ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຕ້ອງການເງິນທຶນ ເພີີ້ມເຕີມ ແກ່ຕຳຫລວດ ຫລັງຈາກຄວາມບໍ່ສະຫງົບທີ່ເມືອງ Ferguson


Obama Announces Steps On Improving Police Practices
please wait

No media source currently available

0:00 0:03:16 0:00

ປະທານາທິບໍດີສະຫະລັດ ທ່ານ Barack Obama ກຳລັງ​ຮ້ອງ
ຂໍ​ໃຫ້ລັດຖະ ບານກາງໃຊ້​ຈ່າຍເງິນເພີ້ມຂຶ້ນ​ຫລາຍ​ລ້ານ​ໂດ​ລາ
​ເພື່ອ​ປັບປຸງ​ກຳລັງ​ຕຳຫລວດ ຢູ່ໃນ​ທົ່ວ​ປະ​ເທດ ​ໃນ​ການສະໜອງ​
ຕອບຕໍ່​ການ​ຍິງ ຊາຍ​ໜຸ່ມ​ຜີ​ວດຳ​ທີ່​ບໍ່​ຕິດ​ອາ ວຸດ ​ໂດຍ​ຕຳຫລວດ
ຜີວ​ຂາວ ​ໃນ​ຂະນະ​ທີ່​ມີ​ການ​ປະ​ເຊີນ​ໜ້າ​ກັນ​ຢູ່​ຖະໜົນສາຍນຶ່ງ ທີ່
ເມືອງ Ferguson ລັດ Missouri ໃນເຂດພາກກາງຂອງສະຫະລັດ.

ຫລັງ​ຈາກ​ມີ​ການ​ປະຊຸມ​ກັນ ​ທີ່ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້​ກັບ​
ຄະນະລັດຖະ ບານຂອງ​ທ່ານ ບັນດາ​ຜູ້ນຳ​ສິດທິ​ພົນລ​ະ​ເມືອງ ​ແລະ
​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ ແລ້ວ ທ່ານ Obama ​ໄດ້​ປະກາດ​ສະ
​ເໜີ​ໃຫ້ໃຊ້​ຈ່າຍເງິນ​ຫຼາ​ຍກວ່າ 260 ລ້ານ​ ໂດ​ລາ ​ສຳຫລັບກຳລັງຕຳ
ຫລວດຢູ່ໃນ​ທົ່ວ​ສະຫະລັດ. ທ່ານກ່າວ​ວ່າ ​ເງິນໃນຈຳ ນວນ​ເພີ້​ມ​ເຕີມ​ນີ້ ຈະ​ຊື້ກ້ອງຖ່າຍຮູບ
ຕິດ​ໂຕ 50,000 ອັນ​ ​ໃຫ້ແກ່​ຕຳຫຼວດ​ເພື່ອ​ໃຊ້ບັນທຶກເຫດການ​ໃນ​ເວລາ​ເຂົາ​ເຈົ້າຈັບກຸມ​ພົນ
ລະ​ເຮືອນ ພ້ອມ​ທັງ​ໃຊ້ເປັນທືນ​ໃນການເຝິກອົບ​ຮົມໃຫ້​ແກ່​ຕຳຫລວດ.

ປະທາ​ນາ​ທິບໍດີ ຍັງ​ໄດ້​ປະກາດ​ວ່າ​ ຈະ​ຕັ້ງ​ຄະນະ​ກຳ​ມະ​ການ​ພິ​ເສດ ​ເພື່ອ​ສຶກສາ​ກ່ຽວກັບ
ການປັບ​ປຸງການປະຕິບັດງານຂອງຕຳຫຼວດ. ທ່ານ​ກ່າວ​ວ່າ ຊາວ​ຜິວ​ດຳ ອາ​ເມຣິກັນມີ​
ຄວາມ​ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການປະຕິບັດຕໍ່ຢ່າງເປັນທຳ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫລວດ
ຊຶ່ງພາໃຫ້ເກີດໃນອັນທີ່ທ່ານຮ້ອງ​ວ່າ “ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ຍັງ​ມີ​ຢູ່” ​ໃນ​ບັນດາ​ປະຊາ​
ຄົມ ​ແລະ​ເຮັດ​ໃຫ້​ປະ​ເທດ​ຊາດ​ອ່ອນ​ແອ.

ໃນການຖະແຫຼງ​ທີ່ນະຄອນ Atlanta ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ໂບດ​ປະຫວັດ​ສາດຊຶ່ງ ​ຄັ້ງ​ນຶ່ງມື້
ລາງພະ​ອາຈານ Matin Luther King Junior ເຄີຍເປັນ​ຜູ້ນຳ​ພານັ້ນ ລັດຖະມົນຕີ ກະ
ຊວງຍຸຕິ​ທຳສະຫະລັດທ່ານ Eric Holder ຍັງ​ໄດ້​ປະກາດ​ແຜນ ການ​ໃໝ່ຂອງກະຊວງ​ຍຸ
ຕິ​ທຳທີ່​ແນ​ໃສ່ເພື່ອຍຸດຕິການກວດຂໍ້ມູນທາງດ້ານຜິວ​ພັນ ​ແລະ​ໃຫ້ການ​ຄໍ້າປະກັນ ກ່ຽວກັບ
ການປະຕິບັດໜ້າທີ່ແບບຍຸດຕິທຳແລະມີປະສິດ ທິຜົນຂອງຕຳຫຼວດ.

XS
SM
MD
LG