມ​ຄອງ​ທີ່ດິນ ແລະ ນ້ຳທີ່ມີຂະ ໜາດ​ກວ້າງຫຼາຍກວ່າ 100 ລ້ານເຮັກຕາຈາກການພັດທະນາ. ທ່ານກໍຍັງໄດ້ສ້າງມາດຕະ ຖານທາດຄາບອນແຫ່ງຊາດຄັ້ງທຳອິດສຳລັບໂຮງໄຟຟ້າ, ເຊິ່ງເປັນແຫຼ່ງທີ່​ມາຂອງຄວັນພິດ ຄາບອນທີ່ໃຫຍ່. ແຕ່ແຜນການຂອງທ່ານເພື່ອຫຼຸດຜ່ອນການປ່ອຍຄວັນພິດຄາບອນສູງສຸດ 30 ເປີເຊັນຈາກລະດັບປີ 2005 ຂອງພວກເຂົາເຈົ້າໃນທົດສະວັດໜ້າ ຫຼືຫຼາຍກວ່ານັ້ນໄດ້ ພົບກັບ ການຄັດຄ້ານ​ໃນລັດຕ່າງໆທີ່ເພິ່ງພາອາໄສການຂຸດບໍ່ຖ່ານຫີນເຊັ່ນລັດ Kentucky. ບໍລິສັດ ຕ່າງໆທີ່ຂາຍອຸປະກອນຂຸດຄົ້ນບໍ່ແຮ່ ແລະ ອື່ນໆທີ່ເຊື່ອມຕໍ່ກັບອຸດສາຫະກຳຖ່ານຫີນ ກໍຍັງມີ ຄວາມເປັນຫ່ວງເຊັ່ນກັນ.

ຜູ້ບໍລິຫານ ບໍລິສັດການຄ້າ DGI ໃນເມືອງ Louisville ລັດ Kentucky ກ່າວວ່າ “ພວກ ເຮົາຈະບໍ່ມີແຫຼ່ງທຳມາຫາກິນ. ທ່ານຮູ້ບໍ, ບ່ອນອື່ນໆທີ່ຕັ້ງຢູ່ໃນທ້ອງຖິ່ນທີ່ພະຍາ ຍາມເຮັດທຸລະກິດຢູ່ທີ່ນີ້ບໍ່ໄດ້ອອກຫາທົ່ວໂລກຄືກັບພວກເຮົາ, ມັນຈະແຮງຫຍຸ້ງຍາກ ຂຶ້ນກວ່າເກົ່າສຳລັບພວກເຂົາເຈົ້າທີ່ພະຍາຍາມຈະນຳໃຫ້ທັນພວກເຮົາ.”

ພວກນັກທ່ອງທ່ຽວຢຶນລຽນແຖວກັນ ໃນຂະນະທີ່ຄອບຄົວຂອງປະທານາທິບໍດີ ຍ່າງຂຶ້ນພູທີ່ສວນອຸດທະຍານ ແຫ່ງຊາດ, ລັດ ຄາລີຟໍເນຍ. 19 ມີຖຸນາ​ 2016.
ພວກນັກທ່ອງທ່ຽວຢຶນລຽນແຖວກັນ ໃນຂະນະທີ່ຄອບຄົວຂອງປະທານາທິບໍດີ ຍ່າງຂຶ້ນພູທີ່ສວນອຸດທະຍານ ແຫ່ງຊາດ, ລັດ ຄາລີຟໍເນຍ. 19 ມີຖຸນາ​ 2016.

ໃນຂະນະດຽວກັນ ບັນດານັກປົກ​ປ້ອງສິ່ງແວດລ້ອມບາງຄົນໃນ ຢູໂຣບ ໄດ້ກ່າວວິຈານ ສະຫະລັດ ກ່ຽວ​ກັບການ​ແກ່ຍາວບັນຫາຄວັນພິດຂອງໂລກ ໂດຍການສົ່ງອອກຖ່ານຫີນໃຫ້ ປະເທດອື່ນໆ. ການສົ່ງອອກຖ່ານຫີນຂອງ ສະຫະລັດ ໄປ ເຢຍຣະມັນ ໄດ້ເພີ່ມຂຶ້ນຫຼາຍກວ່າ ສອງເທົ່ານັບ ຕັ້ງແຕ່ປີ 2008 ເປັນຕົ້ນມາ, ດ້ວຍການສະໜອງທາງເລືອກທີ່ຖືກກວ່າ ແກ໊ສທຳ ມະຊາດ ແລະ ທົດແທນໃຫ້ພະລັງງານນິວເຄລຍ ເຊິ່ງໄດ້ຖືກຍົກເລີກໄປ.

ທ່ານ Stefan Paul ກຳມະການບໍລິຫານໂຮງງານຖ່ານຫີນ Luenen ກ່າວວ່າ “ຖ່ານຫີນ ອາເມຣິກາ ມີບົດບາດທີ່ໃຫຍ່ໃນຕະຫຼາດຖ່ານຫີນ ຢູໂຣບ ເພາະວ່າ ມັນເປັນຕາສົນ ໃຈໃນເລື່ອງຂອງລາຄາ, ໃນເມື່ອ ສະ ຫະລັດ ບໍ່ໃຊ້ຖ່ານຫີນຫຼາຍອີກແລ້ວ ເພາະວ່າ ພວກເຂົາເຈົ້າໃຊ້ແກ໊ສທຳມະຊາດຈາກຫີນ​ແທນ”

ປີນີ້ ສະຫະລັດ ສະເຫຼີມສະຫຼອງຄົບຮອບ 100 ປີຂອງການບໍລິການສວນອຸດທະຍານແຫ່ງ ຊາດຂອງພວກເຂົາເຈົ້າ ຊຶ່ງເປັນລະບົບທີ່ລວມມີສະຖານທີ່ທ່ອງ​ທ່ຽວກາງແຈ້ງຫຼາຍກວ່າ 400 ແຫ່ງຢູ່ໃນທົ່ວປະເທດ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG