ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ​​ມອບ​ຫຼຽນ​​ໄຊ​ ຊັ້ນ​ສູງສຸດ ​ແກ່ຄຸນພໍ່ ​ຄາ​ໂທ​ລິກ


ປະທານາທິບໍດີ Obama ມອບຫລຽນໄຊກຽດຕິຍົດ ຊັ້ນສູງສຸດ ທາງທະຫານ ໃຫ້ແກ່ຄຸ່ນພໍ່ Emil Kapaun ທີ່ໄດ້ເສຍຊີວິດໄປແລ້ວ
ປະທານາທິບໍດີ Obama ມອບຫລຽນໄຊກຽດຕິຍົດ ຊັ້ນສູງສຸດ ທາງທະຫານ ໃຫ້ແກ່ຄຸ່ນພໍ່ Emil Kapaun ທີ່ໄດ້ເສຍຊີວິດໄປແລ້ວ
ປະທານາທິບໍດີ Barack Obama ​ໄດ້​ມອບ​ຫລຽນໄຊ​ກຽດ​ຕິ
​ຍົດຊັ້ນ​ສູງສຸດທາງ ທະຫານ ​ໃຫ້​ແກ່ຄຸນພໍ່​ຄາ​ໂທ​ລິກ ປະຈຳ
​ກອງທັບຄົນ​ນຶ່ງ ທີ່​ໄດ້​ເສຍ​ຊີວິດໄປແລ້ວ ນັ້ນຍ້ອນ​ເພິ່ນໄດ້​ເສຍ​
ສະລະ​ເກືອບ​ທຸກ​ຢ່າງ​ໃຫ້​ແກ່ເພື່ອນຊະ​ເລີຍ​ເສິກດ້ວຍ​ກັນ ຢູ່ ​
ໃນ​ສະ​ໄໝ​ສົງຄາມ​ເກົາຫລີ.

ຄຸນ​ພໍ່ Emil Kapaun ​ໄດ້​ເສຍ​ຊີວິດ​ຢູ່ທີ່ສູ​ນກັກຂັງ​ຂອງ​ພວກ​ຊະ​ເລີຍ​ເສິກ ໃນ ເກົາຫລີ​ເໜືອ ເມື່ອ​ປີ 1951.

ບັນດາ​ພວກ​ທີ່​ລອດ​ຊີ​ວິດມາ​ໄດ້ ພາກັນວິ່ງ​ເຕັ້ນ​ມາເປັນ​ເວລາ 60 ປີ ​ເພື່ອ​ໃຫ້ ຄຸນ​ພໍ່​ຜູ້ນີ້ ໄດ້​ຮັບ​ຫລຽນໄຊກຽດຕິຍົດ​ຂອງ​ລັດຖະສະພາ​ສະຫະລັດ.

ບັນດາເພື່ອນທະ​ຫານຈໍານວນ​ນຶ່ງ ​ຊຶ່ງ​ບາງ​ຄົນໄດ້​ພາກັນໄປຮ່ວມ​ພິທີຢູ່​ທີ່ທໍານຽບ ຂາວໃນ​ວັນ​ພະຫັດ​ວານ​ນີ້ ມັກ​ກ່າ​ວຂານກັນ​ວ່າ ຄຸນ​ພໍ່ Kapaun ​ໄດ້​ສ່ຽງ​ຊີວິດ​ຂອງເພິ່ນແບບໃດ ​ໄປ​ລັກ​ເອົາ​ເຂົ້າ​ມາ​ໃຫ້​ພວກ​ຊະ​ເລີຍເສິກທີ່​ໂຫຍ​ຫີ​ວຢູ່​ນັ້ນ​ໄດ້​ກິນ.

ທະຫານ​ຄົນ​ນຶ່ງ​ກ່າວວ່າ ຄຸນ​ພໍ່ Kapaun ​ໄດ້​ເອົາ​ໂມງ​ຂອງເພິ່ນ ​ແລກປ່ຽນ​ກັບ​ຜ້າ​ຫົ່ມ ເພື່ອ​ນໍາ​ມາ​ຕັດ​ເຮັດ​ເປັນ​ຖົງ​ເທົ້າ​ ​ໃຫ້ແກ່ພວກ​ຊະ​ເລີຍທີ່​ພາກັນ
​ໜາວ​.

ອີກ​ຄົນ​ນຶ່ງ​ກ່າວອີກ​ວ່າ ​ເວລາ​ທະຫານ​ທີ່ເປັນສັດຕູ ​ໄດ້​ຢືນ​ຢຽບ​ລາວ ​ແລ້ວ​ເອົາ​ປືນ​ແນ່​ໃສ່​ໜ້າ​ຂອງ​ລາວຢູ່​ນັ້ນ ຄຸນ​ພໍ່ Kapaun ​ໄດ້​ເຂົ້າໄປ​ຫາ​ ສຸກ​ປືນ​ອອກໄປທາງ​ຂ້າງ ແລ້ວ
ອູ້ມເອົາ​ທະຫານ​ທີ່​ໄດ້​ຮັບ​ບາດ​ເຈັບ​ຄົນນັ້ນ​ຂື້ນ ​ແລະ​ນໍາ​ເອົາ​ລາວ​ໄປ​ບ່ອນ​ທີ່​ປອດ​ໄພ.

​ເຖິງ​ແມ່ນ​ວ່າ​ເພິ່ນບໍ່​ສະບາຍ​ຈົນ​ຊິ​ຕາຍຢູ່​ແລ້ວ ຄຸນ​ພໍ່ Kapaun ຍັງ​ທຳການປະ ກອບ​ພິທີ​ທາງ​ສາສະໜາ​ ເສ​ຍສະລະ ​ແລະ​ປະຕິບັດ​ການ​ຊ່ວຍ​ເຫລືອ ​ໃຫ້​ແກ່​ບັນດາ​ເພື່ອນ
​ນັກ​ໂທດ​.​
XS
SM
MD
LG