ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໂອບາມາ ຢາກຮັບເອົາ ອົບພະຍົບ ຈຳນວນ ຫຼວງຫຼາຍໃນປີ 2017


ຜູ້ຍົກຍ້າຍຖິ່ນຖານ ຊີເຣຍ ລອດຮົ້ວໜາມໝາກຈັບ ເຂົ້າປະເທດ ຮັງກາຣີ ທີ່ເຂດຊາຍແດນຕິດກັບ ເຊີເບຍ ໃກ້ໆກັບເມືອງ Roszke, ສິງຫາ 2015.
ຜູ້ຍົກຍ້າຍຖິ່ນຖານ ຊີເຣຍ ລອດຮົ້ວໜາມໝາກຈັບ ເຂົ້າປະເທດ ຮັງກາຣີ ທີ່ເຂດຊາຍແດນຕິດກັບ ເຊີເບຍ ໃກ້ໆກັບເມືອງ Roszke, ສິງຫາ 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຕັ້ງເປົ້າໝາຍ ທີ່ຈະຮັບເອົາພວກ ອົບພະຍົບ 110,000 ຄົນເຂົ້າມາໃນ ສະຫະລັດ ໃນ ລະຫວ່າງສົກປີ 2017 ນີ້, ເຊິ່ງແມ່ນ ປະມານ 10,000 ຄົນຫຼາຍກວ່າເປົ້າໝາຍເບື້ອງຕົ້ນຂອງທ່ານ ແລະ ປະມານ 30 ເປີເຊັນ ສູງກວ່າປີນີ້.

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ໄດ້ປະກາດເປົ້າ ໝາຍການຕັ້ງຖິ່ນ ຖານໃໝ່ ໃນລະຫວ່າງກອງປະຊຸມປິດລັບກັບບັນດາສະມາຊິກ ຄະນະ​ກຳມະການ​ຕຸລາ ການ​ ຂອງ​ສະພາ​ຕ່ຳ​ແລະ​ສະພາ​ສູງ ສະຫະລັດໃນວັນອັງຄານວານນີ້, ອີງຕາມລາຍງານ ຂອງສື່ມວນຊົນ.

ໃນຄັ້ງທີ່ຜ່ານມາ ສະຫະລັດ ໄດ້ຕັ້ງເປົ້າການຕັ້ງຖິ່ນຖານໃໝ່ສູງເທົ່າ ກັບເປົ້າໝາຍຂອງ ທ່ານ ໂອບາມາ ​ແມ່ນໃນລະຫວ່າງການນດຳລົງຕຳ ແໜ່ງປະທານາທິບໍດີ ຂອງທ່ານ Bill Clinton ໃນປີ 1995, ເມື່ອທ່ານ Clinton ໄດ້ຕົກລົງຮັບເອົາອົບພະຍົບ 112,000 ຄົນ. ໃນລະຫວ່າງ ສົກປີ 2015 ຜ່ານ​ມານີ້ ສະຫະລັດ ໄດ້ຮັບເອົາອົບພະຍົບພຽງ​ແຕ່ 70,000 ຄົນເທົ່ານັ້ນ.

ໃນບົດລາຍງານ, ເຊິ່ງໄດ້ມາໂດຍອົງການຂ່າວການເມືອງ Politico ກ່າວວ່າ ລັດຖະບານ ທ່ານ ໂອບາມາ ຢາກຈະຮັບເອົາອົບພະຍົບໃນ ຈຳນວນທີ່ “ຫຼາຍກວ່າ​ນີ້” ຈາກ ຊີເຣຍ ສຳ ລັບປີໜ້າ, ຫຼັງຈາກພວກເຂົາເຈົ້າໄດ້ບັນລຸເປົ້າໝາຍ ປີ 2016 10,000 ຄົນຕໍ່ເດືອນ ກ່ອນ ແຜນການທີ່ພວກເຂົາເຈົ້າໄດ້ວາງໄວ້.

ທ່ານ ໂອບາມາ ເບິ່ງຄືວ່າຈະປະກາດແຜນການອົບພະຍົບຢ່າງເປັນ ທາງການ ກ່ອນທ່ານ ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບ ອົບພະ ຍົບ ໃນລະຫວ່າງ ກອງປະຊຸມສະມັດຊາ ໃຫຍ່ອົງການ ສະຫະປະຊາຊາດ ໃນສັບປະດາໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG