ແຫລ່ງຂ່າວທີ່ຮູ້ເລື້ອງດີ ກ່ຽວກັບຂັ້ນຕອນການແຕ່ງຕັ້ງທາງ
ຕຸລາການ ໄດ້ກ່າວໃນວັນພຸດວານນີ້ວ່າ ທຳນຽບຂາວ ກຳລັງ
ກວດສອບເບິ່ງ ຜູ້ປົກຄອງລັດ Nevada ສັງກັດພັກຣີພັບບລີກັນ
ທ່ານ Brian Sandoval ສຳລັບຕຳແໜ່ງທີ່ເປົ່າຫວ່າງລົງຂອງ
ສານສູງສຸດ ຍ້ອນການເຖິງແກ່ອະສັນຍະກຳ ຂອງຜູ້ພິພາກສາ
Antonin Scalia.
ທ່ານ Sandoval ໄດ້ພົບປະກັບ ຜູ້ນຳສຽງສ່ວນນ້ອຍ ໃນສະພາ
ສູງ ທ່ານ Harry Reid ໃນວັນຈັນຜ່ານມາ ໃນຂະນະທີ່ ຜູ້ປົກຄອງ
ລັດ Sandoval ໄປຮ່ວມກອງປະຊຸມ ສະມາຄົມຂອງຜູ້ປົກຄອງລັດ
ແຫ່ງຊາດ ຢູ່ທີ່ນະຄອນຫຼວງວໍຊິງຕັນ.
ທ່ານ Sandoval ອາຍຸ 52 ປີ ເປັນຄົນອາເມຣິກັນ ເຊື້ອສາຍເມັກຊິໂກ ໄດ້ຖືກແຕ່ງຕັ້ງ
ໃຫ້ເປັນຜູ້ພິພາກສາ ໂດຍ ທ່ານ George W. Bush ຜູ້ທີ່ດຳລົງຕຳແໜ່ງ ກ່ອນປະທາ
ນາທິບໍດີ ບາຣັກ ໂອບາມາ ກ່ອນທີ່ທ່ານຈະໄດ້ຖືກເລືອກ ໃຫ້ເປັນຜູ້ປົກຄອງລັດ Nevada
ໃນປີ 2010.
ໃນຂະນະທີ່ທ່ານ Sandoval ເປັນສະມາຊິກຂອງພັກຣີພັບບລີກັນ ແຕ່ທ່ານສະໜັບສະໜູນ
ການຕັດສິນຂອງສານສູງສຸດ ກ່ຽວກັບການແຕ່ງ ງານຂອງເພດດຽວກັນ ເມື່ອປີກາຍນີ້ ແລະ
ສະໜັບສະໜູນ ສິດທິໃນການເຮັດແທ້ງລູກ.
ບັນດາຜູ້ນຳສະພາສູງສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ ພວກເພິ່ນຈະບໍ່ຫົວຊານຳການ
ຄັດເລືອກ ຂອງທ່ານໂອບາມາ ໂດຍຈະບໍ່ມີການຮັບຟັງໃດໆ ດັ່ງທີ່ເຄີຍເປັນມາ ກ່ຽວກັບ
ການແຕ່ງຕັ້ງ ຫຼືການລົງຄະແນນສຽງ. ບັນດາສະມາຊິິກສະພາ ສັງກັດພັກຣີພັບບລີກັນ
ໄດ້ກ່າວວ່າ ພວກເພິ່ນຈະປະການແຕ່ງຕັ້ງຜູ້ພິພາກສາສານສູງສຸດທີ່ເຂົ້າຮັບຕຳແໜ່ງ
ຕະຫຼອດຊີວິດນັ້ນ ໄວ້ໃຫ້ ປະທານາທິບໍດີຄົນຕໍ່ໄປ ທີ່ຈະຖືກເລືອກ ໃນເດືອນພະຈິກປີນີ້
ແລະສາບານໂຕເຂົ້າຮັບຕຳແໜ່ງ ໃນເດືອນມັງກອນ ແທນປະທານາທິບໍດີໂອບາມາ ທີ່
ໄດ້ຮັບໜ້າທີ່ມາແລ້ວ 8 ປີນັ້ນ.